pele - 2025-10-21T091733.903
IMF ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາຊີ - ປາຊີ​ຟິກ ​ກະຕຸ້ນຄວາມຕ້ອງການພາຍໃນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 21 October, 2025

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ຄຣິຊນາ ສຣິນິວາສັນ ຜູ້ອຳນວຍການກົມອາຊີ-ປາຊີຟິກຂອງກອງທຶນການເງິນສາກົນ (IMF) ທີ່ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວທ່າອ່ຽງເສດຖະກິດພາກພື້ນອາຊີ-ປາຊີຟິກ ທີ່ນະຄອນຫຼວງວໍຊິງຕັນ ດີຊີ ສະຫະລັດ ອາເມຣິກາ ກ່າວວ່າ: ບັນດາປະເທດໃນອາຊີສາມາດຊຸກຍູ້ການເຕີບໂຕດ້ວຍການເພີ່ມຄວາມຕ້ອງການພາຍໃນ ແລະ ເພີ່ມທະວີການເຊື່ອມໂຍງພາກພື້ນ.

 

ທ່ານ ສຣີນິວາສັນ ກ່າວ​ວ່າ: ​ພາກ​ພື້ນ​ອາ​ຊີ-ປາຊີ​ຟິກ ອາໄສ​ການ​ຄ້າ​ພາຍ​ນອກສູງ ຈຶ່ງ​ໄດ້​ຮັບ​ຜົນ​ກະ​ທົບ​ຫຼາຍ​ຂຶ້ນ​ຈາກ​ການ​ຜັນ​ແປ​ຂອງ​ການ​ຄ້າ​ໂລກ. ທ່າມກາງຄວາມສ່ຽງດ້ານລົບຈາກຄວາມເຄັ່ງຕຶງທາງດ້ານການຄ້າ, ຄວາມສ່ຽງດ້ານໜີ້ສິນ ແລະ ປັດໄຈອື່ນໆ, ແຕ່ມີໂອກາດສຳລັບການຂະຫຍາຍຕົວຈາກການກະຕຸ້ນຄວາມຕ້ອງການພາຍໃນປະເທດຫຼາຍຂຶ້ນ, ຫຼັງຈາກຄວາມຕ້ອງການພາຍໃນຫຼຸດລົງຢ່າງຫຼວງຫຼາຍເມື່ອທຽບໃສ່ກັບເວລາກ່ອນການການແຜ່ລະບາດ.

Digital Marketing Agency in Laos - Emerging Digital Solutions

 

ຂະນະ​ດຽວ​ກັນ, ການເພີ່ມທະວີການ​ເຊື່ອມ​ໂຍງເຂົ້າກັບ​ພາກ​ພື້ນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ເຊັ່ນ: ລວມຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) ຂອງ​ອາຊີ​ສາມາດ​ເພີ່ມ​ຂຶ້ນ​ເຖິງ 1.4% ​ໃນ​ໄລຍະ​ກາງ​ແລະ ບາງ​ປະ​ເທດ​ທີ່​ເປີດ​ກວ້າງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຕ່ອງ​ໂສ້​ການ​ສະໜອງ​ທົ່ວ​ໂລກອາດ​ຈະ​ໄດ້​ຮັບ​ຜົນປະໂຫຍດ​ຫຼາຍ​ກວ່າ​ເກົ່າ.

 

ທັງນີ້, ກອງທຶນດັ່ງກ່າວຄາດຄະເນການເຕີບໂຕຂອງພາກພື້ນອາຊີ – ປາຊີຟິກຈະຊ້າລົງຈາກ 4.5% ໃນປີ 2025 ເປັນ 4.1% ໃນປີ 2026, ແຕ່ພາກພື້ນນີ້ຈະຍັງຄົງເປັນຕົວຂັບເຄື່ອນການເຕີບໂຕຂອງໂລກທີ່ໃຫຍ່ທີ່ສຸດ, ຄາດ​ວ່າ​ຈະ​ກວມ​ເອົາ​ປະມານ 60% ​ໃນ​ປີ 2025-2026, ​ໂດຍ​ການ​ເລັ່ງ​ສົ່ງ​ອອກ​ໃນ​ໄລຍະທຳອິດ, ຄວາມ​ກ້າວໜ້າ​ທາງດ້ານ​ເຕັກ​ໂນ​ໂລ​ຊີ ​ແລະ ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ເປັນ​ປັດ​ໄຈສະໜັບສະໜູນ​ທີ່​ສຳຄັນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 21 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,536
21,813
thailand (1)
THB
660.47
671.37
european-union
EUR
24,193
24,678
china
CNY
2,939
2,997
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 21 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
47,920,000
48,450,000
47,296,000
48,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-21T163456.766
ຣັດເຊຍ ກັບ ອູແກຣນ ຄວນ “ແບ່ງປັນ” ເຂດດອນບາສ ອີງຕາມເຂດສູ້ຮົບໃນປັດຈຸບັນ
jane - 2025-10-21T154926.955
ເຊັກດວງການເງິນ–ໂຊກລາບ ຂອງຄົນເກີດທັງ 7 ມື້ ສົ່ງທ້າຍເດືອນ ຕຸລາ 2025
pele - 2025-10-21T144328.209
ຊາວແຄລິຟໍເນຍ ຫຼາຍກວ່າ 10 ລ້ານຄົນ ຝຶກຊ້ອມຮັບມືກັບແຜ່ນດິນໄຫວ
jane - 2025-10-21T114147.836
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ.
jane - 2025-10-21T110548.419
ແຈ້ງການຄຸ້ມຄອງການບໍລິການລົດແທັກຊີ ດ້ວຍລະບົບອອນລາຍ ເພື່ອປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ.
pele - 2025-10-21T110008.835
ຈະມີບໍລິການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຟຣີ ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ
pele - 2025-10-21T102701.925
ເມືອງພຽງ ເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ພົນລະເມືອງ ຄັ້ງທີ V ປີ 2025
jane - 2025-10-21T101439.418
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ເຊື່ອມຕໍ່ແຂວງບໍລິຄຳໄຊ ກັບ ແຂວງບຶງການ ປະເທດໄທ (ປາກຊັນ-ບຶງການ) ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ
jane - 2025-10-21T092859.441
ສະພາບອາກາດປະຈໍາເຊົ້າວັນທີ 21 ຕຸລາ 2025
pele - 2025-10-21T091733.903
IMF ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາຊີ - ປາຊີ​ຟິກ ​ກະຕຸ້ນຄວາມຕ້ອງການພາຍໃນ
ຢ່າລື່ມກົດຕິດຕາມ