ດວງ-Tou-Vientianepost (54)
ມອບ-ຮັບ ຜະລິດຕະພັນສີ້ນສ່ວນສັດປ່າ ງາຊ້າງ ທີ່ຜ່ານການດຳເນີນຄະດີສຳເລັດ
ຮຽບຮຽງໂດຍ:Staff
ເຜີຍແຜ່: 12 June, 2023
ໝວດ: ຂ່າວ

ວັນທີ່ 9 ມິຖຸນາ 2023 ທີ່ພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງພະບາງ ໄດ້ມີພິທີມອບຮັບ ຜະລິດຕະພັນສີ້ນສ່ວນສັດປ່າ (ງາຊ້າງ) ທີ່ຜ່ານການດຳເນີນຄະດີສຳເລັດ ລະຫວ່າງ ພະແນກຄຸ້ມຄອງສັດປ່າ ແລະ ສົນທິສັນຍາສາກົນ CITES, ມີ ທ່ານ ບຸນມີ ສະຫັວດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າມ້ແຂວງ, ທ່ານ ສຸນັນທາ ຈຸນລະມະນີ ວ່າການຫົວໜ້າກົມກວດກາປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້, ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງກວດກາປ່າໄມ້ ພະແນກກະສິກຳ ແລະ ປ່າມ້ແຂວງຫຼວງພະບາງ ໄດ້ລາຍງານວ່າ: ການດຳເນີນຄະດີຜະລິດຕະພັນ ຊີ້ນສ່ວນສັດປ່າ ໃນໄລຍະຜ່ານມາ ມີຄະດີປະເພດງາຊ້າງ 11 ເລື່ອງ ລວມມີ 5.761 ອັນ ນ້ຳໜັກຫລາຍກວ່າ 137 ກິໂລກຣາມ. ເຈົ້າໜ້າທີ່ໄດ້ມີວິທີແກ້ໄຂຄະດີຄື: ສຶກສາອົບຮົມ  2 ເລື່ອງ, ແກ້ໄຂດ້ານບໍລິຫານ 2 ເລື່ອງ, ນອກນັ້ນແມ່ນສົ່ງໃຫ້ເຈົ້າໜ້າທີ່ດຳເນີນຄະດີຕາມຂັ້ນຕອນ.

ກອງກວດກາປ່າໄມ້ ໄດ້ສຳເລັດການດຳເນີນຄະດີ ແລະ ສົ່ງມອບຜະລິດຕະພັນງາຊ້າງຂອງແທ້ ແລະ ຂອງຮຽນແບບ ໃຫ້ພະແນກຄຸ້ມຄອງສັດປ່າ ແລະ ສົນທິສັນຍາສາກົນ CITES ກົມປ່າໄມ້  5 ເລື່ອງ ລວມມີຜະລິດຕະພັນຈຳນວນ 1.288 ອັນ ນໍ້າໜັກ 34,40 ກິໂລກຼາມ. ໃນນີ້ ຜະລິດຕະພັນງາຊ້າງຂອງແທ້ 784 ອັນ ນໍ້າໜັກ 18,050 ກິໂລກຼາມ. ໜັງຊ້າງ 11 ອັນ ນ້ຳໜັກ 1,2 ກິໂລກຼາມ, ຜະລິດຕະພັນຂອງຮຽນແບບ 504 ອັນ ນໍ້າໜັກຫລາຍກວ່າ 16 ກິໂລກຼາມ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 6 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,540
21,817
thailand (1)
THB
661.03
672.27
european-union
EUR
23,843
24,321
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 6 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,500,000
43,030,000
42,017,000
43,139,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-06T163343.756
ຂ່າວຕ່າງປະເທດລາຍງານໂຮງໄຟຟ້າເກົາຫຼີໃຕ້ຖະຫຼົ່ມ ລະຫວ່າງກຽມຮື້ຖອນ ພົບຄົນຕິດໃຕ້ຊາກຢ່າງໜ້ອຍ 7 ຄົນ
jane - 2025-11-06T154548.563
ແຈ້ງເຕືອນ ເຝົ້າລະວງນ້ຳຖ້ວມຊຸ ແລະ ດິນເຈື່ອນ.ພາຍຸໃຕ້ຝຸ່ນ KALMAEGI ຄາດວ່າໃນຕອນຄ່ຳຂອງວັນທີ 6 ພະຈິກ ແຈ້ງການດັ່ງລຸ່ມນີ້:
jane - 2025-11-06T152102.931
ສານ ແຂວງອຸດົມໄຊ ຕັດອິດສະຫລະພາບຈຳເລີຍ ຈຳຄຸກ 5 ປີ ປັບໃໝ 10,000,000 ກີບຂໍ້ຫາມີຢາເສບຕິດ 76 ເມັດ ໄວ້ໃນຄອບຄອງ
pele - 2025-11-06T145000.718
ແຂວງຫຼວງພະບາງ ທຳລາຍຢາເສບຕິດ ຫຼາຍກວ່າ 35,900 ເມັດ
pele - 2025-11-06T140616.002
ພາຍຸໄຕ້ຝຸ່ນຄັລແມກິກ ພັດຖະຫລົ່ມ ຟີລິບປິນ ເສຍຊີວິດ ເກືອບ 60 ຄົນ
jane - 2025-11-06T134642.386
ຮອງນາຍຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດ ສປຊ ຄັ້ງທີ 02
jane - 2025-11-06T113735.879
ປະກາດ! ຂ່າວດີສໍາຫຼັບນ້ອງໆສີ່ຂາສັກວັກຊີນປ້ອງກັນພະຍາດໃຫ້ໝາ ແລະ ແມວ (ຟຣີ) ວັນທີ 11-12 ພະຈິກ 2025 ທີ່ໂຮງໝໍປິ່ນປົວສັດຄະນະກະເສດສາດ ມຊ
jane - 2025-11-06T102724.012
ເບິ່ງດວງປະຈຳ ວັນທີ 06 ພະຈິກ 2025 ດັ່ງລຸ່ມນີ້:
jane - 2025-11-06T094301.942
ໃນວັນທີ 06/11/2025 ເວລາ 00:50 ນາທີ ເກີດເຫດລົດໃຫ່ຍຕຳເສົາໄຟ ທີ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
jane - 2025-11-06T092516.937
ລາຍງານສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍ ກວ່າ 2.5 ໄມຄຣອນ (PM 2.5) ່ ປະຈຳວັນທີ 06 ພະຈິກ 2025 ແຕ່ລະຈຸດມີດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ