
ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຊາວຄາລິຟໍເນຍຫຼາຍກວ່າ 10 ລ້ານຄົນ ໄດ້ເຂົ້າຮ່ວມການຝຶກຊ້ອມກຽມພ້ອມຮັບມືກັບແຜ່ນດິນໄຫວໃນທົ່ວປະເທດ ປະຈຳປີ 2025 ເພື່ອເພີ່ມຄວາມຮັບຮູ້ ແລະ ເພີ່ມຂີດຄວາມອາດສາມາດໃນການຮັບມືກັບແຜ່ນດິນໄຫວຂະໜາດໃຫຍ່.
ລາຍງານລະບຸວ່າ: ປະຊາຊົນໃນທົ່ວລັດຄາລິຟໍເນຍ ສະຫະລັດ ອາເມຣິກາ ໄດ້ຢຸດກິດຈະວັດປະຈໍາວັນເພື່ອເຂົ້າຮ່ວມການຝຶກຊ້ອມ “ກົ້ມຕົວລົງ, ຊອກຫາບ່ອນບັງ ແລະ ຈັບໃຫ້ແໜ້ນ” “Drop, Cover, and Hold On” ຊຶ່ງເປັນຫຼັກການປະຕິບັດດ້ານຄວາມປອດໄພທີ່ສຳຄັນໃນລະຫວ່າງການເກີດແຜ່ນດິນໄຫວທີ່ຮຸນແຮງ.
ເວັບໄຊຂອງຜູ້ຈັດການຝຶກຊ້ອມຄັ້ງນີ້ລະບຸວ່າ: ມີຜູ້ລົງທະບຽນເຂົ້າຮ່ວມກິດຈະກຳ “Great California ShakeOut” ໃນປີນີ້ຫຼາຍກວ່າ 10.4 ລ້ານຄົນ, ໂດຍກິດຈະກໍາດັ່ງກ່າວເປັນສ່ວນໜຶ່ງຂອງເຄືອຂ່າຍການຝຶກຊ້ອມຮັບມືກັບແຜ່ນດິນໄຫວລະດັບໂລກ (Great Checkout) ຊຶ່ງໃນປີນີ້ມີຜູ້ເຂົ້າຮ່ວມຈາກທົ່ວໂລກ ຫຼາຍກວ່າ 58 ລ້ານຄົນ.
ການຝຶກຊ້ອມດັ່ງກ່າວເຮັດໃຫ້ບຸກຄົນ, ໂຮງຮຽນ ແລະ ຊຸມຊົນມີໂອກາດທີ່ຈະໄດ້ຝຶກປະຕິບັດມາດຕະການຮັກສາຄວາມປອດໄພຈາກແຜ່ນດິນໄຫວ, ທົບທວນແຜນການຮັບມືເຫດສຸກເສີນ ແລະ ກວດສອບປັບປຸງອຸປະກອນ ຮັບມືກັບໄພພິບັດ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,536 | 21,813 |
![]() THB | 660.47 | 671.37 |
![]() EUR | 24,193 | 24,678 |
![]() CNY | 2,939 | 2,997 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 47,920,000 | 48,450,000 |
![]() | 47,296,000 | 48,559,000 |