
ຣັດເຊຍ ກັບ ອູແກຣນ ຄວນ “ແບ່ງປັນ” ເຂດດອນບາສ ອີງຕາມເຂດສູ້ຮົບໃນປັດຈຸບັນ
ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ກ່າວວ່າ: ຣັດເຊຍ ແລະ ອູແກຣນ ຄວນ “ແບ່ງປັນ” ເຂດດອນບາສ ອີງຕາມ ເຂດສູ້ຮົບ ໃນ ປັດຈຸບັນ, ປັກຫລັກ ຊາຍແດນ ຢຸດຍິງ ແລ້ວ ຕ່າງຝ່າຍຖອນທະຫານ ຂອງປະເທດຕົນອອກ. ສື່ມວນຊົນ ຂອງ ສ.ອາເມລິກາ ອະທິບາຍວ່າ: ອີງຕາມ ແຜນການຂອງ ທ່ານ ໂດນັນ ທຣຳ ໝາຍວ່າ ດິນແດນ ສ່ວນຫລາຍ ຂອງເຂດດອນບາສ ຈະຢູ່ພາຍໃຕ້ ການຄວບຄຸມ ຂອງຣັດເຊຍ. ເຂດດອນບາສ ສ່ວນໃຫຍ່ ລວມທັງ ລັດດອນເນັດສະກີ ແລະ ລັດລູຮັນສະກີ. ຣັດເຊຍ ແລະ ອູແກຣນ ຍາດແຍ່ງສິດ ຄວບຄຸມ ເຂດດອນບາສ ຢ່າງດຸເດືອດ ມາໂດຍຕະຫລອດ.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Tuesday, 21 October, 2025
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,536 | 21,813 |
![]() THB | 660.47 | 671.37 |
![]() EUR | 24,193 | 24,678 |
![]() CNY | 2,939 | 2,997 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Tuesday, 21 October, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 47,920,000 | 48,450,000 |
![]() | 47,296,000 | 48,559,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ