
ໃນວັນທີ 9 ມິຖຸນາ 2023 ທີ່ຜາກະຕ່າຍ ເມືອງຍົມມະລາດ ແຂວງຄຳມ່ວນ ໄດ້ຈັດພິທີທຳລາຍສັດປ່າທີ່ຍຶດມາໄດ້ຕາມທ້ອງຕະຫຼາດ ໃຫ້ກຽດເປັນປະທານໂດຍທ່ານ ຄູນສີ ແສງດາລາ ຮອງເລຂາພັກເມືອງໆຍົມມະລາດ ເຊີ່ງມີທ່ານ ບຸນທະໄຫວ ໂດໄລສານ ຮອງເຈົ້າເມືອງໆຍົມມະລາດ, ບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ເຊິ່ງໃນວັນທີ 7 ມິຖຸນາ 2023 ໜ່ວຍງານກວດກາປ່າໄມ້ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ລົງກວດກາ ຕະຫຼາດບ້ານໂຄກສະຫວ່າງ ເມືອງຍົມມະລາດ ແຂວງຄຳມ່ວນ ຜົນການກວດກາໄດ້ພົບເຫັນການລັກລອບຊື້-ຂາຍສັດປ່າຄຸ້ມຄອງ ແລະ ສັດສະຫງວນທີ່ຜິດຕໍ່ລະບຽບກົດໝາຍສັດນ້ຳ-ສັດປ່າ ຈຳນວນ 13 ໂຕ ມີນ້ຳໜັກລວມທັງໝົດ 9,5 ກິໂລກຼາມ ແລະ ຊີ້ນສ່ວນໂຕແລນ 1,5 ກິໂລ
ໃນນັ້ນມີສັດປ່າທີ່ຍັງເປັນຈຳນວນ 3 ໂຕ ນ້ຳໜັກລວມ 5,5 ກິໂລຄື: ກວດພົບ ແລນ (ຍັງເປັນ), ກະຮອກ (ຕາຍ) ຈຳນວນ 7 ໂຕ ນ້ຳໜັກ 2 ກິໂລ, ແລະ ກະແຕ (ຕາຍ) ຈຳນວນ 0,5 ກິໂລ ສ່ວນເຈົ້າຂອງສັດປ່າແມ່ນໄດ້ແລ່ນລົບໜີໄປ ຫຼັງຈາກນັ້ນທາງທີມງານເຈົ້າໜ້າທີ່ກວດກາປ່າໄມ້ ກໍໄດ້ເຮັດບົດບັນທຶກອາຍັດໄວ້ ແລະ ນຳມາເກັບຮັກສາໃວ້ທີ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ.
ຫຼັງຈາກນັ້ນໃນວັນທີ່ 9 ມິຖຸນາ 2023 ທາງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ຈັດພິທີທຳລາຍ ແລະ ປ່ອຍຄືນສູ່ທຳມະຊາດໂດຍໄດ້ເຊີນບັນດາຫ້ອງການອ້ອມຂ້າງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ ຊີ້ນສ່ວນສັດທີ່ຕາຍແລ້ວແມ່ນໄດ້ນຳມາທຳລາຍດ້ວຍວິທີການຝັງດິນ ສ່ວນແລນທີ່ຍັງເປັນນັ້ນແມ່ນໄດ້ນຳເອົາໄປປ່ອຍຄືນສູ່ທຳມະຊາດ.
ແຫຼ່ງຂ່າວ ຫ້ອງການ ຖວທ ເມືອງຍົມມະລາດ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,524 | 21,801 |
THB | 665.41 | 676.72 |
EUR | 24,181 | 24,665 |
CNY | 2,954 | 3,013 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 43,570,000 | 44,100,000 |
![]() | 43,060,000 | 44,209,000 |














