
ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 9 ມິຖຸນາ 2023 ຜ່ານມາ, ປະທານາທິບໍດີ ກູສຕາໂວ ເປໂຕຣ ຂອງໂກລົມບີ ປະກາດຂ່າວດີວ່າ ພົບເດັກນ້ອຍຊົນເຜົ່າພື້ນເມືອງ 4 ຄົນ ອາຍຸ 13 ປີ, 9 ປີ, 4 ປີ ແລະ ເດັກອາຍຸ 11 ເດືອນ ທີ່ໄດ້ຫລົງປ່າຫລັງຈາກປະສົບເຫດເຮືອບິນຕົກຢູ່ໃນປ່າອາເມຊອນ ເປັນເວລາ 40 ວັນ ໃນວັນທີ 1 ພຶດສະພາ 2023 ທີ່ຜ່ານມາ, ຍັງມີຊີວິດຢູ່ ແລະ ໄດ້ຮັບການຊ່ວຍເຫລືອ
ຕະຫລອດເວລາຂອງການປະຕິບັດການຄົ້ນຫາຫລາຍອາທິດ ເຈົ້າໜ້າທີ່ໄດ້ພົບພຽງເບາະແສພຽງເລັກນ້ອຍເຊັ່ນ: ຮອຍຕີນຂອງເດັກນ້ອຍ, ຜ້າອ້ອມທີ່ໃຊ້ແລ້ວ, ແລະ ຂວດນົມເດັກນ້ອຍ.
ຫລ້າສຸດ ດ້ວຍການຊ່ວຍເຫຼືອຈາກຊຸມຊົນພື້ນເມືອງຢູ່ໃກ້ກັບບ່ອນເຮືອບິນຕົກ ເຮັດໃຫ້ທະຫານຊອກຫາເດັກນ້ອຍເຫັນ ແລະ ພວກເຂົາຍັງມີຊີວິດລອດຢູ່ໃນກາງປ່າ ສ້າງຄວາມຍິນດີໃຫ້ກັບຊາວໂກລົມບີທົ່ວປະເທດ ໂດຍສະເພາະແມ່ນສະມາຊິກໃນຄອບຄົວ ເມື່ອໄດ້ຮູ້ຂ່າວ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |














