pele - 2025-10-24T152015.139
ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກສສ ຫວຽດນາມ
ຮຽບຮຽງໂດຍ:Pele
ເຜີຍແຜ່: 24 October, 2025
ໝວດ: ຂ່າວ

ໃນວັນທີ 24 ຕຸລານີ້ ທີ່ຫ້ອງຮັບແຂກຊັ້ນ 4 ຫ້ອງວ່າການແຂວງ ໄຊຍະບູລີ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ໄຊຍະບູລີ ໄດ້ຕ້ອນຮັບຄະນະອາດີດ ຊ່ຽວຊານທະຫານອາສາສະມັກ ສສ ຫວຽດນາມ ນໍາໂດຍ ທ່ານ ວູກວາງຍາກ ຫົວໜ້າຄະນະອາດີດ ຊ່ຽວຊານທະຫານອາສາສະມັກຫວຽດນາມພ້ອມຄະນະ.

 

ທ່ານ ວູກວາງຍາກ ໄດ້ແຈ້ງຈຸດປະສົງທີ່ມາຢ້ຽມຢາມແຂວງ ໄຊຍະບູລີ ໂດຍສະເພາະແມ່ນເພື່ອຢ້ຽມຢາມເບິ່ງການພັດທະນາຂອງແຂວງ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ. ທີມງານດັ່ງກ່າວ, ສ່ວນຫຼາຍແມ່ນໄດ້ມາຊ່ວຍ ສປປລາວ, ໂດຍສະເພາະແມ່ນມາຊ່ວຍແຂວງ ໄຊຍະບູລີ ໃນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານໃນອາດີດ ຈົນສາມາດໄດ້ຮັບໄຊຊະນະ ແລະ ສາມາດປົດປ່ອຍແຂວງກໍຄືປະເທດຊາດໃນປີ 1975.

Digital Marketing Agency in Laos - Emerging Digital Solutions

 

ໂອກາດດັ່ງກ່າວ, ທ່ານ ດວງຕາ ໄຊວຸດ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນ ພ້ອມທັງສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ອາດີດທະຫານອາສາສະມັກ ແລະ ຊ່ຽວຊານການທະຫານ ທີ່ໄດ້ສະລະເຮື່ອແຮງເພື່ອເຮັດການປະຕິວັດກໍຄືປົກປັກຮັກສາເຂດນໍ້າແດນດິນອັນຄົບຖ້ວນຂອງແຂວງ ໄຊຍະບູລີໄວ້ໄດ້ຢ່າງໝັ້ນຄົງ ແລະ ເຊື່ອວ່າການຊ່ວຍເຫຼືອ ແລະ ຄວາມສາມັກຄີແບບພິເສດຂອງສອງຊາດລາວ-ຫວຽດນາມ, ເວົ້າລວມ, ເວົ້າສະເພາະແມ່ນແຂວງໄຊຍະບູລີ ກັບບັນດາແຂວງແຮກສ່ຽວຂອງ ສສ ຫວຽດນາມ ນັ້ນຈະສືບຕໍ່ຮັດແໜ້ນ ແລະ ໝັ້ນຄົງທະນົງແກ່ນຊົ່ວກາລະນານ, ພ້ອມດຽວກັນຍັງໄດ້ລາຍງານສະພາບການພັດທະນາເສດຖະກີດຂອງແຂວງ ໂດຍສັງເຂບຕື່ມອີກ.

 

(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 24 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
656.97
668.14
european-union
EUR
24,150
24,634
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 24 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
45,730,000
46,260,000
45,163,000
46,369,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-24T162031.289
ຈັບຕາເບິ່ງລາຄາທອງຄຳດີດຂຶ້ນ ຫຼັງຕົກລົງແຮງສອງວັນ ຈັບຕາເງິນເຟີ້ ແລະ ການຄວໍ່າບາດ
jane - 2025-10-24T153618.386
ໄລຍະ 9 ເດືອນປີ 2025 ເກັບລາຍຮັບ 13 ຕື້ກວ່າກີບ ດ່ານພາສີສາກົນປາກຕາພານ ມ.ລະຄອນເພັງ ຂ.ສາລະວັນ.
pele - 2025-10-24T152015.139
ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກສສ ຫວຽດນາມ
pele - 2025-10-24T140909.129
ແຈ້ງການມອດ 25,26,28/10/2025
jane - 2025-10-24T141822.033
ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025ໃນຂອບເຂດທົ່ວປະເທດ ເຫັນດີໃຫ້ປ່ຽນສີເຄື່ອງຫມາຍຊາດ
jane - 2025-10-24T135934.304
ຂ່າວຈາກ: BBCລາຍງານວ່າ ທຳນຽບຂາວຢືນຢັນ ປະທານາທິບໍດີໂດນັລ ທຣຳ ຈະພົບກັບ ປະທານາທິບໍດີສີຈິ້ນຜິງຂອງຈີນ ນອກຮອບທ້າຍເດືອນຕຸລານີ້
jane - 2025-10-24T112507.108
ຂ່າວຕ່າງປະເທດລາຍງານປະເທດເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ
jane - 2025-10-24T105214.259
ທີມຊາດລາວ ຢູ່ກຸ່ມ B ແຂ່ງຂັນບານເຕະ ໃນງານມະຫະກຳກິລາຊີເກມ 2025 ທີ່ປະເທດໄທ
pele - 2025-10-24T104749.867
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ
pele - 2025-10-24T091435.209
ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ
ຢ່າລື່ມກົດຕິດຕາມ