
ໃນວັນທີ 26 ຕຸລານີ້ ທີ່ທ່ານ້ຳບ້ານເກິນກາງ ຫາດຊາຍທຽມ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2025 ຂຶ້ນໂດຍການເຂົ້າຮ່ວມຂອງທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ, ມີທ່ານ ນາງ ວົງເດືອນ ວັດຕະໂສ ເລຂາເມືອງ ທຸລະຄົມ ພ້ອມດ້ວຍ ປະຊາຊົນເປັນຈຳນວນຫຼວງຫຼາຍເຂົ້າຮ່ວມຊົມ.
ທ່ານ ບຸນເລີດ ສີຫາປັນຍາ ປະທານຄະນະກຳມະການປົກຄອງເມືອງທຸລະຄົມໄດ້ລາຍງານວ່າ: ງານບຸນຊ່ວງເຮືອປີນີ້, ໄດ້ກໍານົດຄົບງັນ 7 ວັນ. ໃນນັ້ນ, ວັນທີ 25 ຕຸລາ 2025 ແຂ່ງຂັນກິລາເຮືອຊ່ວງປະເພດ 12 ສີພາຍ, ສໍາລັບມື້ນີ້ກົງກັບວັນທີ 26 ຕຸລາ 2025 ເປັນມື້ເປີດງານບຸນ ແລະ ແຂ່ງຂັນຊ່ວງເຮືອຍາວປະເພນີ ປະເພດ 55 ສີພາຍ, ຊຶ່ງລ້ວນແລ້ວແຕ່ແມ່ນເຮືອເຂດບ້ານລ້ອງງື່ມ, ກິດຈະກໍາພາຍໃນງານປະກອບມີຕະຫຼາດນັດວາງສະແດງຂາຍສິນຄ້າປະເພດອຸປະໂພກ ແລະ ບໍລິໂພກ, ສິນຄ້າໂອດ໋ອບ, ສິນຄ້າກະສິກໍາ, ຫັດຖະກໍາ, ຮ້ານວາງສະແດງສິນຄ້າຂອງບັນດາທະນາຄານ, ລັດວິສາຫະກິດ, ເຄື່ອງຫຼິ້ນເດັກ ແລະ ອື່ນໆ ຄືກັບປີຜ່ານມາ, ພິເສດມີການເສບຄົບງັນດ້ວຍວົງດົນຕີຊື່ດັງຈາກລາວແດນໃຕ້ ວົງເທບພອນໄຊ ມາສ້າງບັນຍາກາດໃຫ້ແກ່ງານອີກດ້ວຍ.
ທ່ານ ນາງ ວົງເດືອນ ວັດຕະໂສ ໄດ້ຂຶ້ນກ່າວເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ2025 ຢ່າງເປັນທາງການ ພ້ອມນີ້ ທ່ານ ພູວົງ ບຸນຊູ ໄດ້ໃຫ້ກຽດລັ່ນຄ້ອງ 9 ບາດເພື່ອເປັນສິຣິມຸງຄຸນໃນບຸນຊ່ວງເຮືອປະເພນີປະຈຳປີ 2025 ຢ່າງເປັນຂະບວນຟົດຟື້ນ.
(ແຫຼ່ງຂ່າວ: ແຂວງວຽງຈັນ)
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 656.97 | 668.14 |
EUR | 24,150 | 24,634 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 44,520,000 | 45,050,000 |
![]() | 43,985,000 | 45,159,000 |














