
ແຂວງຄໍາມ່ວນ ຕັ້ງເປົ້າໝາຍຈະພະຍາຍາມສູ້ຊົນບໍ່ໃຫ້ຫຼຸດ 47 ຫຼຽນຄໍາ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025.
ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ ໄດ້ກ່າວໃນກອງປະຊຸມປຶກສາຫາລືການກະກຽມຄວາມພ້ອມດ້ານຕ່າງໆ ເພື່ອເຂົ້າຮ່ວມງານກິລາຄັ້ງນີ້, ເມື່ອບໍ່ດົນມານີ້ ທີ່ແຂວງຄໍາມ່ວນ ວ່າ: ງານມະຫາກຳກິລາແກ່ງຊາດ ຄັ້ງທີ XII 2025 ໄດ້ກໍານົດ 33 ປະເພດກິລາ ແລະ 1 ກິລາສາທິດ ຮ່ວມແຂ່ງຂັນ ແຕ່ແຂວງຄໍາມ່ວນ ໄດ້ກໍານົດສົ່ງນັກກິລາເຂົ້າຮ່ວມ 27 ປະເພດກິລາ: ແລ່ນ-ລານ, ບານເຕະ, ບານສົ່ງ, ກະຕໍ້, ປິ່ງປ່ອງ, ເປຕັງ, ດອກປີກໄກ່, ຍິງປືນ, ເທຄວັນໂດ, ຄາຣາເຕໂດ, ມວຍລາວ, ມວຍສາກົນ, ລົດຖີບ, ກັອບ, ມວຍປໍ້າ, ຢູໂດ, ວູຊູ, ປັນຈະສີລັດ, ຍິງທະນູ, ເຮືອຊ່ວງ, ສະນຸກເກີ້, ຍົກນໍ້າໜັກ, ດຶງເຊືອກ, ລອຍນໍ້າ, ອີ-ສະປອດ, ຊັອບເທັນນິດ ແລະ ກິລາເຕັ້ນ, ຊຶ່ງປະຈຸບັນ ນັກກິລາແຕ່ລະປະເພດດັ່ງກ່າວ ແມ່ນກໍາລັງຝຶກຊ້ອມ ໃຫ້ມີຄວາມພ້ອມເພື່ອຮັບປະກັນເຂົ້າຮ່ວມໃຫ້ໄດ້ຕາມແຜນການ ແລະ ຍາດໄດ້ຫຼຽນຕາມເປົ້າໝາຍທີ່ວາງໄວ້.
ສໍາລັບ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ປີ 2022 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ, ແຂວງຄໍາມ່ວນ ໄດ້ອັນດັບທີ 4 ຍາດໄດ້ 36 ຫຼຽນຄຳ, 26 ຫຼຽນເງິນ ແລະ 47 ຫຼຽນທອງ ລວມ 109 ຫຼຽນ, ສ່ວນອັນດັບ1 ເຈົ້າພາບ ຊຽງຂວາງ ຍາດມາໄດ້ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມ 217 ຫຼຽນ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 658.24 | 669.43 |
EUR | 24,151 | 24,633 |
CNY | 2,942 | 3,000 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 44,520,000 | 45,050,000 |
![]() | 43,985,000 | 45,159,000 |














