
ຫຼັງຈາກ Samsung ໄດ້ສົ່ງເຊັນເຊີຮູບພາບຕະກູນ ISOCELL ທີ່ມີຄວາມລະອຽດ 200 ລ້ານພິກເຊວ ລຸກຕະຫຼາດສະມາດໂຟນທີ່ເນັ້ນການຖ່າຍຮູບລະດັບໄຮເອນ ມາຫຼາຍປີແລ້ວ, ລ່າສຸດມີລາຍງານວ່າ Sony ຈະເຂົ້າຮ່ວມແຂ່ງຂັນໃນຕະຫຼາດນີ້ເຊັ່ນກັນ ໂດຍກຽມເປີດຕົວເຊັນເຊີຮູບພາບ LYT-910 ທີ່ອາດຈະເປັນການຍົກລະດັບການຖ່າຍຮູບໃນສະມາດໂຟນຄັ້ງໃຫຍ່.
ທິບສເຕີຊື່ Fenibook (ຫຼື @feni_book) ໄດ້ໂພສໃນແພລດຟອມ X ເຜີຍວ່າ LYT-910 ແມ່ນເຊັນເຊີຮູບພາບ (ສຳລັບສະມາດໂຟນ) ລຸ່ນແລກຂອງ Sony ທີ່ມີຄວາມລະອຽດສູງຮອດ 200 ລ້ານພິກເຊວ ໂດຍຕົວເຊັນເຊີມີຂະໜາດໃຫຍ່ຮອດ 1/1.11 ນິ້ວ ຊຶ່ງໃຫຍ່ກວ່າເຊັນເຊີ ISOCELL HP2 ໃນ Galaxy S25 Ultra ຂອງ Samsung ທີ່ມີຂະໜາດ 1/1.3 ນິ້ວ ແລະມີຂະໜາດພິກເຊວ 0.7 µm ທີ່ຖືວ່າອັບເກຣດຈາກ HP2 ທີ່ມີຂະໜາດ 0.6 µm.
ໃນຕົວເຊັນເຊີມີການຕິດຕັ້ງເທັກໂນໂລຢີ Remosaic ແບບ 2 ຊັ້ນ ດັ່ງນີ້:
- QBC (Quad Bayer Coding): ລວມ 4 ພິກເຊວເຂົ້າດ້ວຍກັນເພື່ອສ້າງຮູບພາບຄວາມລະອຽດ 50 ລ້ານພິກເຊວ
- QQBC (Quad-Quad Bayer Coding): ລວມພິກເຊວແບບ 4×4 ເພື່ອສ້າງຮູບພາບຄວາມລະອຽດ 200 ລ້ານພິກເຊວ
ເທັກໂນໂລຢີນີ້ຈະຊ່ວຍໃຫ້ການຖ່າຍຮູບໄວຂຶ້ນ ແລະໃຊ້ພະລັງງານນ້ອຍລົງໃນການປະມວນຜົນຮູບພາບ ພ້ອມທັງຮອງຮັບການບັນທຶກວິດີໂອ HDR ຄວາມລະອຽດ 4K ທີ່ 120 fps ແລະ 8K ທີ່ 30 fps.
ແຫຼ່ງຂ່າວລາຍງານເພີ່ມເຕີມວ່າ Sony LYT-910 ສາມາດເກັບຊ່ວງໄດນາມິກຂອງຮູບພາບໄດ້ກວ່າ 100 dB (ຄວາມຕ່າງແສງປະມານ 100,000:1) ທີ່ຊ່ວຍໃຫ້ຖ່າຍຮູບ HDR ໃນທຸກສະພາບແສງໄດ້ຢ່າງມີປະສິດທິພາບ ຈາກແສງນີອອນ, ແສງໄຟຕາມຖະໜົນ ຫາກາງແຈ້ງໃຕ້ແສງແດດ ແລະຍັງຮອງຮັບການຊູມແບບບໍ່ເສຍຄວາມລະອຽດໄດ້ 2 ເທົ່າ ແລະຊູມດິຈິຕອລໄດ້ 4 ເທົ່າ ໂດຍໃຊ້ການຄຣອບຮູບພາບຈາກພິກເຊວຕົ້ນທານໂດຍກົງ ເພື່ອຮັກສາຄວາມຄົມຊັດໃຫ້ໄວ້.
Fenibook ໄດ້ເສີມວ່າ ເຊັນເຊີຮູບພາບ Sony LYT-910 ຂະໜາດໃຫຍ່ເກືອບ 1 ນິ້ວນີ້ ຈະໄດ້ຮັບການຕິດຕັ້ງໃນສະມາດໂຟນເຮືອທັງຂອງຫຼາຍແບຣນທີ່ຈະເປີດຕົວຕັ້ງແຕ່ຕົ້ນປີ 2026 ເຊັ່ນ OPPO, vivo ແລະ Xiaomi ເປັນຕົ້ນ ແລະອາດຈະກາຍເປັນຈຸດປ່ຽນໃຫ້ Sony ກັບມາມີບົດບາດສຳຄັນໃນຕະຫຼາດສະມາດໂຟນໄຮເອນອີກຄັ້ງ.
ທີ່ມາ: GizmoChina
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 658.24 | 669.43 |
EUR | 24,151 | 24,633 |
CNY | 2,942 | 3,000 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 44,520,000 | 45,050,000 |
![]() | 43,985,000 | 45,159,000 |














