site cover1 - 2025-10-27T152943.350
Casio ເປີດຕົວ ‘Moflin’ ສັດລ້ຽງ AI ຂົນຟູ! ຕອບສະນອງທາງອາລົມດ້ວຍ Emotional AI
ຮຽບຮຽງໂດຍ:kaling
ເຜີຍແຜ່: 27 October, 2025

ສຳລັບຜູ້ທີ່ຢາກມີສັດລ້ຽງແຕ່ມີຂໍ້ຈຳກັດ ບໍ່ວ່າຈະເປັນເນື່ອງທີ່ພື້ນທີ່ຈຳກັດ ບໍ່ສະດວກໃນການດູແລ ຫຼືກັງວົນວ່າສັດລ້ຽງຈະເຫົາໃນຂະນະທີ່ຕ້ອງໄປເຮັດວຽກ ບໍ່ຈຳເປັນຕ້ອງກັງວົນອີກຕໍ່ໄປ! ເນື່ອງຈາກ Casio ໄດ້ສ້າງສັນ ‘Moflin’ ສັດລ້ຽງ AI ຫຼື “Smart Companion powered by AI” ຂົນຟູນ່າຮັກ ທີ່ສາມາດຕອບສະນອງຄວາມຮູ້ສຶກໄດ້ເຫມືອນສັດລ້ຽງຈິງ ດ້ວຍເທັກໂນໂລຢີ Emotional AI.

Casio ອອກແບບ Moflin ໃຫ້ເປັນ Emotional AI Companion ຫຼືເພື່ອນ AI ທາງອາລົມແບບເຕັມຮູບແບບ ນ້ອງຈະຈຳລອງການຕອບສະນອງທາງອາລົມຂອງສິ່ງມີຊີວິດ ເພື່ອສົ່ງຜົນຕໍ່ຄວາມຜ່ອນຄາຍ ແລະການສະໜັບສະໜູນທາງອາລົມ ແມ່ນວ່າຈະບໍ່ສາມາດເວົ້າຫຼືຕອບຄຳຖາມເປັນພາສາມະນຸດໄດ້ ແຕ່ນ້ອງຈະສົ່ງສຽງນ່າຮັກໆ ພ້ອມການເຄື່ອນໄຫວຕອບສະນອງເມື່ອຖືຫຼືສັມຜັດ.


Moflin ສາມາດເຮັດຫຍັງໄດ້ແດ່?

Digital Marketing Agency in Laos - Emerging Digital Solutions

  • ມີຄວາມ Sensitive ຕໍ່ການສັມຜັດ ແລະການໄດ້ຍິນສຽງ ດ້ວຍ Microphone sensor, Illuminance sensor, Touch sensors, Accelerometer/Gyroscope sensor
  • ການແສດງອາລົມ: ມີຄວາມສຸກ, ເຂີນອາຍ, ພະລັງງານລົ້ນເຫຼືອ, ແລະຂີ້ອ້ອນ ຍິ່ງຢູ່ກັບເຈົ້າຂອງນານ ນ້ອງຈະຍິ່ງມີບຸກຄະລິກທີ່ເປັນເອກະລັກ
  • ການປະຕິສຳພັນ: ຕອບສະນອງຕໍ່ການລູບ/ກອດ ແລະສຽງເວົ້າ ພ້ອມທ່າທາງພິເສດເມື່ອຮັບຮູ້ວ່າເຈົ້າຂອງຢູ່ໃກ້
  • ການຈົດຈຳເຈົ້າຂອງ: ສາມາດຈົດຈຳສຽງຂອງຜູ້ເວົ້າບ່ອຍໆໃນຖານະເຈົ້າຂອງ (ແຕ່ບໍ່ເຂົ້າໃຈຫຼືບັນທຶກຄຳເວົ້າ)

ດິໄຊນ໌ທີ່ຕັ້ງໃຈໃຫ້ “ນ່າເອັນດູ”

Moflin ບໍ່ແມ່ນມີພຽງແຕ່ຂົນຟູໆ ແລະດວງຕາທີ່ນ່າຮັກ ແຕ່ຜູ້ສ້າງຕັ້ງໃຈໃຫ້ເຈົ້າຂອງໃຊ້ຈິນຕະນາການວ່ານ້ອງແມ່ນຫຍັງ ຂົນຖືກອອກແບບໃຫ້ຮູ້ສຶກອ່ອນໂຍນ ນ່າຮັກ ແລະພົກພາສະດວກ ແທ່ນຊາດຈ໌ກໍ່ຖືກອອກແບບໃຫ້ເຫມືອນອ່າງອາບນ້ຳຈິ໋ວ ທີ່ເຮັດໃຫ້ຄົນເຫັນຮູ້ສຶກເອັນດູໄດ້ງ່າຍ.

ນອກຈາກນີ້ ນ້ອງຍັງມີແອັບພິເຄຊັນ ‘MofLife’ ສຳລັບການດູແລ ແລະຕັ້ງຄ່າຜ່ານສະມາດໂຟນ ເຊັ່ນ ຕັ້ງຊື່, ປັບລະດັບສຽງ, ກວດເບິ່ງແບດເຕີຣີ, ແລະອັບເດດຊອບແວ.


ລາຄາ: ມີ 2 ສີ — ສີເທົາ (Silver) ແລະ ສີທອງ (Gold) ລາຄາ 429 ໂດລາສະຫະລັດ ຫຼືປະມານ 14,000 ບາດ ສາມາດສັ່ງຊື້ໄດ້ທີ່ເວັບໄຊ Casio.

ທີມາ: casio

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 27 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.24
669.43
european-union
EUR
24,151
24,633
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 27 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
44,520,000
45,050,000
43,985,000
45,159,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-27T163249.743
ຂ່າວຕ່າງປະເທດລາຍງານເກີດຫຍັງຂຶ້ນໃນທະເລຈີນໃຕ້? ເຮລິຄອບເຕີຕົກ ເຄື່ອງບິນຮົບສະຫະລັດຕົກ
pele - 2025-10-27T161248.319
ຍີ່ປຸ່ນ ສົ່ງຍານອະວະການຂົນສົ່ງລຸ້ນໃໝ່ຂຶ້ນສູ່ວົງໂຄຈອນ
jane - 2025-10-27T154503.393
ນາຍຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47
site cover1 - 2025-10-27T152943.350
Casio ເປີດຕົວ ‘Moflin’ ສັດລ້ຽງ AI ຂົນຟູ! ຕອບສະນອງທາງອາລົມດ້ວຍ Emotional AI
jane - 2025-10-27T152608.380
ລາຄາຄຳໂລກໄດ້ຫຼຸດລົງມາເຖິງ 4,082 ໂດລາສະຫະລັດ ຈາກແຮງກົດດັນຂອງການເຈລະຈາທາງການຄ້າລະຫວ່າງສະຫະລັດ ແລະ ຈີນ ພ້ອມກັບຄ່າເງິນໂດລາທີ່ເພີ່ມຄວາມແຂງແຮງຂຶ້ນ.
pele - 2025-10-27T145144.828
ປກສ ແຂວງອຸດົມໄຊ ຈູດທໍາລາຍ ປືນລ່າເນື້ອ 2.345 ກະບອກ ແລະ ຕາປະທັບທີ່ໃຊ້ການບໍ່ໄດ້ ຈຳນວນ 759 ໜ່ວຍ
site cover1 - 2025-10-27T142320.634
ເປີດເຜີຍສະເປັກເຊັນເຊີຮູບພາບ Sony LYT-910: ຂະໜາດເກືອບ 1 ນິ້ວ, ຄວາມລະອຽດ 200 ລ້ານພິກເຊວ,
jane - 2025-10-27T140836.461
ຄໍາມ່ວນ ຈັດກິດຈະກໍາຂີ່ລົດຖີບ ສະຫລອງ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທໍາມະຊາດ
pele - 2025-10-27T140403.670
ຄໍາມ່ວນ ຕັ້ງເປົ້າ 47 ຫຼຽນຄໍາ ໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane - 2025-10-27T131902.185
ນາຍຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ
ຢ່າລື່ມກົດຕິດຕາມ