ດວງ-Tou-Vientianepost (74)
ຫລາຍພາກສ່ວນ ຮ່ວມບໍລິຈາກເລືອດ ຊ່ວຍເຫລືອສັງຄົມ ສະຫລອງວັນບໍລິຈາກເລືອດໂລກ
ຮຽບຮຽງໂດຍ:Staff
ເຜີຍແຜ່: 14 June, 2023
ໝວດ: ຂ່າວ

ຂປລ. ອົງການກາແດງແຫ່ງຊາດລາວ ຈັດກິດຈະກຳຮັບບໍລິຈາກເລືອດ ເພື່ອສະເຫລີມສະ ຫລອງວັນຜູ້ບໍລິຈາກເລືອດໂລກ ໃນວັນທີ 14 ມິຖຸນາ 2023 ໂດຍມີຄະນະນໍາບັນດາກະຊວງ, ພະນັກງານ-ລັດຖະກອນ, ພະນັກງານ-ທະຫານ, ຕຳຫລວດ, ນັກຮຽນ-ນັກສຶກສາ ແລະ ມວນຊົນທົ່ວໄປໃນນະຄອນຫລວງວຽງຈັນ ເຂົ້າຮ່ວມບໍລິຈາກເລືອດດ້ວຍຄວາມສະໝັກໃຈ ເພື່ອຊ່ວຍ ເຫລືອສັງຄົມ ກໍຄື ຜູ້ປ່ວຍທີ່ມີຄວາມຕ້ອງການເລືອດ ເປັນຕົ້ນ ແມ່ຍິງ ທີ່ໄດ້ຮັບຜົນກະທົບຈາກການເກີດລູກ, ເດັກນ້ອຍທີ່ເປັນພະຍາດເລືອດຈາງຂັ້ນຮ້າຍແຮງ, ຈາກພະຍາດໄຂ້ມາຣາເລຍ (Malaria), ໄຂ້ເລືອດອອກ, ຜູ້ໄດ້ຮັບຜົນກະທົບຈາກອຸບັດເຫດພາວະສຸກເສີນ, ລວມເຖິງການຜ່າ ຕັດຊະນິດຕ່າງໆ, ຄາດວ່າ ການຮັບບໍລິຈາກເລືອດໃນຄັ້ງນີ້, ຈະໄດ້ຮັບເລືອດຫລາຍກວ່າ 500 ຖົງ.

ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ຮອງປະທານ ຄະນະກໍາມະການ ສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ ໄດ້ກ່າວວ່າ: ວັນທີ 14 ມິຖຸນາ ຂອງທຸກໆປີ ແມ່ນວັນຜູ້ບໍລິຈາກເລືອດໂລກ (World Blood Donor Day) ເຊິ່ງຢູ່ປະເທດຕ່າງໆໃນທົ່ວໂລກ ກໍໄດ້ພ້ອມກັນຈັດຕັ້ງສະເຫລີມສະຫລອງ ເພື່ອເປັນການສະແດງຄວາມຂອບໃຈຕໍ່ຜູ້ບໍລິຈາກເລືອດ ດ້ວຍຄວາມສະໝັກໃຈ ເພື່ອຊ່ວຍຄົນເຈັບ ແລະ ສ້າງຄວາມສໍານຶກໃນເລື່ອງຄວາມຈໍາເປັນຂອງການບໍລິຈາກເລືອດທີ່ປະຈໍາ ແລະ ສະໝໍ່າສະເໝີ, ເຊິ່ງເລືອດທີ່ໄດ້ຮັບບໍລິຈາກໃນແຕ່ລະປີ ຢູ່ທົ່ວໂລກ ສາມາດຊ່ວຍຊີວິດຄົນເຈັບໄດ້ນັບລ້ານຄົນ.

ໃນແຕ່ລະປີ ອົງການອານາໄມໂລກ, ສະຫະພັນກາແດງ ແລະ ຊິກວົງເດືອນແດງສາກົນ ພ້ອມດ້ວຍໜ່ວຍງານສາກົນທີ່ກ່ຽວຂ້ອງອື່ນໆ ໄດ້ມີການກໍານົດຄໍາຂວັນເພື່ອສະເຫລີມສະຫລອງວັນດັ່ງກ່າວ, ທີ່ແຕກຕ່າງກັນ ແນໃສ່ປຸກລະດົມການບໍລິຈາກເລືອດແບບສະຫໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ແລະ ຮັບປະກັນ ການຕອບສະໜອງເລືອດທີ່ພຽງພໍ ແລະ ປອດໄພ ໃນທົ່ວໂລກ. ສຳລັບຄໍາຂວັນປີ 2023 ນີ້ແມ່ນ “ໃຫ້ເລືອດ, ໃຫ້ປະລັດສະມາ, ໃຫ້ຊີວີດ, ສືບຕໍ່ໃຫ້ເລື້ອຍໆ” ເຊິ່ງແນວຄວາມຄິດຂອງວັນຜູ້ບໍລິຈາກເລືອດໂລກ ໃນປີ 2023 ແມ່ນການປຸກລະດົມໃຫ້ມີການບໍລິຈາກເລືອດ ເພື່ອຊ່ວຍຊີວິດຂອງຄົນເຈັບໃຫ້ປອດໄພ, ທັງເປັນການປູກຈິດສຳນຶກໃຫ້ສັງຄົມ ກໍຄື ປະຊາຊົນລາວບັນດາເຜົ່າປະກອບໃນການບໍລິຈາກເລືອດຫລາຍຂຶ້ນ ເພື່ອຫລຸດຜ່ອນອັດຕາການຕາຍ ທີ່ເກີດຈາກການຂາດເລືອດ.

ການສະເຫລີມສະຫລອງວັນຜູ້ບໍລິຈາກເລືອດໂລກ ໃນຄັ້ງນີ້, ເພື່ອສ້າງຄວາມເປັນນໍ້າໜຶ່ງໃຈດຽວກັນໃນການບໍລິຈາກເລືອດ, ສ້າງຄຸນຄ່າຂອງການບໍລິຈາກເລືອດ ແລະ ໃຫ້ເລືອດດ້ວຍຄວາມບໍລິສຸດໃຈ ບໍ່ຮຽກຮ້ອງສິ່ງຕອບແທນ, ທັງເປັນການປຸກລະດົມໃຫ້ປະຊາຊົນຫັນມາສົນໃຈຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ນັບມື້ຫລາຍຂຶ້ນເລື້ອຍໆ, ເພື່ອເປັນການປຸກລະດົມ ເຊີນຊວນໃຫ້ຜູ້ທີ່ບໍ່ເຄີຍບໍລິຈາກເລືອດ ແລະ ຜູ້ທີ່ເຄີຍບໍລິຈາກເລືອດມາແລ້ວ ຈົ່ງກັບຄືນມາບໍລິຈາກເລືອດຢ່າງສະໝໍ່າສະເໝີຕະຫລອດປີ ເພື່ອໃຫ້ມີເລືອດ ແລະ ສ່ວນປະກອບຂອງເລືອດ ລວມທັງສ່ວນປະກອບຂອງເລືອດທີ່ເປັນ ປະລັດສະມາ(ສານອາຫານ ແລະ ສານກັນກ້າມ) ໃຫ້ມີແຮໄວ້ຢ່າງພຽງພໍ ແລະ ເພື່ອເປັນການຂັບເຄື່ອນການສະໜັບສະໜູນໃນແຕ່ລະປະເທດ, ພູມີພາກ ແລະ ທົ່ວໂລກ ໂດຍສະເພາະ ສປປ ລາວ ໃຫ້ເກີດການພັດທະນາ ດ້ານການປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພຢ່າງເຂັ້ມແຂງ ແລະ ຍືນຍົງ.

ທ່ານໃດ ທີ່ຕ້ອງການບໍລິຈາກເລືອດຊ່ວຍເຫລືອສັງຄົມ, ສາມາດມາບໍລິຈາກເລືອດໄດ້ທີ່ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງໃນທົ່ວປະເທດ ເລີ່ມແຕ່ເວລາ 8:30-17:00 ໂມງ ທຸກໆມື້ ເປີດຮັບບໍລິຈາກປະຈຳ ບໍ່ເວັ້ນວັນພັກທາງລັດຖະການ.

ທີ່ມາ ຂ່າວສານປະເທດລາວ Pathedlao

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 6 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,540
21,817
thailand (1)
THB
661.03
672.27
european-union
EUR
23,843
24,321
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 6 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,500,000
43,030,000
42,017,000
43,139,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-06T163343.756
ຂ່າວຕ່າງປະເທດລາຍງານໂຮງໄຟຟ້າເກົາຫຼີໃຕ້ຖະຫຼົ່ມ ລະຫວ່າງກຽມຮື້ຖອນ ພົບຄົນຕິດໃຕ້ຊາກຢ່າງໜ້ອຍ 7 ຄົນ
jane - 2025-11-06T154548.563
ແຈ້ງເຕືອນ ເຝົ້າລະວງນ້ຳຖ້ວມຊຸ ແລະ ດິນເຈື່ອນ.ພາຍຸໃຕ້ຝຸ່ນ KALMAEGI ຄາດວ່າໃນຕອນຄ່ຳຂອງວັນທີ 6 ພະຈິກ ແຈ້ງການດັ່ງລຸ່ມນີ້:
jane - 2025-11-06T152102.931
ສານ ແຂວງອຸດົມໄຊ ຕັດອິດສະຫລະພາບຈຳເລີຍ ຈຳຄຸກ 5 ປີ ປັບໃໝ 10,000,000 ກີບຂໍ້ຫາມີຢາເສບຕິດ 76 ເມັດ ໄວ້ໃນຄອບຄອງ
pele - 2025-11-06T145000.718
ແຂວງຫຼວງພະບາງ ທຳລາຍຢາເສບຕິດ ຫຼາຍກວ່າ 35,900 ເມັດ
pele - 2025-11-06T140616.002
ພາຍຸໄຕ້ຝຸ່ນຄັລແມກິກ ພັດຖະຫລົ່ມ ຟີລິບປິນ ເສຍຊີວິດ ເກືອບ 60 ຄົນ
jane - 2025-11-06T134642.386
ຮອງນາຍຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດ ສປຊ ຄັ້ງທີ 02
jane - 2025-11-06T113735.879
ປະກາດ! ຂ່າວດີສໍາຫຼັບນ້ອງໆສີ່ຂາສັກວັກຊີນປ້ອງກັນພະຍາດໃຫ້ໝາ ແລະ ແມວ (ຟຣີ) ວັນທີ 11-12 ພະຈິກ 2025 ທີ່ໂຮງໝໍປິ່ນປົວສັດຄະນະກະເສດສາດ ມຊ
jane - 2025-11-06T102724.012
ເບິ່ງດວງປະຈຳ ວັນທີ 06 ພະຈິກ 2025 ດັ່ງລຸ່ມນີ້:
jane - 2025-11-06T094301.942
ໃນວັນທີ 06/11/2025 ເວລາ 00:50 ນາທີ ເກີດເຫດລົດໃຫ່ຍຕຳເສົາໄຟ ທີ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
jane - 2025-11-06T092516.937
ລາຍງານສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍ ກວ່າ 2.5 ໄມຄຣອນ (PM 2.5) ່ ປະຈຳວັນທີ 06 ພະຈິກ 2025 ແຕ່ລະຈຸດມີດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ