
ລາວ-ເຢຍລະມັນ ຮ່ວມມືໂຄງການປົກປັກຮັກສາໜັງສືໃບລານລາວຂອງຫໍສະໝຸດແຫ່ງຊາດ ເພື່ອອະນຸລັກໃຫ້ຄົງຢູ່ໄດ້ດົນນານ.
ໃນວັນທີ 12 ມິຖຸນາ ຜ່ານມາ ໄດ້ຈັດກອງປະຊຸມສຳມະນາຄວາມສຳຄັນຂອງໜັງສືໃບລານ ແລະ ການປົກປັກຮັກສາໃຫ້ຍືນຍົງ ທີ່ວັດປ່າຜາໂອ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໂດຍ ສາທຸ ອ່ອນແກ້ວ ກິດຕິພັດໂທ ໄດ້ກ່າວເປີດກອງປະຊຸມວ່າ: ໜັງສືຜູກໃບລານເປັນເອກະສານສຳຄັນ ເປັນມູນມໍລະດົກທາງພູມປັນຍາອັນຊົງຄຸນຄ່າທີ່ບັນພະບູລຸດ ຂອງເຮົາໄດ້ສັນສ້າງໄວ້ຕັ້ງແຕ່ສະຕະວັດທີ 16 ໃນໄລຍະປີ 1992 ເຖິງ 2002. ໜັງສືຜູກໃບລານຢູ່ບັນດາວັດ ໃນແຂວງຫຼວງພະບາງ ໄດ້ຮັບການສໍາຫຼວດ, ຂຶ້ນທະບຽນ, ທຳຄວາມສະອາດ, ປ່ຽນສາຍໜອງ ແລະ ປ່ຽນຜ້າໂດຍໂຄງການປົກປັກຮັກສາໜັງສືໃບລານລາວຂອງຫໍສະໝຸດແຫ່ງຊາດ ພາຍໃຕ້ການຮ່ວມມືທາງດ້ານວັດທະນະທຳ ລາວ-ເຢຍລະມັນ ໂດຍໄດ້ຮັບທຶນສະໜັບສະໜູນ ຈາກລັດຖະບານເຢຍລະມັນ. ປັດຈຸບັນ ເຫັນວ່າ ໜັງສືໃບລານເຖິງວ່າຈະເກັບໄວ້ໃນຕູ້, ໃນຫີບ ແຕ່ກໍຖືກປ່ອຍປະລະເລີຍ ຂາດການເອົາໃຈໃສ່ເບິ່ງແຍງຢ່າງເປັນປົກກະຕິ ເຮັດໃຫ້ໜັງສືໃບລານຕົກຢູ່ໃນອັນຕະລາຍ ເຊັ່ນ: ຖືກນໍ້າ, ຖືກໜູກັດ, ຖືກປວກກິນ ແລະ ອື່ນໆ.
ໜັງສືໃບລານທີ່ຢູ່ໃນບາງວັດ ຖືກນໍ້າແຕ່ບໍ່ໄດ້ຮັບການເບິ່ງແຍງ ເຮັດໃຫ້ໃບລານຕິດກັນຈົນໃຊ້ການບໍ່ໄດ້, ຢູ່ບາງວັດ ໜັງສືໃບລານຖືກນ້ຳແລ້ວປ່ອຍໃຫ້ເນົ່າ ແລ້ວນໍາເອົາໄປຖິ້ມ.
ກອງປະຊຸມຄັ້ງນີ້, ໄດ້ຮັບທຶນສະໜັບສະໜູນຈາກຫໍສະໝຸດອັງກິດ ຊຶ່ງຜູ້ເຂົ້າຮ່ວມໄດ້ຮຽນຮູ້ລັກສະນະສະເພາະຕົວ ຂອງວັດທະນະທຳ, ເອກະສານຕົວຂຽນຂອງລາວ ແລະ ໄທ. ການອະນຸລັກ ແລະ ການອັດສຳເນົາໜັງສືໃບລານ, ການອະນຸລັກໜັງສືໃບລານແບບຊຸມຊົນມີສ່ວນຮ່ວມ ທີ່ວັດສູງເມ້ນ ແຂວງແພຣ່ ປະເທດໄທ, ຄວາມສຳຄັນ ແລະ ການນຳໃຊ້ເອກະສານໜັງສືໃບລານ, ສະພາບໜັງສືໃບລານໃນປະເທດລາວປັດຈຸບັນ ແລະ ແນວທາງການອະນຸລັກ-ປົກປັກຮັກສາ, ການອະນຸລັກ ແລະ ຟື້ນຟູໜັງສືຄຳພີໃບລານ ທີ່ແຂວງນ່ານປະເທດໄທ ແລະ ສິ່ງທີ່ຄວນປົກປັກ-ຮັກສາ ໜັງສືໃບລານອັນຊົງຄຸນຄ່າຈາກບັນພະຊົນ, ໂດຍມີວິທະຍາກອນຈາກສະຖາບັນອາຊີ-ອາຟຣິກາ, ມະຫາວິທະຍາໄລຮຳບວກ ປະເທດເຢຍລະມັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຈາກປະເທດໄທ ແລະ ລາວ ເປັນຜູ້ຂຶ້ນບັນຍາຍ ທັງມີການສົນທະນາ ແລກປ່ຽນບົດຮຽນຮ່ວມກັນເພື່ອເຮັດໃຫ້ການອະນຸລັກໜັງສືໃບລານໄດ້ຮັບຜົນດີໃນຕໍ່ໜ້າ.
ແຫຼ່ງຂ່າວ ປະຊາຊົນ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |














