
ສັ່ງປິດຊົ່ວຄາວ ຮ້ານກິນດື່ມ-ຄາຣາໂອເກະ-ຮ້ານບັນເທີງ ໄລຍະສອບເສັງຈົບຊັ້ນ ມ.4 ແລະ ມ.7
ຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງແບງ ແຂວງ ອຸດົມໄຊ ແຈ້ງໃຫ້ປິດບໍລິການຊົ່ວຄາວ ຮ້ານກິນດື່ມ, ຮ້ານ ອາຫານ, ຮ້ານບັນເທີງ, ຄາຣາໂອເກະ ໃນມື້ສຸດທ້າຍການສອບເສັງ ມ.4 ແລະ ມ.7 ໃຫ້ປິດບໍລິການ ຕອນແລງແຕ່ 4:00 ໂມງ ຂອງວັນທີ 16-23 ມິຖຸນາ 2023, ເຊິ່ງເປັນມື້ສຳເລັດການສອບເສັງ ເພື່ອຫລີກລ່ຽງບັນຫາປະກົດການຫຍໍ້ທໍ້ຕ່າງໆ ເຊັ່ນ: ຕັ້ງກຸ່ມກ້ອນຊຸມແຊວ, ອາລະວາດຕີກັນ, ຂີ່ລົດໄວສຽງດັງ, ຖ່າຍຮູບພາບລົງສື່ສັງຄົມອອນລາຍ ແບບທີ່ບໍ່ເໝາະສົມ, ສັງຄົມວິພາກວິຈານບໍ່ສອດຄ່ອງກັບວັດທະນະທໍາ.
ນອກຈາກວັນທີ ທີ່ໄດ້ກຳນົດຂ້າງເທິງນັ້ນ ແມ່ນອະນຸນາດໃຫ້ເປີດບໍລິການປົກກະຕິ, ຖ້າຫາກຮ້ານໃດລະເມີດຕາມແຈ້ງການທີ່ໄດ້ລະບຸໄວ້ນີ້ ເຈົ້າໜ້າທີ່ຄະນະສະເພາະກິດ ຂັ້ນເມືອງລົງເຄື່ອນໄຫວພົບເຫັນ ຈະໄດ້ປັບໃໝຕາມລະບຽບການທີ່ໄດ້ກໍານົດໄວ້.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Thursday, 6 November, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Thursday, 6 November, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














