pele - 2025-10-28T160942.634
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI
ຮຽບຮຽງໂດຍ:Pele
ເຜີຍແຜ່: 28 October, 2025

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຄັ້ງທີ VI ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງສະຫາຍ ມະໄລທອງ ກົມມະສິດ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະ ມົນຕີກະຊວງ ອຄ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍຄະນະປະທານ, ຜູ້ແທນສົມບູນ, ບັນດາສະມາຊິກພັກອາວຸໂສບຳນານ, ພ້ອມດ້ວຍສະຫາຍແຂກຖືກເຊີນເຂົ້າຮ່ວມ.

 

Digital Marketing Agency in Laos - Emerging Digital Solutions

 

ສະຫາຍ ມະໄລທອງ ກົມມະສິດ ກ່າວເປີດກອງປະຊຸມວ່າ: ກອງປະຊຸມໃນຄັ້ງນີ້, ດໍາເນີນພາຍໃຕ້ຄໍາຂວັນ “ສືບຕໍ່ຍົກສູງບົດບາດ ແລະ ຄວາມສາມາດນໍາພາຂອງພັກ, ເສີມຂະຫຍາຍທ່າແຮງຂອງຂະ ແໜງອຸດສາຫະກໍາ ແລະ ການຄ້າ ໃຫ້ເປັນກໍາລັງຂັບເຄື່ອນເສດຖະກິດເອກະລາດເປັນເຈົ້າຕົນເອງ ຢ່າງໜັກແໜ້ນ”. ຄໍາຂວັນນີ້, ແມ່ນທິດນໍາທີ່ສ່ອງແສງເຖິງການເບິ່ງເຫັນທ່າແຮງຂອງຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ຄວາມມຸ່ງຫວັງອັນແຮງກ້າ ທີ່ສະມາຊິກພັກໃນທົ່ວອົງຄະນະພັກຈະຜັນຂະຫຍາຍທິດທາງ, ແຜນນະໂຍບາຍ ແລະ ມະຕິຂອງພັກ ເພື່ອປະກອບສ່ວນຢ່າງແຂງແຮງ ໃຫ້ແກ່ການພັດທະນາປະ ເທດຊາດ. ກອງປະຊຸມ ຈະໄດ້ມີການສະຫຼຸບຕີລາຄາຜົນສໍາເລັດ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຂອງພັກ ໃນໄລຍະ 5 ປີຜ່ານມາ; ການກໍານົດທິດທາງ, ຄາດໝາຍ ແລະ ບັນດາວຽກຈຸດສຸມ ເພື່ອສືບຕໍ່ປະຕິບັດພາລະກິດປ່ຽນແປງໃໝ່ຂອງພັກ, ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງຕາມທິດສັງຄົມນິຍົມ; ຮັບຟັງຮ່າງແຜນພັດທະນາອຸດສາຫະກໍາ ແລະ ການຄ້າ 5 ປີ (2025-2026), ຮັບຟັງການປະກອບຄໍາເຫັນໃນວຽກງານພັກ-ພະນັກງານ, ກວດກາພັກ ແລະ ອົງການຈັດຕັ້ງມະຫາຊົນ, ວຽກງານພັດທະນາອຸດສາຫະກໍາ ແລະ ການຄ້າ ແລະ ວຽກງານພັດທະນາທະນາວິສາຫະກິດ ແລະ ຈະໄດ້ຮັບຟັງການປະກອບຄໍາເຫັນຂອງສະຫາຍຜູ້ແທນສົມບູນ.

 

 

ໂອກາດນີ້, ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນດຳເນີນການເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງ ອຄ ຊຸດໃໝ່ ສະໄໝທີ VI ເພື່ອສືບຕໍ່ນໍາພາອົງຄະນະພັກກະຊວງ ຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI ທີ່ຈະຮັບຮອງໃນມື້ນີ້. ໃນນັ້ນ, ຈະໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ. ພ້ອມນັ້ນ, ຈະໄດ້ຮັບຟັງຄໍາເຫັນໂອ້ລົມ ແລະ ໃຫ້ທິດເຍືອງທາງ ຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ຕໍ່ຄະນະບໍລິຫານງານພັກຊຸດໃໝ່ ແລະ ຕໍ່ຜູ້ແທນກອງປະຊຸມຕື່ມອີກ.

 

(ຂ່າວ-ພາບ: ວັນເພັງ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 28 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
660.04
671.26
european-union
EUR
24,263
24,748
china
CNY
2,950
3,009
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 28 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
43,570,000
44,100,000
43,060,000
44,209,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-28T162215.259
ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ
pele - 2025-10-28T160942.634
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI
jane - 2025-10-28T154933.398
ກຸ່ມບໍລິສັດ ສຽນເສີງ ສະໜັບສະໜູນ ທີມນັກກິລາເຕະບານ ນວ 500 ລ້ານກີບ
jane - 2025-10-28T153835.323
ເກີດເຫດໄຟໄໝ້ຮ້ານອາຫານ ພູຊິໂອ ຢູ່ນະຄອນປາກເຊ ແຂວງຈຳປາສັກ ເວລາປະມານ 13:25 ນາທີ ວັນທີ 28 ຕຸລາ 2025
pele - 2025-10-28T152759.618
Toyota ລາຍງານຍອດຂາຍທົ່ວໂລກເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນ
jane - 2025-10-28T143718.380
ໃນຕອນເຊົ້າຂອງວັນທີ 28 ຕຸລາ 2025 ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດເຊັນປຶ້ມໄວ້ອາໄລ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫລວງ
pele - 2025-10-28T141559.671
ປະເທດຕຸລະກີແຜ່ນດິນໄຫວ
jane - 2025-10-28T133922.748
"5 ອາຫານ" ທີ່ບໍ່ຄວນແຊ່ຕູ້ເຢັນ ເພື່ອໃຫ້ທ່ານໄດ້ຮູ້ ແລະ ຫຼີກລ່ຽງ
pele - 2025-10-28T113904.088
ພິທີເປີດປ້າຍສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ
jane - 2025-10-28T112148.117
ໃນວັນທີ 28/10/2025 ເກີດເຫດຄົນບໍ່ດີລັກຈູດກອງເຂົ້າປະຊາຊົນ ທີ່ບ້ານຫາດສາມຄອນ, ເມືອງທ່າໂທມ, ແຂວງໄຊສົມບູນ.
ຢ່າລື່ມກົດຕິດຕາມ