ດວງ-Tou-Vientianepost (81)
ແຂວງເຊກອງ ໄດ້ຮັບທຶນຊ່ວຍເຫລືອທາງດ້ານສະບຽງອາຫານຈາກລັດຖະບານຝຣັ່ງ ປະມານ 545.852 ໂດລາສະຫະລັດ
ຮຽບຮຽງໂດຍ:Staff
ເຜີຍແຜ່: 15 June, 2023
ໝວດ: ຂ່າວ

ວັນທີ 12 ມິຖຸນາ 2023 ຜ່ານມາ, ອໍານາດການປົກຄອງຂັ້ນແຂວງ ແລະ ບັນດາກະຊວງຈາກຂັ້ນສູນກາງ ຮ່ວມກັບສະຖານທູດຝຣັ່ງ ແລະ ອົງການອາຫານໂລກແຫ່ງສະຫະປະຊາຊາດ (ສປຊ) ປະຈຳ ສປປ ລາວ ໄດ້ລົງນາມໃນໂຄງການສະໜັບສະໜູນການເຂົ້າເຖິງແຫຼ່ງອາຫານທີ່ຈຳເປັນ ແລະ ຍົກລະດັບການດໍາລົງຊີວິດທີ່ສາມາດຮັບມືກັບຜົນກະທົບຈາກໄພພິບັດເພື່ອຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການໃຫ້ແກ່ປະຊາຊົນຫຼາຍກວ່າ 10.600 ຄົນ ຢູ່ແຂວງເຊກອງ. ການຊ່ວຍເຫຼືອທາງດ້ານສະບຽງອາຫານຂອງລັດຖະບານຝຣັ່ງ ໃນຄັ້ງນີ້ແມ່ນມີມູນຄ່າ 545.852 ໂດລາ.

ແຂວງເຊກອງເປັນແຂວງໜຶ່ງທີ່ຢູ່ທາງພາກໃຕ້ ສປປ ລາວ. ປະມານ 33% ຂອງປະຊາກອນໃນແຂວງກໍາລັງປະເຊີນໜ້າກັບການຂາດແຄນອາຫານ ຊຶ່ງອັດຕາການຂາດແຄນອາຫານໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງນັບແຕ່ກາງປີ 2022 ເປັນຕົ້ນມາ, ເນື່ອງຈາກປະຊາຊົນໃນທົ່ວປະເທດກຳລັງພະຍາຍາມຮັບມືກັບການເພີ່ມຂຶ້ນຂອງລາຄາສິນຄ້າເຊັ່ນ: ອາຫານ, ນ້ໍາມັນເຊື້ອໄຟ ແລະ ການນໍາເຂົ້າເຄື່ອງມືກະສິກໍາ. ນອກຈາກນີ້, ແຂວງເຊກອງຍັງມີອັດຕາການຂາດສານອາຫານສູງໂດຍສະເພາະໃນເດັກນ້ອຍອາຍຸຕໍ່າກວ່າ 5 ປີ, ໃນນີ້ 49,9% ມີຄວາມສູງຕໍ່າກວ່າມາດຕະຖານສະເລ່ຍໃສ່ອາຍຸຂອງພວກເຂົາ ຊຶ່ງ

ບັນຫາດັ່ງກ່າວໄດ້ສ້າງຜົນກະທົບອັນຮ້າຍແຮງໃນໄລຍະຍາວຕໍ່ການພັດທະນາທາງດ້ານຮ່າງກາຍ ແລະ ມັນສະໝອງຂອງພວກເຂົາ ຊຶ່ງບັນຫາເຫຼົ່ານີ້ມີຜົນກະທົບມາຈາກໄພພິບັດຕ່າງໆທີ່ກ່ຽວຂ້ອງກັບການປ່ຽນແປງຂອງສະພາບດິນຟ້າອາກາດເຊັ່ນ: ໄພນໍ້າຖ້ວມຕາມລະດູການ ແລະ ໄພແຫ້ງແລ້ງ ຊຶ່ງສົ່ງຜົນກະທົບຕໍ່ປະຊາຊົນທີ່ມີຄວາມສ່ຽງທີ່ສຸດໃນແຂວງ; ໂດຍການຊີ້ນໍາຂອງກະຊວງກະສິກໍາ ແລະ ປ່າໄມ້ ແລະ ກະຊວງສາທາລະນະສຸກ, ໂຄງການດັ່ງກ່າວໄດ້ເຫັນເຖິງຄວາມສຳຄັນໃນການແກ້ໄຂບັນຫາລ່ວງໜ້າໂດຍການສະໜອງເງິນທຶນຊ່ວຍເຫຼືອແກ່ 2.000 ຄອບຄົວ ໃນ 20 ບ້ານຂອງເມືອງທ່າແຕງ,

ທີ່ໄດ້ຖືກຄັດເລືອກໂດຍອີງໃສ່ລະດັບຄວາມທຸກຍາກ, ຄະແນນການບໍລິໂພກອາຫານທີ່ຕໍ່າ, ລະດັບຄວາມຮູ້ໜັງສື ແລະ ຈໍານວນຂອງໄພພິບັດທີ່ເກີດຂຶ້ນ, ລວມເຖິງບັນດາປັດໄຈອື່ນໆ. ເງິນຊ່ວຍເຫຼືອແມ່ນຈະຊ່ວຍໃຫ້ພວກເຂົາສາມາດນຳໄປຊື້ອາຫານທີ່ຈຳເປັນໄດ້ໃນທັນທີ, ໃນຂະນະດຽວກັນ, ພວກເຂົາຍັງຈະໄດ້ຮັບການຝຶກອົບຮົມດ້ານໂພຊະນາການ ແລະ ຄວາມອາດສາມາດໃນການປັບຕົວຕໍ່ໄພພິບັດທີ່ກ່ຽວຂ້ອງກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດອື່ນໆ. ຫຼັງຈາກນັ້ນ, ພວກເຂົາຍັງມີໂອກາດໃນການລົງມືປະຕິບັດຕົວຈິງກ່ຽວກັບທັກສະ ແລະ ຄວາມຮູ້ທີ່ພວກເຂົາໄດ້ປະສົບມາຜ່ານ

ການນຳໃຊ້ທຶນກະສິກຳທີ່ພວກເຂົາໄດ້ຮັບນຳໄປລົງທຶນເຮັດສວນຄົວ ແລະ ລ້ຽງສັດຂະໜາດນ້ອຍເປັນຕົ້ນ; ທ່ານນາງ ຊີບແລງ ຊົວຣ ເອກອັກຄະລັດຖະທູດ ຝຣັ່ງ ປະຈຳ ສປປ ລາວ ກ່າວວ່າ: ການຊ່ວຍເຫຼືອດ້ານສະບຽງອາຫານທີ່ໄດ້ຮັບການຈັດຕັ້ງປະຕິບັດ, ຝຣັ່ງມີຄວາມຍິນດີທີ່ຈະປະກອບສ່ວນເຂົ້າໃນຄວາມພະຍາຍາມຂອງລັດຖະບານລາວເພື່ອບັນລຸເປົ້າໝາຍທີ 2 ຂອງການພັດທະນາແບບຍືນຍົງ ໃນການກຳຈັດໄພຄວາມອຶດຫິວ, ບັນລຸຄວາມໝັ້ນຄົງດ້ານອາຫານ, ການປັບປຸງດ້ານໂພຊະນາການ ແລະ ການກະສິກຳແບບຍືນຍົງ” ຊຶ່ງອົງການອາຫານໂລກຈະເປັນຜູ້ປະສານງານໃນການຈັດຕັ້ງປະຕິບັດຢູ່ພາກສະໜາມ.

ທ່ານ ຢານ ເດວບາເຣີ ຜູ້ອຳນວຍການ ແລະ ຜູ້ຕາງໜ້າຂອງອົງການອາຫານໂລກປະຈຳ ສປປ ລາວ ກ່າວວ່າ: “ຈຸດປະສົງຫຼັກຂອງພວກເຮົາແມ່ນເພື່ອໃຫ້ແນ່ໃຈວ່າປະຊາຊົນໃນແຂວງເຊກອງ ຈະໄດ້ຮັບເຄື່ອງມືທີ່ຖືກຕ້ອງເພື່ອຊ່ວຍໃຫ້ພວກເຂົາສາມາດຜະລິດອາຫານດ້ວຍຕົນເອງ ແລະ ຫຼາຍກວ່ານັ້ນ, ຊ່ວຍໃຫ້ພວກເຂົາຫຼຸດພົ້ນອອກຈາກວົງຈອນຂອງຄວາມທຸກຍາກ ແລະ ການຂາດສານອາຫານໄດ້ໃນທີ່ສຸດ ຊຶ່ງສອດຄ່ອງກັບຈຸດປະສົງຍຸດທະສາດຂອງອົງການຂອງພວກເຮົາໃນການຮັບປະກັນໃຫ້ປະຊາຊົນຜູ້ທີ່ມີຄວາມສ່ຽງຕໍ່ການຂາດສານອາຫານທຸກຮູບແບບໄດ້ມີອາຫານການກິນ ແລະ ສຸຂະພາບທີ່ດີຂຶ້ນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 18 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,483
21,759
thailand (1)
THB
672.65
683.41
european-union
EUR
24,437
24,926
china
CNY
2,953
3,012
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (59)
ປະສົບການຈາກສະໜາມຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ-2025”
pele - 2025-09-18T152050.693
ປິດໂຄງການສ້າງແຜນກິດຈະກໍາ ພັດທະນາຊົນນະບົດ ຢູ່ພາກເໜືອ-ພາກກາງ
jane (57)
ພ້ອມແລ້ວບໍ່ກັບເປີດໂປຣແກຣມພຣີເມຍລີກ ນັດທີ່ 5 ລິເວີພູ-ແມນຢູ ມີຄິວດວນແມັດໃຫຍ່
pele - 2025-09-18T140901.630
ປິດການແຂ່ງຂັນກິລາບານເຕະລີກ 2 ແຂວງເຊກອງ ປະຈໍາປີ 2025
jane (57)
ການພົບປະການນຳຂັ້ນສູງ ລາວ-ຈີນ ໄດ້ເພີ່ມ ກຳລັງແຮງເຂົ້າໃນການສ້າງ ຄູ່ຮ່ວມຊາຕາກໍາລາວ-ຈີນ
jane (56)
ທະນາຄານກາງສະຫະລັດອາເມລິກາ ຫລື Fed ຫລຸດດອກເບ້ຍ 0.25% ເປັນ 4.00% - 4.25% ສົ່ງສັນຍານບວກຕໍ່ຕະຫລາດຫຸ້ນ ແລະ ລາຄາຄຳ
pele - 2025-09-18T132308.874
ຄະນະຄຸ້ມຄອງດ່ານສາກົນນໍ້າເຫືອງມອບເຄື່ອງໃຫ້ທະຫານທີ່ປະຈໍາປ່ອມແນວໜ້າ
jane (55)
ແຂວງຄໍາມ່ວນ ໃຊ້ມາດຕະການເດັດຂາດ ຕໍ່ຜູ້ທີ່ຈອດລົດຊະຊາຍຕາມແຄມທາງ ແລະ ພື້ນທີ່ຫ້າມຈອດ
jane (54)
ປະຊາຊົນສ່ອງແສງ! ຢາກໃຫ້ແກ້ໄຂປະຕູທາງຂຶ້ນຂົວຂ້າມທາງ
jane (53)
ພໍ່ແມ່ຍຸກໃໝ່ຄວນອ່ານ ຊ່ວຍລູກໃນຊ່ວງໄວລຸ້ນຮັບມືກັບຄວາມກັງວົນ ແລະ ຄວາມກົດດັນ
ຢ່າລື່ມກົດຕິດຕາມ