
ເພື່ອແນໃສ່ ໃນການອານຸລັກຮັກສາ ແລະ ສົ່ງເສີມມູນເຊື້ອທີ່ເຄີຍສືບຕໍ່ກັນມາແຕ່ດົນນານ ເປັນຕົ້ນແມ່ນການປະກອບອາຊີບສ້າງລາຍຮັບໃນການປັ້ນໝໍຫຼໍໄຫ ຂອງປະຊາຊົນບ້ານໜອງບົກ ເມືອງ ໜອງບົກ ທີ່ເຄີຍສືບທອດກັນມາຈາກລຸ້ນຕໍ່ລຸ້ນ. ດັ່ງນັ້ນ, ໃນວັນທີ 27 ຕຸລານີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວ ຕິດຕາມຊຸກຍູ້ການຜະລິດເຄື່ອງປັ້ນດິນເຜົາຂອງຄອບຄົວ ທ່ານ ໄວພົດ ບຸນຍັງ ຄະນະກຸ່ມຫັດຖະກໍາເຄື່ອງປັ້ນດິນເຜົາບ້ານໜອງບົກ ແຂວງຄໍາມ່ວນ.
ການຜະລິດເຄື່ອງປັ້ນດິນເຜົາຂອງທ່ານ ໄວພົດ ບຸນຍັງ ໄດ້ເລີ່ມສືບທອດມາຈາກລຸ້ນຕໍ່ລຸ້ນ ຊຶ່ງມາຮອດປັດຈຸບັນ ຜະລິດຕະພັນ ທີ່ໄດ້ຜະລິດອອກມາ ແມ່ນມີຫຼາຍຮູບແບບ ໂດຍການນຳໃຊ້ເຄື່ອງມືທີ່ທັນສະໄໝ ຊຶ່ງຕ່າງຈາກເມື່ອກ່ອນຫຼາຍ. ໃນເມື່ອກ່ອນແມ່ນຍັງນໍາໃຊ້ເຄື່ອງມືທີ່ປະຖົມປະຖານດ້ວຍການເອົາມືໝູນວົງລໍແລ້ວຈຶ່ງໄດ້ທຳການປັ່ນຕາມລູກຄ້າສັ່ງ ຊຶ່ງມັນເຮັດໃຫ້ການຜະລິດອອກມາໄດ້ຈຳນວນໜ່ອຍ ແຕ່ມາຮອດປັດຈຸບັນ ແມ່ນໄດ້ເຄື່ອງມືທີ່ທັນສະໄໝ ໂດຍນຳໃຊ້ຈັກໄຟຟ້າ ເຂົ້າມານຳໃຊ້ໃນຂັ້ນຕອນການຜະລິດ ແລະ ສາມາດຜະລິດອອກມາໄດ້ຈຳນວນຫຼາຍ ຊຶ່ງຜະລິດຕະພັນທີ່ຜະລິດອອກມາມີຄື: ຄົກ, ໂຖໃສ່ນໍ້າ, ຈອກນໍ້າ. ກຸ່ມຫັດຖະກໍາເຄື່ອງປັ້ນດິນເຜົາບ້ານໜອງບົກ ມີສະມາຊິກທັງໝົດ 52 ຄອບຄົວ, ບໍ່ໄດ້ເຂົ້າກຸ່ມ 27 ຄອບຄົວ, ມີຄະນະກຸ່ມ 3 ທ່ານ ຊຶ່ງໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ລະບຽບການຕ່າງໆຂອງກຸ່ມໂດຍການຊີ້ນໍາຈາກຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ.
ໃນໂອກາດນີ້, ທ່ານເຈົ້າແຂວງ ໄດ້ເນັ້ນໃຫ້ຄະນະກຸ່ມຫັດຖະກໍາເຄື່ອງປັ້ນດິນເຜົາບ້ານໜອງບົກສືບຕໍ່ໃນການຜະລິດເຄື່ອງປັ້ນດິນເຜົາ ໂດຍສະເພາະແມ່ນຜະລິດອອກມາ ໃຫ້ໄດ້ຈຳນວນຫຼາຍ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ, ຜະລິດຕະພັນທຸກປະເພດຕ້ອງມີໂລໂກ້ ມີເຄື່ອງໝາຍການຄ້າ ທີ່ສາມາດບົງບອກໄດ້ເຈົ້າຂອງຜູ້ຜະລິດ ແລະ ມີແນວຫຸ້ມຫໍ ຜະລິດຕະພັນ ທີ່ສວຍງາມ ເພື່ອໃຫ້ນັກທ່ອງທ່ຽວ ແລະ ຜູ້ຄົນຕ່າງໆ ໄດ້ຊື້ໄວ້ໄປນຳໃຊ້ ແລະ ຊື້ໄປເປັນຂອງຝາກຂອງຕ້ອນ.
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,524 | 21,801 |
THB | 665.41 | 676.72 |
EUR | 24,181 | 24,665 |
CNY | 2,954 | 3,013 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 43,570,000 | 44,100,000 |
![]() | 43,060,000 | 44,209,000 |














