
ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ຂະແໜງປິ່ນປົວຕາ ໂຮງໝໍແຂວງຫລວງພະບາງ ໄດ້ເປີດພິທີການຜ່າຕັດແກ່ນຕາຂຸ້ນ ໂດຍບໍເສຍຄ່າ ໃຫ້ປະຊາຊົນແຂວງຫລວງພະບາງ ໃນວັນທີ 26 ຕຸລາ 2025 ໂດຍມີ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກ ແຂວງຫລວງພະບາງ ພ້ອມດ້ວຍຜູ້ອຳນວຍການສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົງ, ຫົວໜ້າພະແນກສາທາລະນະສຸກແຂວງ ແລະ ປະຊາຊົນ ທີ່ເປັນພະຍາດແກ່ນຕາຂຸ້ນ ເຂົ້າຮ່ວມ.
ທ່ານ ພູວະນາ ອານຸລັກຄຳ ອຳນວຍການໂຮງໝໍແຂວງຫລວງພະບາງ ໄດ້ກ່າວວ່າ: ໃນລະຫວ່າງວັນທີ 21-23 ຕຸລາ 2025 ໄດ້ມີການກວດວັດສາຍຕາ ແລະ ແຈກແວ່ນຕາ ໃຫ້ປະຊາຊົນແຂວງຫລວງພະບາງ 3.000 ອັນ ພ້ອມທັງໄດ້ກວດພົບປະຊາຊົນເປັນພະຍາດແກ່ນຕາຂຸ້ນ 116 ຄົນ. ພ້ອມນີ້, ໄດ້ມີທີມງານແພດໝໍຜ່າຕັດແກ່ນຕາຂຸ້ນ ຈາກສູນປິ່ນປົວຕາແຫ່ງຊາດ ປະເທດສິງຫະໂປ ໄດ້ລົງມາກວດ ແລະ ສ້ອມແປງເຄື່ອງຜ່າຕັດແກ່ນຕາ ຢູ່ໂຮງໝໍແຂວງຫລວງພະບາງ ພ້ອມທັງໄດ້ສອນວິທີການສ້ອມແປງອຸປະກອນປິ່ນປົວ ໃຫ້ໂຮງໝໍແຂວງຫລວງພະບາງ. ສ່ວນວັນທີ 24-25 ໄດ້ກວດກຸ່ມເປົ້າໝາຍທີ່ເປັນພະຍາດແກ່ນຕາຂຸ້ນຄືນ ເພື່ອລົງທະບຽນ ເຂົ້າຮັບການຜ່າຕັດ ຊຶ່ງມີ 140 ຄົນ. ໃນວັນທີ 26 ຕຸລາ 2025 ທີມງານແພດໝໍ ຜ່າຕັດແກ່ນຕາຂຸ້ນ ຈາກສູນປິ່ນປົວຕາແຫ່ງຊາດ ປະເທດສິງຫະໂປ ໄດ້ເລີ່ມການຜ່າແກ່ນຕາຂຸ້ນໃຫ້ປະຊາຊົນ, ຊຶ່ງການຜ່າຕັດຈະດຳເນີນໄປຈົນຮອດວັນທີ 30 ຕຸລາ2025 ພ້ອມທັງກວດເຊັກ ສາຍຕາໃຫ້ປະຊາຊົນຄືນຕື່ມອີກ.
ຈຸດປະສົງ ກໍເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງລະບົບການຮັກສາສຸຂະພາບຕາ ທີ່ມີຄວາມສະເໝີພາບ ແລະ ຍືນຍົງ, ປັບປຸງຄຸນນະພາບ ການຮັກສາສຸຂະພາບຕາຂອງປະຊາຊົນ ໃນທົ່ວປະເທດລາວ ໂດຍສະເພາະ ການສຶກສາ, ປັບປຸງ ແລະ ພັດມທະນາພື້ນຖານໂຄງລ່າງ ຢູ່ທ້ອງຖິ່ນ ເພື່ອໃຫ້ການຮັກສາສຸຂະພາບຕາທີ່ດີສາມາດເຂົ້າເຖິງໄດ້ທຸກຄົນ.
ຂ່າວ-ພາບ: ດາວອນ ມະນີວັນ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,524 | 21,801 |
THB | 665.41 | 676.72 |
EUR | 24,181 | 24,665 |
CNY | 2,954 | 3,013 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 43,570,000 | 44,100,000 |
![]() | 43,060,000 | 44,209,000 |














