site cover1 - 2025-10-30T134609.985
Nvidia ລົງທຶນ 3.2 ໝື່ນລ້ານ ຊື້ຫຸ້ນ Nokia ຮ່ວມກັນພັດທະນາເທັກໂນໂລຊີ AI ແລະ 6G
ຮຽບຮຽງໂດຍ:kaling
ເຜີຍແຜ່: 30 October, 2025

Nokia ຜູ້ໃຫ້ບໍລິການອຸປະກອນເຄືອຂ່າຍ 5G ລາຍໃຫຍ່ຂອງໂລກ ອະດີດຜູ້ຜະລິດໂທລະສັບມືຖືຍຸກຕົ້ນໆ ໄດ້ປະກາດໃນວັນອັງຄານ (28 ຕຸລາ 2025) ທີ່ຜ່ານມາວ່າ Nvidia ບໍລິສັດຜູ້ຜະລິດຊິບລາຍໃຫຍ່ຂອງໂລກ ໄດ້ເຂົ້າຊື້ຫຸ້ນຂອງ Nokia ມູນຄ່າກວ່າ 1 ພັນລ້ານໂດລາສະຫະລັດ (ປະມານ 32,370 ລ້ານບາດ) ຫຼື 2.9% ຖືເປັນຄວາມຮ່ວມມືຄັ້ງຫຼ້າສຸດຂອງຍັກໃຫຍ່ດ້ານຊິບ AI ຂອງ Nvidia ແລະຄວາມຮ່ວມມືນີ້ຈະໂຟກັສໄປທີ່ເລື່ອງຂອງການພັດທະນາດ້ານ AI ເປັນຫຼັກ.

ໂດຍ Nokia ລະບຸວ່າ ບໍລິສັດຈະອອກຫຸ້ນໃໝ່ຈຳນວນ 166,389,351 ຫຸ້ນ ໂດຍ Nvidia ຈະເຂົ້າຊື້ຫຸ້ນດັ່ງກ່າວໃນລາຄາ 6.01 ໂດລາສະຫະລັດຕໍ່ຫຸ້ນ ເຊິ່ງຈະເຮັດໃຫ້ Nvidia ກາຍເປັນຜູ້ຖືຫຸ້ນລາຍໃຫຍ່ອັນດັບສອງຂອງ Nokia.

Nokia ຈະນຳເງິນທີ່ໄດ້ຈາກການຂາຍຫຸ້ນຄັ້ງນີ້ໄປໃຊ້ສະໜັບສະໜູນແຜນງານດ້ານ AI ແລະໃຊ້ໃນກິດຈະການທົ່ວໄປອື່ນໆຂອງບໍລິສັດ ເຊິ່ງຫຼັງຈາກການປະກາດຄວາມຮ່ວມມື ເຮັດໃຫ້ຫຸ້ນຂອງ Nokia ພຸ່ງຂຶ້ນເຖິງ 22% ໃນວັນອັງຄານ.

Digital Marketing Agency in Laos - Emerging Digital Solutions

ທັງສອງບໍລິສັດຍັງໄດ້ລົງນາມໃນຂໍ້ຕົກລົງຄວາມຮ່ວມມືເຊິງຍຸດທະສາດ (Strategic Partnership) ເພື່ອຮ່ວມກັນພັດທະນາເທັກໂນໂລຊີເຄືອຂ່າຍໄຮ້ສາຍ 6G ໂດຍ Nokia ຈະປັບຊອບແວ 5G ແລະ 6G ຂອງຕົນເອງໃຫ້ສາມາດເຮັດວຽກຮ່ວມກັບຊິບຂອງ Nvidia ໄດ້ ແລະຈະເຮັດວຽກຮ່ວມກັນໃນການພັດທະນາເທັກໂນໂລຊີເຄືອຂ່າຍສຳລັບລະບົບ AI.

Jensen Huang ຊີອີໂອຂອງ Nvidia ມອງວ່າ ຂໍ້ຕົກລົງນີ້ຈະຊ່ວຍຊຸກດັນໃຫ້ສະຫະລັດອາເມລິກາກາຍເປັນສູນກາງຂອງການປະຕິວັດເທັກໂນໂລຊີ 6G ໃນຍຸກຕໍ່ໄປ ພ້ອມກ່າວວ່າ “ຂອບໃຈທີ່ຊ່ວຍສະຫະລັດອາເມລິການຳເທັກໂນໂລຊີໂທລະຄົມມະນາຄົມກັບຄືນສູ່ອາເມລິກາ”.

Nokia ຍັງກ່າວເພີ່ມວ່າ Nvidia ຈະພິຈາລະນານຳເທັກໂນໂລຊີຂອງ Nokia ໄປໃຊ້ໃນແຜນພັດທະນາໂຄງສ້າງພື້ນຖານດ້ານ AI ໃນອະນາຄົດຂອງ Nvidia.

ສ່ວນ Justin Hotard ຊີອີໂອຄົນໃໝ່ຂອງ Nokia ທີ່ເພີ່ງເຂົ້າຮັບຕຳແໜ່ງໄປເມື່ອເມສາທີ່ຜ່ານມາ ກ່ອນໜ້ານີ້ລາວເປັນຫົວໜ້າຂອງ Data Center ແລະ AI Group ຂອງ Intel ເຊິ່ງນັບຕັ້ງແຕ່ເຂົ້າຮ່ວມວຽກກັບ Nokia ໃນຖານະຜູ້ບໍລິຫານ ລາວກໍ່ເລັ່ງໃຫ້ບໍລິສັດຂະຫຍາຍທຸລະກິດ Data Center ທັນທີ.

ປະຈຸບັນ Nokia ໃຊ້ຊິບຂອງ Marvell ໃນຜະລິດຕະພັນຫຼາຍລາຍການ ໂດຍ Nokia ເປັນຜູ້ຜະລິດອຸປະກອນສຳລັບການເຊື່ອມຕໍ່ທັງພາຍໃນແລະລະຫວ່າງ Data Center ເຊິ່ງບໍລິສັດໄດ້ຮັບຜົນປະໂຫຍດຈາກການໃຊ້ງານ AI ທີ່ເພີ່ມຂຶ້ນຫຼາຍ.

Nokia ຍັງກ່າວເພີ່ມເຕີມວ່າ ທັງສອງບໍລິສັດຈະຮ່ວມມືກັບ T-Mobile ເພື່ອພັດທະນາເທັກໂນໂລຊີວິທະຍຸ AI (AI Radio Technologies) ສຳລັບການພັດທະນາ 6G ແລະຈະເລີ່ມເຮັດການທົດສອບຕັ້ງແຕ່ປີໜ້າເປັນຕົ້ນໄປ.

ການປະກາດຄວາມຮ່ວມມືນີ້ເກີດຂຶ້ນໃນຂະນະທີ່ Jensen Huang ຂຶ້ນກ່າວປາໄຖກະຖາພິເສດໃນງານປະຊຸມນັກພັດທະນາ GTC ຂອງບໍລິສັດ ເຊິ່ງມີກຸ່ມຜູ້ກຳນົດນະໂຍບາຍແລະຜູ້ນຳລັດຖະບານເຂົ້າຮ່ວມຟັງ ໂດຍຄາດວ່າ Nokia ແລະ Nvidia ຈະຫາລືກ່ຽວກັບຄວາມຮ່ວມມືແລະແຜນງານຕ່າງໆຕໍ່ອີກໃນງານປະຊຸມນີ້.

ໃນຊ່ວງຫຼາຍເດືອນທີ່ຜ່ານມາ Nvidia ໄດ້ເຂົ້າຖືຫຸ້ນພ້ອມກັບຮ່ວມມືກັນເຊິງຍຸດທະສາດໃນບໍລິສັດພັນທະມິດຫຼາຍແຫ່ງ ປະກອບໄປດ້ວຍ:

  • ປະກາດລົງທຶນ 5,000 ລ້ານໂດລາສະຫະລັດ ໃນ Intel ອະດີດຄູ່ແຂ່ງ
  • ປະກາດວ່າຈະລົງທຶນ 100,000 ລ້ານໂດລາສະຫະລັດ ໃນ OpenAI
  • ປະກາດລົງທຶນ 500 ລ້ານໂດລາສະຫະລັດ ໃນ Wayve ສະຕາດອັບດ້ານລົດຍົນໄຮ້ຄົນຂັບ
  • ປະກາດລົງທຶນອີກ 667 ລ້ານໂດລາສະຫະລັດ ໃນ Nscale ຜູ້ໃຫ້ບໍລິການຄລາວໃນສະຫະລາຊະອານາຈັກ

ຖືເປັນອີກໜຶ່ງດີລໃຫຍ່ທີ່ຕອກຍ້ຳວ່າ Nvidia ກຳລັງຂະຫຍາຍອິດທິພົນໄປເກືອບທຸກອຸດສາຫະກຳທີ່ກ່ຽວຂ້ອງກັບ AI ແລະໂຄງສ້າງພື້ນຖານດິຈິທັນຍຸກໃໝ່.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 30 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
666.13
677.45
european-union
EUR
24,187
24,671
china
CNY
2,964
3,023
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-30T153437.852
ພົນລະເມືອງ ອີຢູ ຫລາຍກວ່າ 50% ສະໜັບສະໜູນການເປີດກວ້າງກຸ່ມ
site cover1 - 2025-10-30T152648.845
ຄວາມສ່ຽງທີ່ບໍ່ຄວນມອງຂ້າມ ເມື່ອການກົດອະນຸຍາດແອັບພລິເຄຊັນກາຍເປັນຊ່ອງໂຫວ່ຄວາມປອດໄພ
jane - 2025-10-30T143338.230
ແຂວງເຊກອງ ຈູດທຳລາຍຢາເສບຕິດ ໃນໂອກາດສະຫຼອງວັນຕ້ານຢາເສບຕິດ ແຫ່ງຊາດ
site cover1 - 2025-10-30T134609.985
Nvidia ລົງທຶນ 3.2 ໝື່ນລ້ານ ຊື້ຫຸ້ນ Nokia ຮ່ວມກັນພັດທະນາເທັກໂນໂລຊີ AI ແລະ 6G
jane - 2025-10-30T132842.383
ກຳນົດໂມງປິດ-ເປີດ ໃຫ້ສັນຈອນຜ່ານ ພູເກົ້າຫລັກ ກາສີ-ເມືອງນານ ເລີ່ມແຕ່ວັນທີ 30 ຕຸລາ 2025 ເປັນຕົ້ນໄປດັ່ງນີ້:
jane - 2025-10-30T131045.893
'ທຣຳ' ພົບກັບ 'ສີ ຈິ້ນຜິງ' ແລ້ວແບບໜ້າຕໍ່ໜ້າໃນຮອບຫຼາຍກວ່າ 6 ປີ ແກ້ໄຂບັນຫາສົງຄາມການຄ້າ
site cover1 - 2025-10-30T114208.655
ການຄົ້ນຄວ້າຊີ້ໃຫ້ເຫັນ! ຜູ້ຊາຍ "ສະໝອງຫົດ" ໄວກວ່າແມ່ຍິງ ແຕ່ແມ່ຍິງກໍ່ຍັງມີຄວາມສ່ຽງ "ສະໝອງເສື່ອມ" ຫຼາຍກວ່າ 2 ເທົ່າ
pele - 2025-10-30T112203.287
ຜົວໃຊ້ປືນແກັບຍິງເມຍ ເສຍຊີວິດ ຍ້ອນໃຈຮ້າຍ ແລະ ຫຶງຫວງ
jane - 2025-10-30T111835.403
ນາຍຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ຣັດເຊຍ-ລາວ ໃນຕອນບ່າຍວັນທີ 29 ຕຸລາ 2025
site cover1 - 2025-10-30T101029.546
ແຮ່ແຣ້ເອີທ໌ Rare Earth ແມ່ນຫຍັງ ສຳຄັນແນວໃດ?
ຢ່າລື່ມກົດຕິດຕາມ