
ວິທະຍຸກະຈາຍສຽງຫວຽດນາມ, ການສຳຫລວດ ກໍຊີ້ໃຫ້ເຫັນວ່າ 37% ຈຳນວນ ຜູ້ຖືກຖາມ ຖືວ່າ ເລື່ອງເປີດກວ້າງ ສະຫະພາບອີຣົບ ຫລື EU ຈະ ຊ່ວຍເພີ່ມທະວີ ຜົນກະທົບຂອງກຸ່ມ, ພ້ອມທັງ ປັບປຸງຕະຫລາດ ເອີຣົບ. ນອກຈາກນັ້ນ, 30% ຖືວ່າ ການເປີດກວ້າງກຸ່ມ ຈະເຮັດໃຫ້ນ້ຳໃຈ ສາມັກຄີ ຂອງບັນດາ ປະເທດ ສະມາຊິກ ເພີ່ມຂຶ້ນ. ການສຳຫລວດ ຄັ້ງຫລ້າສຸດ ໃຫ້ຮູ້ວ່າ 56% ຈຳນວນ ພົນລະເມືອງ ສະຫະພາບ ເອີຣົບ (ອີຢູ) ສະໜັບ ສະໜູນນະໂຍບາຍຂະຫຍາຍກຸ່ມ. ຕາມໝາກຜົນການສຳຫລວດໂດຍ Eurobarometer ປະຕິບັດແລ້ວ, ບັນດາປະເທດສະມາຊິກ EU ມີອັດຕາ ປະຊາຊົນ ສະໜັບ ສະໜູນ ສູງສຸດແມ່ນ ຊູແອັດ (79%), ແດນມາກ (75%) ແລະ ລິດວາ (74%). ກົງກັນຂ້າມ, ບັນດາປະເທດ ທີ່ມີອັດຕາ ຕ່ຳສຸດແມ່ນ ໂອຕາລິດ (45%), ເຊັກໂກ (43%) ແລະ ຝຣັ່ງ (43%). ການສຳຫລວດ ກໍຊີ້ໃຫ້ ເຫັນວ່າ 37% ຈຳນວນ ຜູ້ຖືກຖາມຖືວ່າ ເລື່ອງເປີດກວ້າງ EU ຈະຊ່ວຍ ເພີ່ມ ທະວີ ຜົນກະທົບຂອງກຸ່ມ, ພ້ອມທັງ ປັບປຸງຕະຫລາດເອີຣົບ. ນອກຈາກ ນັ້ນ, 30% ຖືວ່າ ການເປີດກວ້າງກຸ່ມ ຈະເຮັດໃຫ້ນ້ຳໃຈສາມັກຄີ ຂອງບັນດາ ປະເທດ ສະມາຊິກ ເພີ່ມຂຶ້ນ. ເຖິງຢ່າງໃດກໍຕາມ, ທ່ານ ນາງ Corina Stra tulat, ຮອງຜູ້ອຳນວຍການ ສູນກາງນະໂຍບາຍເອີຣົບ, ຖືວ່າ ພຽງແຕ່ມີ ການສະໜັບສະໜູນຂອງ ປະຊາຊົນ ແມ່ນຍັງບໍ່ຄົບ, ແຕ່ຕ້ອງມີຄຳໝັ້ນ ສັນຍາ ດ້ານການເມືອງ ເພື່ອຊຸກຍູ້ ວິວັດທະນາການນີ້.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 666.13 | 677.45 |
EUR | 24,187 | 24,671 |
CNY | 2,964 | 3,023 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














