
ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມດ້ວຍຄະນະເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສ ເກົາຫຼີ ໃນວັນທີ 14 ມິຖຸນາ 2023 ໄດ້ເຂົ້າພົບປະກັບທ່ານ KIM BYUNG KYOO ຮອງເຈົ້າແຂວງຈີຢອນຊັງນໍາໂດ (Gyeongsangnam-do) ແລະ ເຂົ້າຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງ ຮສສ ແລະ ແຂວງຈີຢອນຊັງນໍາໂດກ່ຽວກັບການຟື້ນຟູການແລກປ່ຽນດ້ານແຮງງານຂົງເຂດກະສິກໍາ.
ໃນພິທີທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັບເຈົ້າເມືອງ Namhae-County Geochang-County Goseong-County Haman-County ແລະ Sacheon-city ນຳອີກ ໃນໄລຍະຜ່ານມາກົມການຈັດຫາງານໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈ້າງແຮງງານຕາມລະດູການໃນຮູບແບບແລກປ່ຽນຮ່ວມກັບ
ບັນດາເມືອງພາຍໃນແຂວງຈີຢອນຊັງນໍາໂດແລ້ວ 5 ເມືອງ ຄື Changnyeong-Gun MIRYANG-SI UIRYEONG-GUN SANCHEONG-GUN ແລະ Namhae-Gun ພ້ອມນັ້ນ ກົມການຈັດຫາງານ ຮ່ວມກັບພະແນກ ຮສສ ແຂວງ ແລະ ເມືອງປະກາດຮັບສະໝັກ ແລະ ຄັດເລືອກເອົາແຮງງານໄປເຮັດຕາມລະດູການຕາມຈຳນວນ ແລະ ເງື່ອນໄຂຂອງບັນດາເມືອງທີ່ໄດ້ແຈ້ງໃນແຕ່ລະຄັ້ງ ໂດຍໄດ້ຈັດສົ່ງແຮງງານໄປເຮັດວຽກຢູ່ແຂວງ ຈີຢອນຊັງນໍາໂດ ທັງໝົດ 434 ຄົນ ຍິງ 289 ຄົນ ໃນນີ້ຈັດສົ່ງໄປເມືອງ
Changnyeong-Gun ເລີ່ມແຕ່ວັນທີ 28 ເມສາ 2022 ເປັນຕົ້ນມາ ມີ 4 ຊຸດ ລວມ 261 ຄົນ ຍິງ 140 ຄົນ ຈັດສົ່ງ ໄປເມືອງ MIRYANG-SI ເລີ່ມແຕ່ວັນທີ 8 ກຸມພາ 2023 ເປັນຕົ້ນມາ 3 ຊຸດ ລວມທັງໝົດ 153 ຄົນ ຍິງ 131 ຄົນ ຈັດສົ່ງໄປເມືອງ UIRYEONG-GUN ເລີ່ມແຕ່ວັນທີ 3 ພຶດສະພາ 2023 ເປັນຕົ້ນມາ ໄດ້ 1 ຊຸດ ມີ 3 ຄົນ ຍິງ 2 ຄົນ ຈັດສົ່ງ ໄປເມືອງ SANCHEONG-GUN ວັນທີ 8 ກຸມພາ 2023 ເປັນຕົ້ນມາ ຈໍານວນ 2 ຊຸດ ມີ 17 ຄົນ ຍິງ 16 ຄົນ.
ທີ່ມາ: ໜັງສືພິມ VientianeMai
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |














