
ປະທານາທິບໍດີ ໂດນັລ ທຣຳ ແລະ ນາງເມລາເນຍ ທຣຳ ສຸພາບສະຕີຫມາຍເລກໜຶ່ງຂອງສະຫະລັດຯ ເປີດທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ ດີຊີ ຈັດກິດຈະກຳຕ້ອນຮັບວັນຮາໂລວີນ
ວັນທີ 30 ຕຸລາ 2568 ປະທານາທິບໍດີ ໂດນັລ ທຣຳ ແລະ ນາງເມລາເນຍ ທຣຳ ສຸພາບສະຕີຫມາຍເລກໜຶ່ງຂອງສະຫະລັດຯ ເປີດທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ ດີຊີ ຈັດກິດຈະກຳຕ້ອນຮັບວັນຮາໂລວີນ ແຈກຂະໜົມໃຫ້ເດັກນ້ອຍ ແລະ ຄອບຄົວເຈົ້າໜ້າທີ່ທຳນຽບຂາວທີ່ມາຮ່ວມງານກັນຢ່າງຄຶກຄັກ
 
					
					
				
ເຖິງແມ່ນວ່າທັງສອງຄົນຈະບໍ່ໄດ້ໃສ່ຊຸດແຟນຊີ ແຕ່ທຣຳມາໃນຊຸດສູດ ພ້ອມໝວກສີແດງປັກຄຳວ່າ “ຢູເອສເອ” ສ່ວນເມລາເນຍເລືອກໃສ່ເສື້ອໂຄດສີເບດທີ່ເປັນທາງການ ທ່າມກາງບັນຍາກາດອົບອຸ່ນ ແລະ ຮອຍຍິ້ມຈາກບັນດາເດັກນ້ອຍທີ່ແຕ່ງຊຸດແຟນຊີຫຼາກຫຼາຍສີສັນ ໂດຍກິດຈະກຳຄັ້ງນີ້ຈັດຂຶ້ນພຽງໜຶ່ງວັນຫຼັງຈາກທີ່ທຣຳເດີນທາງກັບຈາກພາລະກິດຢ້ຽມຢາມຫຼາຍປະເທດໃນເອເຊຍ ເຊິ່ງລວມເຖິງການພົບປະເຈລະຈາກັບປະທານາທິບໍດີ ສີ ຈິ້ນຜິງ ຂອງຈີນ ເພື່ອເຈລະຈາດ້ານການຄ້າລະຫວ່າງສອງປະເທດ ແລະ ເຖິງແມ່ນວ່າທຳນຽບຂາວຈະປະກາດຄວາມສຳເລັດຂອງການຢ້ຽມຢາມເອເຊຍຄັ້ງນີ້ ແຕ່ຫຼາຍຝ່າຍຍັງຄົງຕິດຕາມເບິ່ງວ່ານະໂຍບາຍຕ່າງປະເທດຂອງທຣຳຈະສົ່ງຜົນກະທົບແນວໃດຕໍ່ປະຊາຊົນຊາວອາເມລິກາທີ່ຍັງຄົງກັງວົນຕໍ່ສະພາບເງິນເຟີ້ສູງຢ່າງຕໍ່ເນື່ອງ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
| ສະກຸນເງິນ | ຊື້ | ຂາຍ | 
|---|---|---|
|  USD | 21,527 | 21,804 | 
|  THB | 664.10 | 675.39 | 
|  EUR | 23,974 | 24,454 | 
|  CNY | 2,942 | 3,000 | 
ລາຄານ້ຳມັນ
| ຊະນິດນ້ຳມັນ | ລາຄາ | 
|---|---|
|  | 28,780 | 
|  | 23,700 | 
|  | 19,620 | 
ລາຄາຄຳ
| ປະເພດ | ລາຄາຊື້ | ລາຄາຂາຍ | 
|---|---|---|
|  | 42,920,000 | 43,450,000 | 
|  | 42,426,000 | 43,559,000 | 
 
								 
								 
															 
								








