
ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າ ຈາກລັດຖະບານຍີ່ປຸ່ນ ຈັດຂຶ້ນໃນວັນທີ 28 ຕຸລາ 2025 ທີ່ຜ່ານມາຢູ່ ແຂວງ ຫົວພັນ ເຂົ້າຮ່ວມລົງນາມຄັ້ງນີ້ໂດຍທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງໆຫົວພັນ, ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍການນຳເມືອງວຽງໄຊ, ການນຳເມືອງແອດ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ທີ່ມອບໃຫ້ແຂວງຫົວພັນໃນຄັ້ງນີ້ ມີ 2 ໂຄງການຄື: ໂຄງການກໍ່ສ້າງຊົນລະປະທານ ນ້ຳສິມ ເມືອງວຽງໄຊ ແຂວງຫົວພັນ ມີມູນຄ່າການກໍ່ສ້າງ 142.271 ໂດລາສະຫະລັດ ໂດຍແມ່ນຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງວຽງໄຊ ເປັນເຈົ້າຂອງໂຄງການ ແລະ ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມຕອນຕົ້ນ ບ້ານແກ່ວກູ້ ເມືອງແອດ ແຂວງຫົວພັນ ມີມູນຄ່າການກໍ່ສ້າງ 91.345 ໂດລາ ສະຫະລັດ ໂດຍແມ່ນຫ້ອງການສຶກສາທິການ ແລະ ກິລາ ເມືອງແອດ ເປັນເຈົ້າຂອງໂຄງການ, ຊຶ່ງເປັນທຶນຊ່ວຍ ເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໂດຍຜ່ານສະຖານທູດຍີ່ປຸ່ນ ປະຈຳ ລາວ.
ທ່ານ ພອນສຸກ ອິນທະວົງ ໄດ້ສະແດງຄວາມຂອບໃຈຢ່າງສູງມາ ຍັງທ່ານເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດມາ ຖືເປັນການພົວພັນຮ່ວມມືທີ່ດີ ທີ່ມີມາແຕ່ດົນນານ ເຮັດໃຫ້ສາຍພົວພັນມິດຕະພາບ ຂອງສອງປະເທດ ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍ ເປັນກ້າວໆໃນຫຼາຍດ້ານ ພ້ອມທັງສະແດງຄວາມຂອບໃຈ, ຮູ້ບຸນຄຸນທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນໃນຫຼາຍດ້ານ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາຄວາມຊ່ວຍເຫຼືອທີ່ໄດ້ຮັບຄັ້ງນີ້ນຳໃຊ້ໃຫ້ເກີດ ຜົນປະໂຫຍດສູງສຸດ.
ຂ່າວ-ພາບ: ຂປລ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
| ສະກຸນເງິນ | ຊື້ | ຂາຍ | 
|---|---|---|
|  USD | 21,527 | 21,804 | 
|  THB | 664.10 | 675.39 | 
|  EUR | 23,974 | 24,454 | 
|  CNY | 2,942 | 3,000 | 
ລາຄານ້ຳມັນ
| ຊະນິດນ້ຳມັນ | ລາຄາ | 
|---|---|
|  | 28,780 | 
|  | 23,700 | 
|  | 19,620 | 
ລາຄາຄຳ
| ປະເພດ | ລາຄາຊື້ | ລາຄາຂາຍ | 
|---|---|---|
|  | 42,920,000 | 43,450,000 | 
|  | 42,426,000 | 43,559,000 | 
 
								 
								 
															 
								








