
ກອງປະຊຸມ ຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ II ຢູ່ຈຸດແຂວງຄໍາມ່ວນ ຈັດໃນຂຶ້ນວັນທີ 30 ຕຸລາ 2025 ຢູ່ທີ່ສະໂມສອນຂອງແຂວງ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນກໍາມະການກົມການເມືອງສູນກາງພັກຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ ແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ສະຫວັນນະເຂດ ເຂົ້າຮ່ວມ.
 
					
					
				
ໃນໂອກາດນີ້, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ ຕາງໜ້າຄະນະຮັບຜິດຊອບ ໄດ້ຜ່ານຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເພື່ອໃຫ້ບັນດາສະຫາຍທີ່ເຂົ້າຮ່ວມໄດ້ຄົ້ນຄວ້າ, ປະກອບຄໍາເຫັນ ແນໃສ່ເຮັດໃຫ້ຮ່າງບົດສໍາຫຼວດການນໍາພາລວມ ມີເນື້ອໃນຄົບຖ້ວນ, ເລິກເຊິ່ງ, ຖືກກັບຄວາມເປັນຈິງ, ເສີມຂະຫຍາຍດ້ານຕັ້ງໜ້າ, ປັບປຸງແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ໃຫ້ຖືກຈຸດ, ສືບຕໍ່ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.
 
ສະຫາຍ ສອນທະນູ ທຳມະວົງ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງບໍລິຄໍາໄຊ ຕາງໜ້າຄະນະຮັບຜິດຊອບ ໄດ້ຜ່ານຂໍ້ຕົກລົງ ຂອງກົມການເມືອງສູນກາງພັກ ເລກທີ 20/ກມສພ, ລົງວັນທີ 26 ກັນຍາ 2025 ວ່າດ້ວຍມາດຕະຖານ, ເງື່ອນໄຂ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເພື່ອເປັນບ່ອນອີງໃຫ້ບັນດາຜູ້ແທນເຂົ້າຮ່ວມ ໄດ້ຄົ້ນຄວ້າ, ເລືອກເຟັ້ນ ເອົາບຸກຄະລາກອນ ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້ຄວາມສາມາດ, ມີຄວາມເສຍສະຫຼະຮັບໃຊ້ຊາດແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ.ຈາກນັ້ນ, ຄະນະຮັບຜິດຊອບ ກໍໄດ້ແນະນໍາລະບຽບ, ວິທີການຂີດບັດ ພ້ອມທັງດຳເນີນການປ່ອນບັດທາບທາມໃນຮອບທີ II.
(ຂ່າວ-ພາບ: ກອງຄໍາ)
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
| ສະກຸນເງິນ | ຊື້ | ຂາຍ | 
|---|---|---|
|  USD | 21,527 | 21,804 | 
|  THB | 664.10 | 675.39 | 
|  EUR | 23,974 | 24,454 | 
|  CNY | 2,942 | 3,000 | 
ລາຄານ້ຳມັນ
| ຊະນິດນ້ຳມັນ | ລາຄາ | 
|---|---|
|  | 28,780 | 
|  | 23,700 | 
|  | 19,620 | 
ລາຄາຄຳ
| ປະເພດ | ລາຄາຊື້ | ລາຄາຂາຍ | 
|---|---|---|
|  | 42,920,000 | 43,450,000 | 
|  | 42,426,000 | 43,559,000 | 
 
								 
								 
															 
								








