
Microsoft ໄດ້ເຜີຍແຜ່ລາຍຮັບໃນໄຕຣມາດທຳອິດຂອງປີການເງິນ 2026 ພົບວ່າມີລາຍຮັບເພີ່ມຂຶ້ນ 18% ເມື່ອທຽບກັບປີກ່ອນ ໂດຍສ່ວນໃຫຍ່ມາຈາກທຸລະກິດ Microsoft Cloud ໃນຂະນະທີ່ລາຍຮັບຈາກ Xbox ລົດລົງ 29%.
ໂດຍລວມ Microsoft ມີລາຍຮັບທັງໝົດ 77,700 ລ້ານໂດລາ (ປະມານ 2.5 ລ້ານລ້ານກີບ) ຄິດເປັນລາຍຮັບສຸດທິ 27,700 ລ້ານໂດລາ (ປະມານ 895,250 ລ້ານກີບ) ເພີ່ມຂຶ້ນ 12% ຈາກໄຕຣມາດດຽວກັນໃນປີກ່ອນ.
ບໍລິການຄລາວດເຊັ່ນ Azure ຍັງເປັນແຮງຂັບເຄື່ອນຫຼັກ ທີ່ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ ໂດຍລາຍຮັບຈາກທຸລະກິດຄລາວດພຽງຢ່າງດຽວເພີ່ມຂຶ້ນ 28% ໄປເຖິງ 49,100 ລ້ານໂດລາ (ປະມານ 1.58 ລ້ານລ້ານກີບ) ໂດຍ Azure ໂຕເພີ່ມຂຶ້ນຮອດ 40%.
ການເຕີບໂຕໃນ 3 ເດືອນຜ່ານມາ ນອກຈາກຄລາວດ ຍັງມີຮາດແວຣ໌ ໂດຍສະເພາະລະບົບປະຕິບັດການ Windows ແບບ OCE ແລະຮາດແວຣ໌ອື່ນໆ ມີລາຍຮັບເພີ່ມຂຶ້ນ 6% ແຕ່ໃນສ່ວນຂອງ Surface ມີລາຍຮັບລົດລົງຕໍ່ເນື່ອງໃນຫຼາຍປີຜ່ານມາ.
ສ່ວນ Xbox ແມ່ນວ່າລາຍຮັບຈະຫົດຕົກ ແຕ່ກະລຸຍທະສ “Xbox everywhere” ທີ່ເລີ່ມປ່ອຍເກມຈາກຄ່າຍເກມໃນສັງກັດໄປລົງຄອນໂຊນອື່ນໆ ກໍ່ເລີ່ມໄດ້ຜົນບ້າງ ແຕ່ຍັງເພີ່ມຂຶ້ນໄດ້ພຽງ 1% ເທົ່ານັ້ນ.
ທີ່ມາ: The Verge
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
| ສະກຸນເງິນ | ຊື້ | ຂາຍ | 
|---|---|---|
|  USD | 21,527 | 21,804 | 
|  THB | 664.10 | 675.39 | 
|  EUR | 23,974 | 24,454 | 
|  CNY | 2,942 | 3,000 | 
ລາຄານ້ຳມັນ
| ຊະນິດນ້ຳມັນ | ລາຄາ | 
|---|---|
|  | 28,780 | 
|  | 23,700 | 
|  | 19,620 | 
ລາຄາຄຳ
| ປະເພດ | ລາຄາຊື້ | ລາຄາຂາຍ | 
|---|---|---|
|  | 42,920,000 | 43,450,000 | 
|  | 42,426,000 | 43,559,000 | 
 
								 
								 
															 
								








