
ໃນທ້າຍເດືອນຕຸລາຜ່ານມາ ທີ່ອົງການກາແດງແຫ່ງຊາດລາວ ໄດ້ມີພິທີມອບ-ຮັບ ຄອມພິວເຕີຕັ້ງໂຕະ ຈຳນວນ 5 ຊຸດ ແລະ ປຶ້ມບົດຮຽນ ກ່ຽວກັບ ຄວາມຮູ້ພື້ນຖານການຫັນເປັນດີຈີຕອນ ຈຳນວນ 5 ຊຸດ. ລວມມູນຄ່າ 74,625,000 ກີບ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ແກ່ອົງການກາແດງແຫ່ງຊາດລາວ.
ໃຫ້ກຽດກ່າວມອບໂດຍ ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຮັບໂດຍ ທ່ານ ນາງ ຈັນຖະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ. ໃຫ້ກຽດເປັນສັກຂີພິຍານໂດຍ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຈາກສອງຝ່າຍເຂົ້າຮ່ວມ.
ຈຸດປະສົງໃນການມອບຄັ້ງນີ້ ເພື່ອໃຫ້ອົງການກາແດງແຫ່ງຊາດລາວ ນຳໄປໃຊ້ໃນການດຳເນີນວຽກງານທາງດ້ານມະນຸດສະທຳ ໃຫ້ມີປະສິດທິຜົນຍິ່ງຂຶ້ນ ໂດຍຜ່ານການນຳເອົາເຕັກໂນໂລຊີດີຈີຕອນມາປັບໃຊ້ໃນການເຮັດວຽກ.
ໃນໂອກາດນີ້, ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ໄດ້ມີຄຳເຫັນສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງສູງ ຕໍ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ໄດ້ໃຫ້ການສະໜັບສະໜູນອົງການກາແດງແຫ່ງຊາດລາວໃນຄັ້ງນີ້ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມຮ່ວມມື ແລະ ນ້ຳໃຈມະນຸດສະທຳທີ່ມີຕໍ່ກັນ.
(ຂ່າວ: ອົງການກາແດງ)
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,537 | 21,814 |
THB | 665.24 | 676.55 |
EUR | 24,028 | 24,509 |
CNY | 2,954 | 3,013 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,870,000 | 43,400,000 |
![]() | 42,378,000 | 43,509,000 |














