
ຄະນະຜູ້ແທນນະຄອນດາໜັງ ສສ ຫວຽດນາມ ໄດ້ເຄື່ອນໄຫວຕິດຕາມໂຄງການກໍ່ສ້າງໂຮງຮຽນປະຖົມມິດຕະພາບຂອງສະມາຄົມຫວຽດນາມ ຢູ່ເມືອງຄົງເຊໂດນ ແຂວງສາລະວັນ ໃນວັນທີ 30 ຕຸລາຜ່ານມານີ້, ເນື່ອງໃນໂອກາດທີ່ລົງມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງສາລະວັນ ນໍາພາໂດຍ: ທ່ານ ຫງວຽນ ດິ່ງ ຫວິ໊ງ ຮອງເລຂາ ຜູ້ປະຈຳການພັກ ນະຄອນດາໜັງ ພ້ອມຄະນະ, ໃຫ້ການຕ້ອນຮັບຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ມີບັນດາຄະນະນໍາຂອງແຂວງ, ເມືອງ ແລະ ສະມາຄົມຫວຽດນາມ ປະຈຳເມືອງຄົງເຊໂດນ ເຂົ້າຮ່ວມ.
ໂຄງການກໍ່ສ້າງໂຮງຮຽນປະຖົມມິດຕະພາບຂອງສະມາຄົມຫວຽດນາມ ແຫ່ງນີ້, ໄດ້ວາງສີລາເລີກໃນວັນທີ 2 ເມສາ ແລະ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 24 ພຶດສະພາ 2025, ເປັນອາຄານຖາວອນ, ມີ 2 ຊັ້ນ, 5 ຫ້ອງຮຽນ, 2 ຫ້ອງເຮັດວຽກ, ຫ້ອງນ້ຳ, ຈະກໍ່ສ້າງກຳແພງຮົ້ວ, ປະຕູດ້ານໜ້າ ມີຄວາມຍາວ 52.9 ແມັດ, ກໍ່ສ້າງກຳແພງຮົ້ວຊົ່ວຄາວດ້ານຫຼັງ ແລະ 2 ດ້ານຂ້າງ, ເດີ່ນໂຮງຮຽນເທພື້ນຄອນກຣີດ, ມີເຟີນີເຈີຄົບຊຸດ ແລະ ອຸປະກອນການຮຽນ-ການສອນ ລວມມູນຄ່າການກໍ່ສ້າງທັງໝົດ 7 ຕື້ດົ້ງ, ໂດຍແມ່ນການສະໜັບສະໜູນທຶນຮອນຈາກ ນະຄອນດາໜັງ. ມາຮອດປັດຈຸບັນ ສຳເລັດແລ້ວ 60% ແລະ ຄາດໃຫ້ສຳເລັດ 100% ໃນກາງເດືອນທັນວາ 2025. ສໍາລັບໃນຕໍ່ໜ້າ, ກໍຍັງມີແຜນສືບຕໍ່ຂະຫຍາຍອາຄານຮຽນ, ສະຖານທີ່ຈອດລົດ, ປະຕູທາງເຂົ້າ ແລະ ການປະດັບປະດາຕ່າງໆຕື່ມອີກ ເພື່ອຍົກລະດັບ ເປັນໂຮງຮຽນປະຖົມ ແລະ ມັດທະຍົມ ມິດຕະພາບ ເມືອງຄົງເຊໂດນ ໃນອະນາຄົດ.
(ຂ່າວ-ພາບ: ວິໄລວອນ ສິດທິໄຊ)
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,537 | 21,814 |
THB | 665.24 | 676.55 |
EUR | 24,028 | 24,509 |
CNY | 2,954 | 3,013 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,870,000 | 43,400,000 |
![]() | 42,378,000 | 43,509,000 |














