site cover1 - 2025-11-04T140922.823
ສະຕາບັກຂາຍຫຸ້ນ 60% ໃນຈີນໃຫ້ Boyu Capital ມູນຄ່າ 1.3 ແສນລ້ານ ເພື່ອຮັບມືການແຂ່ງຂັນດຸເດືອດ
ຮຽບຮຽງໂດຍ:kaling
ເຜີຍແຜ່: 4 November, 2025

ສະຕາບັກ (Starbucks) ເຄືອຂ່າຍຮ້ານກາເຟຍັກໃຫຍ່ຂອງໂລກ ໄດ້ປະກາດຂາຍຫຸ້ນສ່ວນໃຫຍ່ 60% ໃນທຸລະກິດຄ້າປີກໃນປະເທດຈີນ ໃຫ້ແກ່ບໍລິສັດລົງທຶນ Boyu Capital ໃນຂໍ້ຕົກລົງມູນຄ່າ 4 ພັນລ້ານໂດລາສະຫະລັດ (ປະມານ 1.3 ແສນລ້ານບາດ) ເພື່ອເສີມຄວາມແຂງແຮງແລະເຮັດໃຫ້ການເຕີບໂຕໃນຕະຫຼາດຈີນໄວຂຶ້ນ ໃນຂະນະທີ່ການແຂ່ງຂັນກຳລັງຮຸນແຮງ.

ພາຍໃຕ້ຂໍ້ຕົກລົງນີ້ ສະຕາບັກຈະຍັງຖືຫຸ້ນ 40% ໃນທຸລະກິດຄ້າປີກໃນຈີນ ແລະຍັງຄົງເປັນເຈົ້າຂອງຍີ່ຫໍ້ສະຕາບັກທັງໝົດໃນປະເທດຈີນຕໍ່ໄປ. ຂໍ້ຕົກລົງນີ້ສະທ້ອນມູນຄ່າທຸລະກິດຄ້າປີກຂອງສະຕາບັກໃນຈີນທີ່ສູງເຖິງ 13,000 ລ້ານໂດລາສະຫະລັດ.

ຈີນເປັນຕະຫຼາດທີ່ໃຫຍ່ອັນດັບສອງຂອງສະຕາບັກຮອງຈາກສະຫະລັດ. ສະຕາບັກເຂົ້າສູ່ຕະຫຼາດຈີນໃນປີ 1999 ແລະປັດຈຸບັນມີຮ້ານກາເຟປະມານ 8,000 ແຫ່ງ ແລະຕັ້ງເປົ້າຫມາຍຂະຫຍາຍເພີ່ມເປັນ 20,000 ແຫ່ງໃນອະນາຄົດ.

Digital Marketing Agency in Laos - Emerging Digital Solutions

ສະຕາບັກລະບຸວ່າ ຄວາມຮ່ວມມືກັບ Boyu Capital ຊຶ່ງເປັນບໍລິສັດໄພຣເວດອີຄິວຕີ້ທີ່ເຂົ້າໃຈພຶດຕິກຳຜູ້ບໍລິໂພກຊາວຈີນຢ່າງລຶກຊຶ້ງ ຈະເປັນ “ກ້າວສຳຄັນ” ທີ່ຊ່ວຍຜສານຄວາມຊຳນານດ້ານກາເຟຂອງສະຕາບັກໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດຈີນ.

ສະຕາບັກວາງແຜນເປີດຕົວເຄື່ອງດື່ມໃໝ່ໆ ແລະແພລດຟອມດິຈິຕອນທັນສະໄໝໃນຈີນ. ຂໍ້ຕົກລົງນີ້ຄາດວ່າຈະແລ້ວສຳເລັດໃນປີໜ້າ ແລະເປັນຂໍ້ຕົກລົງທີ່ໃຫຍ່ທີ່ສຸດໃນຫຼາຍປີທີ່ຜ່ານມາ ທີ່ກ່ຽວຂ້ອງກັບການດຳເນີນງານໃນຈີນຂອງບໍລິສັດຜູ້ບໍລິໂພກລະດັບໂລກ. ເນື່ອງຈາກສະຕາບັກຕ້ອງເຜີຍໜ້າກັບຍອດຂາຍທີ່ຫຼຸດລົງໃນຈີນຫຼາຍປີທີ່ຜ່ານມາ ອັນເນື່ອງມາຈາກການລະບາດຂອງໂຄວິດ-19 ການໃຊ້ຈ່າຍຂອງຜູ້ບໍລິໂພກທີ່ຊະລໍ້າ ແລະການແຂ່ງຂັນຮຸນແຮງຈາກຄູ່ແຂ່ງທ້ອງຖິ່ນ.

ໂດຍສະເພາະ Luckin Coffee ຍີ່ຫໍ້ກາເຟສັນຊາດຈີນ ໄດ້ແຊງສະຕາບັກໃນດ້ານຈຳນວນສາຂາໃນປະເທດຈີນໄປແລ້ວ ແລະດຶງດູດລູກຄ້າດ້ວຍລາຄາທີ່ຖືກກວ່າ ແລະສ່ວນຫຼຸດບ່ອຍໆ ເຮັດໃຫ້ສະຕາບັກຕ້ອງປັບລາຄາລົງເພື່ອແຂ່ງຂັນ ແຕ່ກໍ່ສົ່ງຜົນກະທົບຕໍ່ກຳໄລ. ການປັບໂຄງສ້າງຄັ້ງນີ້ຖືກມອງວ່າເປັນການເຄື່ອນໄຫວເຊິງກະຍຸດ ເພື່ອໃຫ້ສະຕາບັກສາມາດແຂ່ງຂັນໄດ້ໃນລະຍະຍາວ ທ່າມກາງສະພາບແວດລ້ອມທາງທຸລະກິດທີ່ທ້າທາຍໃນຈີນ ເຫມືອນກັບທີ່ຍີ່ຫໍ້ໃຫຍ່ໆ ເຊັ່ນ KFC, Pizza Hut, Gap ແລະ Uber ເຄີຍປະສົບຄວາມຍາກລຳບາກໃນຕະຫຼາດນີ້.

ທີ່ມາ: BBC

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 4 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,540
21,817
thailand (1)
THB
663.17
674.44
european-union
EUR
23,974
24,454
china
CNY
2,951
3,010
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 4 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,690,000
43,220,000
42,202,000
43,329,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-04T154831.108
ຈຸນັກບິນອະວະກາດ “ເສີນໂຈ່ວ 21” ເຂົ້າສູ່ ສະຖານີ ອະວະກາດ “ທ່ຽນກົ່ງ” ສໍາເລັດ
jane - 2025-11-04T160038.701
ແຂວງຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດ 39.300 ກວ່າເຮັກຕາ
jane - 2025-11-04T152905.499
ກອງປະຊຸມສະໄໝສາມັນຂອງລັດຖະບານ ສຸມໃສ່ຄົ້ນຄວ້າ ວິໄສທັດ 2045 ແລະ ດຳລັດ ຄຸ້ມຄອງທີ່ດິນ, ເງິນຕາ ແລະ ຊາຍແດນ ພາຍໃນປະເທດ
jane - 2025-11-04T142629.066
ເບິ່ງດວງປະຈຳ ວັນທີ 04 ພະຈິກ 2025
pele - 2025-11-04T141523.477
ສຳມະນາພິເສດ ສົ່ງເສີມທຸລະກິດກະສິກຳ ໃນລາວ
site cover1 - 2025-11-04T140922.823
ສະຕາບັກຂາຍຫຸ້ນ 60% ໃນຈີນໃຫ້ Boyu Capital ມູນຄ່າ 1.3 ແສນລ້ານ ເພື່ອຮັບມືການແຂ່ງຂັນດຸເດືອດ
jane - 2025-11-04T133901.622
ພາບຄວາມເສຍຫາຍ ຈາກພາຍຸ ໄຕ້ຝຸ່ນ ຄັລແມກີ ພັດເຂົ້າ ຟິລິບປິນ ເຊົ້າວັນທີ 4 ພະຈິກ 2025
pele - 2025-11-04T131928.141
ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ
jane - 2025-11-04T105445.837
ຄວາມເປັນມາຂອງການແຂ່ງຂັນກິລາຕີຄີ ໃນງານບຸນນະມັດສະການພຣະທາດຫຼວງ
pele - 2025-11-04T104252.156
ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ.
ຢ່າລື່ມກົດຕິດຕາມ