ດວງ-Tou-Vientianepost - 2023-06-18T131234.233
ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງ ຢູ່ນະຄອນຫຼວງວຽງຈັນ ໄລຍະທີ 2 ສໍາເລັດແລ້ວ 30 ສ່ວນຮ້ອຍ
ຮຽບຮຽງໂດຍ:Staff
ເຜີຍແຜ່: 18 June, 2023
ໝວດ: ຂ່າວ

ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ແລະ ພັດທະນາແຄມຂອງຢູ່ນະຄອນ ຫຼວງວຽງຈັນ ໄດ້ເລີ່ມລົງມືກໍ່ສ້າງມາຕັ້ງແຕ່ເດືອນ ກຸມພາ ປີ 2023 ແລະ ຕາມແຜນການຈະໃຫ້ສໍາເລັດໃນໄລຍະເວລາ 4 ປີ ເພື່ອແນໃສ່ພັດທະນາພື້ນຖານໂຄງລ່າງ, ປ້ອງກັນນໍ້າຖ້ວມ ແລະ ເຮັດໃຫ້ນະຄອນຫຼວງວຽງຈັນ ມີໂສມໜ້າໃໝ່ທີ່ສວຍງາມຂຶ້ນກວ່າເກົ່າ.

ທ່ານ ພຸດທະເສນ ສິນທະວົງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະ ຄອນຫຼວງວຽງຈັນໃຫ້ສໍາພາດວ່າ: ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ແລະ ພັດທະນາແຄມຂອງຢູ່ນະຄອນ ຫຼວງວຽງຈັນ ລວມມູນຄ່າການກໍ່ສ້າງທັງໝົດ 67.000.000 ໂດລາສະຫະລັດ. ໃນນີ້ ໄດ້ຮັບທຶນກູ້ຢືມຊ່ວຍ ເຫຼືອລ້າດອກເບ້ຍຕໍ່າຈາກໂຄງການ ເອທີຊີເອັຟຂອງສາທາ ລະນະລັດເກົາຫລີ ມູນຄ່າ

57.000.000 ໂດລາສະຫະລັດ ແລະ ທຶນສົມທົບຂອງລັດຖະບານລາວປະມານ 9.900.000 ກວ່າໂດລາສະຫະລັດ, ເຊຶ່ງຈຸດປະສົງຂອງໂຄງການປະກອບມີ 3 ຈຸດປະສົງຫລັກ ຄື: ເພື່ອປ້ອງກັນຜົນກະທົບຈາກໄພພິບັດທາງທໍາມະຊາດນໍ້າຖ້ວມ, ເພື່ອປ້ອງກັນດິນເຊາະເຈື່ອນ ເຊຶ່ງຜ່ານມາມີປະຊາຊົນໄດ້ຮັບຜົນກະທົບຈາກດິນເຈື່ອນຫລາຍພໍສົມຄວນ ແລະ ເພື່ອພັດທະນາແຄມຂອງໃຫ້ກາຍເປັນ

ສະຖານທີ່ທ່ອງທ່ຽວຍາມ ແລງທີ່ສວຍ ງາມ ກໍ່ຄືເພີ່ມສະຖານທີ່ທ່ອງທ່ຽວຂອງນະຄອນຫຼວງໃຫ້ຫລາຍຂຶ້ນ ເພື່ອປະຊາ ຊົນທ້ອງຖິ່ນບໍລິ ເວນດັ່ງກ່າວໄດ້ມີລາຍຮັບຫລາຍຂຶ້ນກວ່າເກົ່າ, ສໍາຫລັບໂຄງ ການດັ່ງກ່າວປະກອບມີ 3 ໜ້າວຽກຫລັກ ຄື: ການກໍ່ສ້າງເສັ້ນທາງເບຕົ່ງຢູ່ເຂດເມືອງສີໂຄດຕະບອງ ໂດຍສະເພາະຕັ້ງແຕ່ບ້ານສີບຸນເຮືອງເຊື່ອມຕໍ່ຫາເຂດຮ້ານອາຫານມູນເດີໄນສໍາເລັດໃນການປັບໜ້າທາງ ມີຄວາມຍາວປະມານ 4 ກິໂລ ແມັດ. ເຊິ່ງປັດຈຸບັນພວມສຸມໃສ່ກໍ່ສ້າງເຂດເຊື່ອມຕໍ່ລະຫວ່າງໂຄງການໄລຍະ 1 ກັບໄລຍະ 2 ລະ ຫວ່າງບ້ານຫລັກ 3 ຫາ ທ່າເຮືອ ຫລັກ 4 ເມືອງສີສັດຕະນາກ, ຍາວ

ປະມານເກືອບ 1 ກິໂລແມັດ ແລະ ແຕ່ທ່າເຮືອຫລັກ 4 ຫາ ບ້ານເມືອງວາ ເມືອງສີໂຄດ, ນອກນີ້ ຍັງໄດ້ມີແຜນກໍ່ສ້າງສວນສາທາລະນະຢູ່ບ້ານແກ້ງຍາງ ເມືອງຫາດຊາຍຟອງ ມີເນື້ອທີ່ປະມານເກືອບ 6 ເຮັກຕາ, ປັດຈຸບັນ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນໄດ້ລົງສົມທົບກັບອົງການປົກຄອງເມືອງເພື່ອເກັບກໍາຂໍ້ມູນປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການນີ້ສໍາເລັດ ພ້ອມທັງສະຫລຸບສັງລວມສົ່ງໃຫ້ການນໍານະ ຄອນຫຼວງວຽງຈັນ ເພື່ອສະເໜີຜ່ານໃນກອງປະຊຸມສະພານະຄອນຫຼວງວຽງຈັນລະຫວ່າງເດືອນ ກໍລະ ກົດ ຫາ ເດືອນສິງຫານີ້ໜ້ານີ້ໄດ້ຮັບຮອງວ່າດ້ວຍການຊົດເຊີຍປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ.

ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນໃຫ້ຮູ້ຕື່ມວ່າ: ຜ່ານການຈັດ ຕັ້ງປະຕິບັດບັນດາໜ້າວຽກຂອງໂຄງການຕັ້ງແຕ່ເລີ່ມລົງມືກໍ່ສ້າງຈົນເຖິງປັດຈຸບັນ ເມື່ອທຽບໃສ່ແຜນການທີ່ກໍານົດໄວ້ເຫັນວ່າຍັງມີຄວາມຊັກຊ້າ ເມື່ອທຽບໃສ່ແຜນການຂອງໂຄງການ ເນື່ອງຈາກພົບຄວາມຫຍຸ້ງຍາກບາງດ້ານ ເປັນຕົ້ນ: ການຂົນສົ່ງອຸປະກອນການກໍ່ສ້າງຍ້ອນວ່າທີ່ຕັ້ງຂອງໂຄງການແມ່ນນອນຢູ່ໃນຕົວເມືອງ, ການສັນຈອນພັດແອອັດ ບວກກັບສະພາບເສດຖະກິດໃນປັດຈຸບັນ ໂດຍສະເພາະດ້ານງົບປະມານຍັງຈໍາກັດ, ເເຕ່ເຖິງຢ່າງໃດກໍ່ຕາມ ຄະນະຮັບຜິດ ຊອບຂອງໂຄງການຈະ

ພະຍາຍາມສູ້ຊົນເຮັດໃຫ້ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ແລະ ພັດທະນາແຄມຂອງຢູ່ນະຄອນຫຼວງວຽງຈັນສໍາເລັດພາຍໃນປີ 2025. ພ້ອມທັງຮຽກຮ້ອງໃຫ້ປະຊາຊົນທຸກພາກສ່ວນໃນສັງຄົມໃຫ້ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວນີ້ ເພື່ອໃຫ້ມັນສໍາເລັດຕາມກໍານົດເວລາທີ່ວາງໄວ້.%

ຂ່າວ: ບຸນຍັງ ພຸດສະຫວັດ
ທີ່ມາ Lao National Radio

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 5 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,390,000
43,920,000
41,910,000
43,029,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-05T140755.198
ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
jane - 2025-11-05T110504.152
ເບິ່ງດວງປະຈຳວັນທີ 05 ພະຈິກ 2025
pele - 2025-11-05T102252.252
ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
pele - 2025-11-04T154831.108
ຈຸນັກບິນອະວະກາດ “ເສີນໂຈ່ວ 21” ເຂົ້າສູ່ ສະຖານີ ອະວະກາດ “ທ່ຽນກົ່ງ” ສໍາເລັດ
jane - 2025-11-04T160038.701
ແຂວງຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດ 39.300 ກວ່າເຮັກຕາ
jane - 2025-11-04T152905.499
ກອງປະຊຸມສະໄໝສາມັນຂອງລັດຖະບານ ສຸມໃສ່ຄົ້ນຄວ້າ ວິໄສທັດ 2045 ແລະ ດຳລັດ ຄຸ້ມຄອງທີ່ດິນ, ເງິນຕາ ແລະ ຊາຍແດນ ພາຍໃນປະເທດ
jane - 2025-11-04T142629.066
ເບິ່ງດວງປະຈຳ ວັນທີ 04 ພະຈິກ 2025
ຢ່າລື່ມກົດຕິດຕາມ