pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
ຮຽບຮຽງໂດຍ:Pele
ເຜີຍແຜ່: 5 November, 2025

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນວັນທີ 4 ພະຈິກ 2025, ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ໂຄງການປັບປຸງທາງຫລວງແຫ່ງຊາດ ເລກ 12 (ສັນຍາ 1 ແລະ ສັນຍາ 2) ແຕ່ທ່າແຂກ ຫາດ່ານສາກົນນາເພົ້າ ແຂວງຄໍາມ່ວນ ຄວາມຍາວ 147,5 ກິໂລແມັດ ທີ່ນໍາໃຊ້ທຶນກູ້ຢືມ ແລະ ຊ່ວຍເຫລືອລ້າ ຈາກອົງການເນດ້າ (NEDA) ຣາຊະອານາຈັກໄທ ໃນວົງເງິນທັງໝົດ 1.833 ລ້ານກວ່າບາດ (ສະກຸນເງິນໄທ) ໃນນີ້, ເງິນກູ້ຢືມ 1.742 ລ້ານກວ່າບາດ ເທົ່າກັບ 95,03% ແລະ ເງິນຊ່ວຍເຫລືອລ້າ 91 ລ້ານກວ່າບາດ ເທົ່າກັບ 4,97%.

 

Digital Marketing Agency in Laos - Emerging Digital Solutions

 

ສຳລັບການຈັດຕັ້ງປະຕິບັດວຽກ ເປັນຕົ້ນ ເຈົ້າຂອງໂຄງການແມ່ນ ກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ, ທີ່ປຶກສາໂຄງການ ແມ່ນບໍລິສັດ Asian Engineering Consultants (ໄທ) ຮ່ວມກັບ ບໍລິສັດ Lao Consulting Group (ລາວ), ຜູ້ຮັບເໝົາກໍ່ສ້າງ: ສັນຍາ 1 ແມ່ນປັບປຸງທາງເລກ 12 ແຕ່ ເມືອງທ່າແຂກ ຫາເມືອງຍົມມະລາດ ແລະ ທາງເວັ້ນຕົວເມືອງທ່າແຂກ 4 ກິໂລແມັດ ລວມຄວາມຍາວທັງໝົດ 61,5 ກິໂລແມັດ. ສຳລັບຄວາມຄືບໜ້າການຈັດຕັ້ງປະຕິບັດວຽກ ພາຍຫລັງໄດ້ເຊັນສັນຍາຮັບເໝົາກໍ່ສ້າງ ກັບບໍລິສັດຮັບເໝົາ 2 ສັນຍາ ໃນວັນທີ 22 ພຶດສະພາ 2025 ໜ້າວຽກທີ່ຈັດຕັ້ງປະຕິບັດໄດ້ ແມ່ນກະກຽມດໍາເນີນວຽກຍົກຍ້າຍ ແລະ ຊົດເຊີຍ ສິ່ງກີດຂວາງຕ່າງໆອອກຈາກແລວການກໍ່ສ້າງ, ກໍ່ສ້າງ ສໍານັກງານຫ້ອງການ, ຫ້ອງທົດລອງ ແລະ ທີ່ພັກເຊົາ ຂອງຄະນະຮັບຜິດຊອງໂຄງການ ແລະ ທີ່ປຶກສາ. ສ່ວນສັນຍາ 1 ແລະ ສັນຍາ 2 ໄດ້ດໍາເນີນວຽກສ້ອມແປງໜ້າທາງເກົ່າ ເພື່ອແກ້ໄຂການສັນຈອນ, ຊຶ່ງຜູ້ຮັບເໝົາ ໄດ້ຜະລິດຫີນ ເພື່ອກໍ່ສ້າງຊັ້ນເສື່ອທາງ, ຫີນສ່ວນປະສົມເບຕົງ ພ້ອມທັງໄດ້ເລີ່ມດຳເນີິນວຽກ ບຸກເບີກ ແລະ ອະນາໄມ ຕາມຂອບເຂດການກໍ່ສ້າງທາງ. ສະຫລຸບຄວາມຄືບໜ້າການຈັດຕັ້ງປະຕິບັດວຽກ ຂອງໂຄງການ ສະເລ່ຍໄດ້ທັງໝົດ 0,53%, ຕາມແຜນ ການແມ່ນ 1,15%, ຫລຸດແຜນການທີ່ກໍານົດໄວ້ 0,62%.

 

 

ໂອກາດດັ່ງກ່າວ, ທ່ານ ວັນໄຊ ພອງສະຫວັນ ໄດ້ກ່າວວ່າ: ຖ້າຫາກໂຄງການສໍາເລັດຕາມແຜນການ ຈະເປັນເງື່ອນໄຂທີ່ສໍາຄັນ ເຮັດໃຫ້ການຂົນສົ່ງຂອງແຂວງ ກໍຄືພາກພື້ນມີຄວາມສະດວກໂລ່ງລ່ຽນ, ເປັນແຮງກະຕຸ້ນເຮັດໃຫ້ເສດຖະກິດ ຂອງບັນດາເມືອງ ຕາມແລວທາງມີການຂະຫຍາຍຕົວເພີ່ມຂຶ້ນ, ດຶງດູດນັກທ່ອງທ່ຽວ. ພ້ອມນີ້, ຍັງໄດ້ສະເໜີເພີ່ມຕື່ມ ໂດຍທີ່ເຫັນວ່າ ແຂວງ ແລະ ກະຊວງ ຍທຂ ຕ້ອງໄດ້ເອົາໃຈໃສ່ຮ່ວມກັນ ເພື່ອເຮັດໃຫ້ເສັ້ນທາງດັ່ງກ່າວ ສໍາເລັດຕາມແຜນການທີ່ວາງໄວ້ ແລະ ເກີດຜົນປະໂຫຍດສູງສຸດ.

 

 

ໂອກາດນີ້, ທ່ານ ລັດຖະມົນຕີກະຊວງ ຍທຂ ໄດ້ມີຄໍາເຫັນຊີ້ນໍາ ໃຫ້ເຈົ້າຂອງໂຄງການເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສໍາເລັດຕາມແຜນການ. ພ້ອມດຽວກັນນັ້ນ, ກໍໃຫ້ກວດກາຄືນບາງໜ້າວຽກ ບາງໄລຍະ ທີ່ເປັນເຂດຊຸມຊົນ ໃຫ້ເອົາໃຈໃສ່ຮັບປະກັນການກໍ່ສ້າງ ໃຫ້ມີຄວາມປອດໄພ, ຄຸ້ມຄອງເອົາໃຈໃສ່ ບັນຫາສະພາບແວດລ້ອມ ບໍ່ໃຫ້ມີຜົນກະທົບຕໍ່ການການຮຽນ-ການສອນ ໃນເຂດແລວທາງ ພ້ອມທັງເນັ້ນໃຫ້ຄະນະກົມທີ່ຕິດຕາມ ເອົາໃຈໃສ່ສົມທົບກັບເຈົ້າຂອງໂຄງການ ຕິດຕາມກວດກາ ເພີ່ມຕື່ມລະອຽດຂອງໂຄງການ, ວັດສະດຸທີ່ນໍາມາກໍ່ສ້າງຕ້ອງໃຫ້ມີມາດຕະຖານ ທັງນີ້ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດໍາເນີນໄປຕາມແຜນການ.

 

ຂ່າວ:ປະເທດລາວ pathedlao

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 5 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,390,000
43,920,000
41,910,000
43,029,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
jane - 2025-11-05T110504.152
ເບິ່ງດວງປະຈຳວັນທີ 05 ພະຈິກ 2025
pele - 2025-11-05T102252.252
ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
pele - 2025-11-04T154831.108
ຈຸນັກບິນອະວະກາດ “ເສີນໂຈ່ວ 21” ເຂົ້າສູ່ ສະຖານີ ອະວະກາດ “ທ່ຽນກົ່ງ” ສໍາເລັດ
jane - 2025-11-04T160038.701
ແຂວງຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດ 39.300 ກວ່າເຮັກຕາ
jane - 2025-11-04T152905.499
ກອງປະຊຸມສະໄໝສາມັນຂອງລັດຖະບານ ສຸມໃສ່ຄົ້ນຄວ້າ ວິໄສທັດ 2045 ແລະ ດຳລັດ ຄຸ້ມຄອງທີ່ດິນ, ເງິນຕາ ແລະ ຊາຍແດນ ພາຍໃນປະເທດ
jane - 2025-11-04T142629.066
ເບິ່ງດວງປະຈຳ ວັນທີ 04 ພະຈິກ 2025
pele - 2025-11-04T141523.477
ສຳມະນາພິເສດ ສົ່ງເສີມທຸລະກິດກະສິກຳ ໃນລາວ
ຢ່າລື່ມກົດຕິດຕາມ