
ໂອກາດວັນແຫ່ງຊາດຕ້ານຢາເສບຕິດ ວັນທີ່ 12 ຕຸລາ ຄົບຮອບ 24 ປີ, ແຂວງຫຼວງພະບາງ ໄດ້ຈັດພິທີທຳລາຍຢາເສບຕິດຂຶ້ນ ໃນວັນທີ 6 ພະຈິກ 2025ນີ້ ທີ່ເດີນກິລາໃນຮົ່ມຂອງແຂວງ ບ້ານນາສ້າງເຫວີຍ ນະຄອນ ຫຼວງພະບາງ, ມີທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍ ກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ ແຂວງຫຼວງພະບາງ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ປະຊາຊົນ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.
ທ່ານ ພັນເອກ ຄຳເພົາ ເດດບັນດິດ ຮອງຫົວໜ້າກອງປະຊາການ ປກສ ແຂວງ ໄດ້ລາຍງາຍການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການຕ້ານຢາເສບຕິດໃນໄລຍະ 1 ປີຜ່ານມາວ່າ: ແຂວງຫຼວງພະບາງ ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 173 ລາຍ, ຜູ້ຖືກຫາ 240 ຄົນ ຍິງ 22 ຄົນ, ຕ່າງ ປະເທດ 7 ລາຍ, ຜູ້ຖືກຫາ 8 ຄົນ ຍິງ 1 ຄົນ, ຢຶດຂອງກາງ ຢາເສບຕີດປະເພດເຮໂຣອິນໄດ້ 24,9 ກຼາມ, ຢາບ້າ 1,515,014 ເມັດ, ນໍ້າໜັກ 151,5 ກຼາມ, ຄໍລາເຈນ 1,1 ກຼາມ, ເຄຕາມິນ 11,6 ກຼາມ, ຢາໄອສ 11,6 ກຼາມ, ຢາຝິ່ນ 21,3 ກຼາມ, ເມັດສີຂາວຄ້າຍຄືຢາໄອສ 217,7 ກຼາມ ແລະ ອື່ນໆ. ຢຶດເຄື່ອງຈັກຜະລິດ ແລະ ອຸປະກອນການຜະລິດຢາເສບຕິດເຊັ່ນ: ເຄື່ອງອັດຢາບ້າ 1 ເຄື່ອງ, ຫົວຕອກຢາບ້າ WY 14 ຫົວ, ຈັກບົດຢາບ້າ 1 ເຄື່ອງ, ກາຈໍ້າສັນຍາລັກຢາເສບຕິດ 26 ອັນ, ຢຶດລົດໃຫຍ່ 10 ຄັນ, ລົດຈັກ 49 ຄັນ, ໂທລະສັບມືຖື 201 ເຄື່ອງ, ປືນເຊກາເຊ 1 ກະບອກ, ປືນສັ້ນ 2 ກະບອກ, ປືນກິລາ 2 ກະບອກ, ປືນແກັບລາເນື້ອ 1 ກະບອກ, ປືນດັດແປງ 3 ກະບອກ ແລະ ອື່ນໆ ອີກຈຳນວນໜຶ່ງ.
ຕອນທ້າຍ, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນຈູດຢາເສຍຕິດ ທີ່ສານຕັດສິນໃຊ້ຢ່າງເດັດຂາດ ແລ້ວນໍາມາທຳລາຍ ປະກອບມີ: ຢາບ້າ ຈຳນວນ 35,904 ເມັດ, ເຮໂຣອິນ ນໍ້າໜັກ 25,9 ກຼາມ, ຢາຝິ່ນ ນໍ້າໜັກ 7,1 ກຼາມ.
(ພາບ-ຂ່າວ: ດາວອນ ມະນີວັນ)
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |














