
ຄົນເກີດວັນອາທິດ :ການງານຈະປະສົບຄວາມສຳເລັດດ້ານການສ້າງຜົນງານຂອງວຽກງານທີ່ຮັບຜິດຊອບ ການເງິນພົບເລື່ອງທີ່ຕ້ອງເຮັດໃຫ້ເສຍຊັບສິນກັບບໍລິວານ ຄວາມຮັກຈະໄດ້ຮັບຄວາມຊັດເຈນຈາກຄົນຮັກຫລາຍຂຶ້ນ ເຄື່ອງມຸງຄຸນ ໄຂມຸກ ສີມຸງຄຸນສີມ່ວງອ່ອນ ເລກນຳໂຊກ3
ຄົນເກີດວັນຈັນ:ການງານ ຖ້າຈະເຮັດທຸລະກິດຮ່ວມກັບຮຸ້ນສ່ວນຕ້ອງລະວັງຖືກເອົາປຽບ ການເງິນຈະພົບເລື່ອງສູນເສຍເງິນໂດຍບໍ່ທັນຕັ້ງໂຕ ເຊິ່ງເປັນສິ່ງທີ່ຈໍາເປັນ ຄວາມຮັກມີໂອກາດພົບຮັກ ສຸກສົມຫວັງ ອາດເປັນຄົນທີ່ທ່ານຮັກ ແລະ ຮູ້ສຶກດີມາກ່ອນ ເຄື່ອງມຸງຄຸນເງິນ ສີມຸງຄຸນສີດໍາ ເລກນຳໂຊກ7
ຄົນເກີດວັນອັງຄານ:ການງານຈະເຮັດທຸລະກິດປະສົບຄວາມສຳເລັດ ໄດ້ຜົນກຳໄລດີ ການເງິນ ໂຊກດີຈະໄດ້ເງິນເຂົ້າມາແບບບໍ່ທັນຕັ້ງໂຕ ຄວາມຮັກ ການສ້າງຄວາມສຳພັນກັບຄົນຮັກໃນໄລຍະນີ້ບໍ່ລົງຕົວ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີຂຽວ ເລກນຳໂຊກ3
ຄົນເກີດວັນພຸດ:ການງານເຮັດທຸລະກິດຈະການຄ້າອຸປະກອນໄຟຟ້າຈະໄດ້ຜົນກຳໄລດີ ການເງິນມີໂຊກຈະໄດ້ຊັບຈາກການງານທີ່ຮັບຜິດຊອບ ຈະເຮັດໃຫ້ທ່ານໄດ້ເງິນກ້ອນເຂົ້າມາໃນໄວໆນີ້ ຄວາມຮັກຈະພົບເຫດການທີ່ເຮັດໃຫ້ຫ່າງໄກກັນຫລາຍຂຶ້ນ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີແດງ ເລກນຳໂຊກ4
ຄົນເກີດວັນພະຫັດ:ການງານການເຈລະຈາຕໍ່ລອງປະສົບຄວາມສຳເລັດໃນດ້ານການງານ ການເງິນມີໂຊກຈະໄດ້ເງິນກ້ອນໃຫຍ່ເຂົ້າມາ ແຕ່ກໍໃຫ້ລະວັງເລື່ອງລາຍຈ່າຍໃນໄລຍະນີ້ ຄວາມຮັກມີໂອກາດໄດ້ຮັບຮູ້ຂ່າວສານຂອງຄົນຮັກເກົ່າ ຊື່ງບາງຄັ້ງກໍບໍ່ຄວນຮັບຮູ້ເຫດການເກົ່າໆເດີມໆເຂົ້າມາ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີເຫຼືອງ ເລກນຳໂຊກ1
ຄົນເກີດວັນສຸກ:ການງານໄລຍະນີ້ໝູ່ເພື່ອນສະໜິດຢາກຈະມາຮ່ວມຮຸ້ນສ່ວນໃນສິ່ງທີ່ທ່ານຕັ້ງເປົ້າໝາຍຈະເຮັດໃນໄວໆນີ້ ການເງິນຈະພົບເລື່ອງເສຍຊັບ ເພາະເປັນໄລຍະໄລຍະທີ່ໃຊ້ເງິນເກີນຕົວທີ່ທ່ານຕ້ອງການຊື້ເຂົ້າມາແບບຈໍາເປັນ ຄວາມຮັກມີໂອກາດພົບຄູ່ຄອງແບບບໍ່ທັນຕັ້ງໂຕ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີບົວ ເລກນຳໂຊກ9
ຄົນເກີດວັນເສົາ:ການງານການເຮັດທຸລະກິດດ້ານວົງການບັນເທິງປະສົບຄວາມສຳເລັດ ການເງິນຈະໄດ້ຮັບການອຸປະຖຳຈາກເພດກົງກັນຂ້າມ ຄວາມຮັກສຸກສົມຫວັງດ້ານຄວາມຮັກ ແຕ່ທ່ານຕ້ອງມີເວລາໃຫ້ຄົນຮັກຫຼາຍໆ ເຄື່ອງມຸງຄຸນຫິນນໍາໂຊກສີບົວ ສີມຸງຄຸນສີຂາວ ເລກນຳໂຊກ6
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |














