
Apple ກຳລັງໃກ້ຈະປິດດີວກັບ Google ມູນຄ່າປະມານ 1 ພັນລ້ານໂດລາສະຫະລັດ ເພື່ອພັດທະນາລະບົບປັນຍາປະດິດ Siri ໃຫ້ສາມາດເກັ່ງກາຈະກ່າວຂຶ້ນ.
ຕາມລາຍງານຈາກ Bloomberg ລະບຸວ່າ Apple ກຳລັງຈະບັນລຸຂໍ້ຕົກລົງກັບ Google ເພື່ອໃຊ້ໂມເດວ AI ຊື່ Gemini ທີ່ປັບແຕ່ງໂດຍພິເສດ ໃນການຍົກລະດັບຄວາມສາມາດຂອງ Siri.
ເຊື່ອວ່າດີນນີ້ມີມູນຄ່າປະມານ 1 ພັນລ້ານໂດລາ ໂດຍ Apple ຈະໃຊ້ໂມເດວ Gemini ຂອງ Google ເພື່ອເຮັດໃຫ້ການພັດທະນາ Siri ໄປໄດ້ໄວຂຶ້ນ.
ການຮ່ວມມືລະຫວ່າງ Apple ແລະ Google ຖືກມອງວ່າເປັນ “ຂົວຊົ່ວຄາວ” ລະຫວ່າງທາງ ໃນຂະນະທີ່ Apple ກຳລັງເຮັດວຽກພັດທະນາ AI ຂອງຕົນເອງໃຫ້ໃຊ້ງານໄດ້ຈິງ ແລະມີຄວາມຫຼາກຫຼາຍຫຼາຍຂຶ້ນ.
ໃນດ້ານສະຖາປັດຕະຍະກຳຊອບແວ Siri ຮຸ່ນໃໝ່ຈະເຮັດວຽກຜະສົມຜສານລະຫວ່າງໂມເດວຂອງ Apple ແລະ Gemini ທີ່ຖືກປັບແຕ່ງໂດຍໃຊ້ໂຄງສ້າງ Private Cloud Compute ຂອງ Apple.
ລະບົບນີ້ຈະຮອງຮັບການເຮັດວຽກຫຼາຍຮູບແບບ ເຊັ່ນ ການສະຫຼຸບຂໍ້ມູນ, ການວາງແຜນ, ແລະການສັ່ງການທີ່ຊັບຊ້ອນ ເຊິ່ງ Siri ຮຸ່ນປະຈຸບັນຍັງເຮັດບໍ່ໄດ້.
ກ່ອນໜ້ານີ້ Apple ເຄີຍທົດສອບໂມເດວຈາກ OpenAI ແລະ Anthropic ແຕ່ສຸດທ້າຍກໍ່ເລືອກຮ່ວມມືກັບ Google ເພື່ອໃຫ້ລະບົບ iPhone, iPad ແລະຜະລິດຕະພັນອື່ນໆ ສາມາດໃຊ້ຟີເຈີ AI ໄດ້ຢ່າງກວ້າງຂວາງ.
ຕາມໄທມ໌ໄລນ໌ທີ່ມີການຄາດຄະເນ ວ່າ Siri ຮຸ່ນໃໝ່ນີ້ອາດຈະໃຫ້ຜູ້ໃຊ້ທົ່ວໄປເລີ່ມໃຊ້ໄດ້ໃນເດືອນ ມີນາ ຫຼື ພຶດສະພາ 2026, ແຕ່ກໍອາດຈະເລື່ອນໄປຫຼືເຮັດໄດ້ໄວກວ່ານັ້ນ ຂຶ້ນຢູ່ກັບຄວາມຄືບໜ້າໃນການພັດທະນາ AI ຂອງ Siri.
ຈຸດທີ່ນ່າສົນໃຈຄື ຂໍ້ຕົກລົງນີ້ບໍ່ໄດ້ຮວມການນຳບໍລິການຄົ້ນຫາຂອງ Google ມາຝັງໃນລະບົບປະຕິບັດການຂອງ Apple ແຕ່ຢ່າງໃດ ແລະສະທ້ອນໃຫ້ເຫັນວ່າບໍລິສັດໃຫຍ່ໆດ້ານເຕັກໂນໂລຊີ ສາມາດຮ່ວມມືກັບຄູ່ແຂ່ງຂອງຕົນເອງໄດ້ ເພື່ອເພີ່ມຂີດຄວາມສາມາດໃນການແຂ່ງຂັນທາງເຕັກໂນໂລຊີ.
ທີ່ມາ: TechCrunch
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














