
ກະຊວງພະເລັງງານ ແລະ ບໍ່ແຮ່ ຮ່ວມກັບ ອົງການພັດທະນາປະເທດເນເທີແລນ ປະຈໍາ ສປປ ລາວ (ອົງການ SNV), ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ “ການກໍານົດໂອກາດ ແລະ ສິ່ງທ້າທາຍຕ່າງໆໃນການສົ່ງເສີມປຸງແຕ່ງອາຫານດ້ວຍອຸປະກອນໄຟຟ້າ (e-cooking) ໃນ ສປປ ລາວ” ຂຶ້ນວັນທີ 13 ມິຖຸນາ 2023 ທີ່ນະຄອນຫລວງວຽງຈັນ, ເປັນປະທານໂດຍ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານແລະ ບໍ່ແຮ່.
ທ່ານ ສີນາວາ ສຸພານຸວົງ ກ່າວວ່າ: ເພື່ອຊ່ວຍໃຫ້ປະຊາຊົນຫັນປ່ຽນໄປສູ່ການປຸງແຕ່ງອາຫານທີ່ສະອາດ ໂດຍສະເພາະແມ່ນປະຊາຊົນຢູ່ເຂດຊົນນະບົດ ທີ່ຍັງນຳໃຊ້ຟືນໃນການແຕ່ງຢູ່ຄົວກິນ, ເຮັດໃຫ້ເປັນຄວັນໄຟເຂົ້າໄປໃນປາກໃນດັງເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ຄົວກິນ ແລະ ການດັງໄຟດ້ວຍຟືນຍັງສ້າງຄວາມຫຍຸ້ງຍາກ, ໃຊ້ເວລາດົນ ແລະ ທຳລາຍປ່າໄມ້ຕື່ມອີກດ້ວຍ. ດັ່ງນັ້ນການສົ່ງເສີມປຸງ
ແຕ່ງອາຫານດ້ວຍການນຳໃຊ້ໄຟຟ້າ ຈຶ່ງເໝາະທີ່ສຸດ ສຳລັບ ສປປ ລາວ ຖືເປັນການຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນລາວ. ໄລຍະຜ່ານມາລັດຖະບານ ໄດ້ຖືເອົາການຂະຫຍາຍໄຟຟ້າອອກສູ່ຊົນນະບົດ ເພີ່ມອັດຕາການຊົມໃຊ້ໄຟຟ້າ ໃຫ້ໄດ້ 98% ພາຍໃນປີ 2025 ຖືເປັນແຜນງານບູລິມະສິດໜຶ່ງໃນແຜນການລວມໃນການລຸດຜ່ອນຄວາມທຸກຍາກແຫ່ງຊາດ, ມາຮອດປີນີ້ ບັນລຸໄດ້ 96%
ແລ້ວ. ທັງນີ້ກໍເພື່ອໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນເລື້ອຍໆ ມີໄຟຟ້າໄຕ້ເປັນແສງສະຫວ່າງໃນຍາກາງຄືນ, ນຳໃຊ້ເຂົ້າໃນການຄົວກິນ ແລະ ນຳໃຊ້ເຂົ້າໃນວຽກງານຕ່າງໆສາລະພັດ.
ແນວໃດກໍຕາມການນຳໃຊ້ໄຟຟ້າ ແມ່ນມີລາຍຈ່າຍ ໂດຍສະເພາະແມ່ນຄ່າກະແສໄຟຟ້າ, ດັ່ງນັ້ນຜູ້ນຳໃຊ້ໄຟຟ້າຕ້ອງມີອຸປະກອນປະຢັດ ແລະ ມີປະສິດທິພາບຈຶ່ງເຮັດໃຫ້ຄ່າໃຊ້ຈ່າຍນຳກະແສໄຟຟ້າຕ່ຳ,
ພ້ອມນັ້ນລັດຖະບານຕ້ອງມີລາຄາໄຟຟ້າຖືກ ເຮັດໃຫ້ປະຊາຊົນມີຄວາມສົນໃຈໃນການນຳໃຊ້ໄຟຟ້າເຂົ້າໃນການດຳລົງຊີວິດ, ປະກອບເຂົ້າໃນວຽກງານຫລາຍຂຶ້ນນຳໄປສູ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ດີຂຶ້ນ. ຍ້ອນແນວນັ້ນ ລັດຖະບານ ຈຶ່ງໄດ້ສະເໜີຂໍການຊ່ວຍເຫລືອ ຈາກ ອົງການ SNV ມາຊ່ວຍ ສ້າງເປັນໂຄງການນີ້ຂຶ້ນມາ. ການຈັດຕັ້ງປະຕິບັດອຸປະກອນໄຟຟ້າ (e-cooking) ເພື່ອການປຸງແຕ່ງອາຫານ ເປັນຍຸດທະສາດທີ່ສຳຄັນ, ເປັນວິທີການແຕ່ງອາຫານທີ່ທັນສະໄໜ ແລະ ເປັນໂອກາດທີ່ສໍາຄັນໃນການຫລຸດຜ່ອນ ການຕັດໄມ້ທໍາລາຍປ່າ, ຫລຸດຜ່ອນບັນຫາປ່ຽນແປງດິນຟ້າອາກາດ ແລະ ມົນລະພິດທາງອາກາດພາຍໃນຄົວເຮືອນ.
ທີ່ມາ ສູນຂ່າວພະລັງງານ ແລະ ບໍ່ແຮ່
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |














