
ໂທລະພາບ ປກສ ແຂວງຫລວງນ້ຳທາ ລາຍງານໃນວັນທີ 19 ມິຖຸນາ 2023 ຜ່ານມາວ່າ: ທ່ານ ພັຕ ອຸດົມພອນ ໄຊຍະຈັກ ຮອງຫົວໜ້າພະແນກ ປກສ ເມືອງຫລວງນ້ຳທາ ລາຍງານວ່າ ນັບແຕ່ເດືອນກຸມພາ ເປັນຕົ້ນມາ ປກສ ເມືອງ ແລະ ປກສ ກຸ່ມບ້ານ ໄດ້ຮັບການແຈ້ງຄວາມຄະດີລັກຊັບພົນລະເມືອງ ປະເພດລົດຈັກ ຈຶ່ງໄດ້ແຕ່ງຕັ້ງວິຊາສະເພາະລົງຕິດຕາມກວດກາຊອກຫາເປົ້າໝາຍ.
ມາຮອດວັນທີ 20 ພຶດສະພາ 2023 ສາມາດກັກຕົວເປົ້າໝາຍໄດ້ 2 ຄົນ ຊື່ທ້າວ ເລັ່ງສັກ ອາຍຸ 24 ປີ ແລະ ທ້າວສົມສັກ ອາຍຸ 18 ປີ ມາດຳເນີນຄະດີຕາມຂັ້ນຕອນ, ຕາມການສືບສວນຂອງເຈົ້າໜ້າທີ່ພວກກ່ຽວຍອມຮັບສາລະພາບວ່າ: ໄລຍະຜ່ານມາໄດ້ເຄື່ອນໄຫວລັກຊັບ ພົນລະເມືອງມາແລ້ວ 11 ຄັ້ງ, ໃນນັ້ນໄດ້ລົດຈັກ 13 ຄັນ, ແຕ່ລະຄັ້ງພວກກ່ຽວໄດ້ຊ້ອນລົດໄປຕາມເສັ້ນທາງ ຫາກເຫັນລົດຈອດຢູ່ຕາມແຄມທາງພວກກ່ຽວກໍໄດ້ລົງມືກໍ່ເຫດ, ເຊິ່ງຜ່ານມາໄດ້ເຄື່ອນໄຫວລັກລົດຢູ່ເມືອງນາໝໍ້ ແຂວງອຸດົມໄຊ ແລະ ເຂດບ້ານຫ້ວຍດຳ ເມືອງ ແລະ ແຂວງຫລວງນ້ຳທາ ພາຍຫລັງໄດ້ລົດມາແລ້ວພວກກ່ຽວໄດ້ພາກັນດັດແປງລົດໂດຍສັບປ່ຽນເລກຈັກ ເລກຖັງ ແລ້ວນຳມາຂາຍຕໍ່.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,537 | 21,814 |
THB | 665.24 | 676.55 |
EUR | 24,028 | 24,509 |
CNY | 2,954 | 3,013 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,870,000 | 43,400,000 |
![]() | 42,378,000 | 43,509,000 |














