ດວງ-Tou-Vientianepost - 2023-06-21T100906.880
ປກສ ເມືອງປາກຊັນມອບລົດຈັກ 3 ຄັນທີ່ຖືກຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງ
ຮຽບຮຽງໂດຍ:Staff
ເຜີຍແຜ່: 21 ເດືອນມີນາ, 2023
ໝວດ: ຂ່າວ

ວັນທີ 19 ມິຖຸນາ 2023 ນີ້ ພະແນກຕໍາຫຼວດ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ມອບ-ຮັບ ລົດຈັກ ຈຳນວນ 3 ຄັນທີ່ຖືກຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ ກ່າວມອບໂດຍທ່ານ ພັນຕີ ຈັນສະໝອນ ບຸນທະວີວົງ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງປາກຊັນ ມີເຈົ້າໜ້າທີ່ ແລະ ເຈົ້າຂອງລົດຈັກເຂົ້າຮ່ວມ.

ໃນຄັ້ງວັນທີ 31 ພຶດສະພາ 2023 ເວລາປະມານ 11 ໂມງ ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງ ປາກຊັນ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ເວລາປະມານ 4 ໂມງເຊົ້າຂອງວັນທີ່ 31 ພຶດສະພາ 2023 ໄດ້ມີຄົນຮ້າຍ ມາລັກເອົາລົດຈັກເວບ100 ສີຟ້າດຳ ເລກຈັກ:E2346040 ເລກຖັງ: MC 346040 ປ້າຍທະບຽນ ຈສ 5294 ບໍລິຄຳໄຊ ຂອງຜູ້ກ່ຽວທີ່ຈອດໄວ້ໃນຫໍພັກໂຮງຮຽນແຫ່ງ 1 ໃນເມືອງປາກຊັນ, ຫຼັງຈາກນັ້ນທາງເຈົ້າໜ້າທີ່ວິຊາສະເພາະໄດ້ລົງເກັບກຳຂໍ້ມູນ ກວດກາສະຖານທີ່ເກີດເຫດ ແລະ ຕິດຕາມຂັດຈ້ອນເປົ້າໝາຍ, ຕົກມາຮອດ ເວລາປະມານ 19 ໂມງ ຂອງມື້ດຽວກັນ ຈື່ງໄດ້ກັກຕົວຜູ້ຖືກຫາໄດ້ຈໍານວນ 2 ຄົນ ພ້ອມຂອງກາງລົດຈັກຄັນດັ່ງກ່າວມາສືບສວນ-ສອບສວນຕາມກົດໝາຍ.

ຜ່ານການສືບສວນ-ສອບສວນຜູ້ຖືກຫາໃນເບື້ອງຕົ້ນພວກກ່ຽວໄດ້ໃຫ້ການຮັບສາລະພາບວ່າໄດ້ຮ່ວມກັນເຄື່ອນໄຫວລັກລົດຈັກມາແລ້ວ 3 ຄັ້ງ, ໄດ້ລົດຈັກຈໍານວນ 3 ຄັນ ແລ້ວນໍາໄປຂາຍໃຫ້ຜູ້ຮ່ວມຂະບວນການນໍາກັນ ສ່ວນເງິນທີ່ໄດ້ມາແຕ່ລະຄັ້ງແມ່ນນໍາໄປໃຊ້ຈ່າຍຫຼິ້ນກິນຟຸມເຟືອຍຈົນໝົດ, ມາຮອດວັນທີ 8 ມິຖຸນາ 2023 ເຈົ້າໜ້າທີ່ຈຶ່ງສາມາດນໍາເກັບກູ້ລົດຈັກໄດ້ອີກຈໍານວນ 2 ຄັນ ແລະ ໄດ້ແຈ້ງເຖີງຜູ້ເປັນເຈົ້າຂອງລົດນໍາເອົາເອກະສານທີ່ກ່ຽວຂ້ອງມາແຈ້ງຕໍ່ເຈົ້າໜ້າທີ່ ແລະ ໄດ້ມອບ-ຮັບ ລົດຈໍານວນ 3 ຄັນຄືນໃຫ້ເຈົ້າຂອງຢ່າງຖືກຕ້ອງຕາມກົດໝາຍ.

ແຫຼ່ງຂ່າວປ້ອງກັນຄວາມສະຫງົບ ແຂວງບໍລິຄຳໄຊ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost (20)
ບໍລິສັດທາງລົດໄຟລາວ-ຈີນ ຈັດຊື້ລົດໄຟ EMU ເພີ່ມອີກຫນຶ່ງ 1 ຂະບວນເພື່ອຮອງຮັບຜູ້ໂດຍສານທີ່ເພີ່ມຂຶ້ນ
ek
ດວງລາຍວັນປະຈໍາວັນພະຫັດ ທີ 21 ກັນຍາ 2023
ດວງ-Tou-Vientianepost (17)
ແຈ້ງການ ຈາກກະຊວງສາທາລະນະສຸກ ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນລາວ
ດວງ-Tou-Vientianepost (14)
ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມງານ ວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 20
ek
ດວງລາຍວັນປະຈໍາວັນພຸດ ທີ 20 ກັນຍາ 2023
ek
ດວງລາຍວັນປະຈໍາວັນຈັນ ທີ 18 ກັນຍາ 2023
ດວງ-Tou-Vientianepost (9)
ປະທານປະເທດ ສຳເລັດການ ເຂົ້າຮ່ວມກອງປະຊຸມສຸດຍອດປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດກຸ່ມ 77 ແລະ ຈີນ
ດວງ-Tou-Vientianepost (7)
ສອງນາຍົກລັດຖະມົນຕີ ລາວ-ຈີນ ພົບປະ ຢ່າງເປັນທາງການຢູ່ທີ່ ນະຄອນໜານໜິງ
ດວງ-Tou-Vientianepost (5)
ແຈ້ງໂຈະຊົ່ວຄາວ ໂຄງການພັດທະນາພະລັງງານລົມ,ແສງຕາເວັນ ແລະ ເຂື່ອນປ້ຳນ້ຳສູບເກັບ
ດວງ-Tou-Vientianepost (4)
ບໍລິສັດຍອດງື່ມ ພາວເວີ້ ເລີ່ມຈຳໜ່າຍນໍ້າມັນແອັດຊັງທຳມະດາ ທີ່ປຸງແຕ່ງເອງ ລາຄາຖືກກວ່ານໍ້າມັນແອັດຊັງທີ່ນຳເຂົ້າເຖິງ 930 ກີບ
ຢ່າລື່ມກົດຕິດຕາມ