ດວງ-Tou-Vientianepost - 2023-06-21T101735.124
ກັກຕົວເປົ້າໝາຍຊື້-ຂາຍຢາເສບຕິດ ໄດ້ 3 ຄົນ ພ້ອມຂອງກາງຢາບ້າ 120.000 ເມັດ
ຮຽບຮຽງໂດຍ:Staff
ເຜີຍແຜ່: 21 June, 2023
ໝວດ: ຂ່າວ

ເຈົ້າໜ້າທີ່ຕໍາຫລວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫລວດ ປກສ ແຂວງວຽງຈັນ ໄດ້ຮັບແຈ້ງຈາກພົນລະເມືອງດີ ໃນວັນທີ 17 ພຶດສະພາ 2023 ຜ່ານມາວ່າມີເປົ້າໝາຍຄ້າຂາຍຢາເສບຕິດ 3 ຄົນ ຂີ່ລົດກະບະລີໂວສີຂາວ ມຸ່ງໜ້າມາແຕ່ນະຄອນຫລວງວຽງຈັນ ໄປພັກເຊົາຢູ່ເຮືອນພັກແຫ່ງໜຶ່ງ ໃນເມືອງທຸລະຄົມ ແຂວງວຽງຈັນ, ຈາກນັ້ນຈຶ່ງແຕ່ງຕັ້ງກໍາລັງລົງປິດລ້ອມສະຖານທີ່ດັ່ງກ່າວແລ້ວທໍາການກວດຄົ້ນຕາມຫລັກ ການວິຊາສະເພາະ ພົບເຫັນເປົ້າໝາຍຄື: ທ້າວ ລູຮື ອາຍຸ 25 ປີ ອາຊີບກຳມະກອນ ບ້ານທາງແບ່ງ ເມືອງປາກກະດິງ ແຂວງບໍລິຄໍາໄຊ, ທ້າວ ກາເສັງ ອາຍຸ 19 ປີ ອາຊີບກໍາມະກອນ ບ້ານກາຕັ້ງຢ່າ ແລະ ທ້າວ ຫລ້າວື ອາຍຸ 30 ປີ ອາຊີບກໍາມະກອນ ບ້ານຈັນໄຕ ທັງສອງແມ່ນຢູ່ ເມືອງຮຸນ ແຂວງອຸດົມໄຊ ພ້ອມທັງຢຶດຂອງກາງຢາບ້າ ຈໍານວນ 120.000 ເມັດ ມາທໍາການສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນ ພວກກ່ຽວຮັບສາລະພາບວ່າ: ວັນທີ 12 ພຶດສະພາ 2023 ມີ ທ້າວ ນ້ອຍ (ບໍ່ຮູ້ບ້ານ) ໄດ້ໂທລະສັບຕິດຕໍ່ສັ່ງຊື້ຢາບ້ານຳ ທ້າວ ລູຮື ຈໍານວນ 60 ມັດ ເທົ່າກັບ 120.000 ເມັດ ຕົກລົງຊື້ໃນລາຄາ 289.000.000 ກີບ ຈາກນັ້ນ ທ້າວ ລູຮື ໄດ້ຕິດຕໍ່ຊື້ຢາບ້າຈໍານວນດັ່ງກ່າວ ນໍາ ທ້າວ ກາເສັງ, ຈົນມາຮອດວັນທີ 16 ພຶດສະພາ 2023 ທ້າວ ກາເສັງ ຈຶ່ງໄດ້ຕົກລົງຊື້-ຂາຍ ຢາບ້າ ນຳ ທ້າວ ລູຮື ຈໍານວນ 60 ມັດ ໃນລາຄາ 234.000.000 ກີບ, ຫລັງຈາກໄດ້ຕົກລົງກັນແລ້ວ ທ້າວ ລູຮື ໄດ້ຂີ່ລົດໂດຍສານຂຶ້ນມານະຄອນຫລວງວຽງຈັນ.

ຕົກມາຮອດວັນທີ 17 ພຶດສະພາ 2023 ທ້າວ ກາເສັງ ໄດ້ມາຮັບ ທ້າວ ລູຮື ຢູ່ຄິວລົດສາຍໃຕ້ ແລ້ວພາກັນໄປຖ້າລົດຢູ່ແຄມທາງ, ຈາກນັ້ນ ໄດ້ມີ ທ້າວ ໄຊ ກັບ ທ້າວ ຫລ້າວື ຂັບລົດກະບະລີໂວສີຂາວ ມາຮັບເອົາພວກກ່ຽວ ທັງ 2 ຄົນ ຂຶ້ນລົດພາກັນເອົາຢາບ້າຈໍານວນດັ່ງກ່າວໄປສົ່ງໃຫ້ຜູ້ຮ່ວມຂະບວນການຢູ່ຂອບເຂດເມືອງທຸລະຄົມ ແຂວງວຽງຈັນ ເມື່ອໄປຮອດຈຸດນັດພົບທີ່ເຮືອນພັກແຫ່ງໜຶ່ງ

ພວກກ່ຽວໄດ້ຂົນຢາບ້າ ລົງລົດແລ້ວເອົາໄປຊຸກເຊື່ອງໄວ້ໃນຫ້ອງພັກແຫ່ງໜຶ່ງ ທັນໃດນັ້ນເຈົ້າໜ້າທີ່ຕໍາຫລວດໄດ້ເຂົ້າປິດລ້ອມທໍາການກວດຄົ້ນຈຶ່ງພົບເຫັນຢາບ້າຈໍານວນ 60 ມັດ, 120.000 ເມັດ ພ້ອມທັງກັກຕົວພວກກ່ຽວ 3 ຄົນ ແລະ ຂອງກາງຢາບ້າ ມາທໍາການສືບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍ,ສ່ວນ ທ້າວ ໄຊ ຄົນຂັບລົດໄດ້ເອົາຕົວລົບໜີ ປັດຈຸບັນເຈົ້າໜ້າທີ່ຕໍາຫລວດກໍາລັງເລັ່ງຕິດຕາມຜູ້ກ່ຽວ ພ້ອມທັງດໍາເນີນການສືບສວນ-ສອບສວນ ພວກກະທຳຜິດທັງ 3 ຄົນ ເພື່ອຂະຫຍາຍຜົນຫາກຸ່ມແກ້ງ, ເຄືອຂ່າຍ, ຜູ້ຮ່ວມຂະບວນການ ມາລົງໂທດຕາມລະບຽບກົດໝາຍ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ