ດວງ-Tou-Vientianepost - 2023-06-21T102400.734
ເລັ່ງຄົ້ນຫາເຮືອດໍານໍ້າທົວຊາກໄທທານິກສູນຫາຍໃຕ້ທະເລເລິກ ຢ້ານອົກຊີເຫລືອ 70-96 ຊົ່ວໂມງ
ຮຽບຮຽງໂດຍ:Staff
ເຜີຍແຜ່: 21 June, 2023
ໝວດ: ຂ່າວ

ອາເມລິກາ ແລະ ການາດາ ລະດົມເຮືອ ແລະ ເຮືອບິນເດີນໜ້າປະຕິບັດການຄົ້ນຫາ ແລະ ກູ້ໄພຄັ້ງໃຫຍ່ກາງມະຫາສະໝຸດອັດລັງຕິກ ຫລັງເຮືອດໍານໍ້ານຳທ່ຽວຂະໜາດນ້ອຍ ພ້ອມເຈົ້າໜ້າທີ່ຜູ້ຄວບຄຸມເຮືອ 1 ຄົນ ແລະ ຜູ້ໂດຍສານ 4 ຄົນ ສູນຫາຍໄປໃນວັນທີ 18 ມິຖຸນາຜ່ານມາ ລະຫວ່າງພານັກທ່ອງທ່ຽວດໍານໍ້າລົງໄປເບິ່ງຊາກເຮືອໄທທານິກ ຢູ່ບໍລິເວນນອກຝັ່ງເມືອງເຊນຈອນ ລັດນິວຟາວແລນ ທາງຕາເວັນອອກສຽງໃຕ້ຂອງການາດາ ແລະ ຫ່າງຈາກແຫລມເຄບຄອດ ລັດແມສຊາຊູເຊດຂອງອາເມລິກາ ປະມານ 1.450 ກິໂລແມັດ.

ເຈົ້າໜ້າທີ່ຍາມຝັ່ງຂອງອາເມລິກາ ເປີດເຜີຍວ່າ: ເຮືອດໍານໍ້າລໍານີ້ ເຊິ່ງມີຊື່ວ່າ: Titan ນໍ້າໜັກກວ່າ 11,5 ໂຕນ ບັນທຸກຜູ້ໂດຍສານໄດ້ 5 ຄົນ ຂາດການຕິດຕໍ່ກັບເຮືອສະໜັບສະໜູນຫລັງຈາກດໍານໍ້າເລິກລົງໄປໃຕ້ທະເລປະມານ 1 ຊົ່ວໂມງ 45 ນາທີ.

ຂະນະທີ່ເຮືອດໍານໍ້າລໍານີ້ສາມາດຢູ່ໃຕ້ນໍ້າໂດຍມີອົກຊີສໍາຮອງທີ່ຢູ່ໄດ້ເຖິງ 70-96 ຊົ່ວໂມງ ສົ່ງຜົນໃຫ້ການຄົ້ນຫາຕ້ອງດໍາເນີນຢ່າງຮີບດ່ວນທ່າມກາງເວລາທີ່ເຫລືອໜ້ອຍ.ທັງນີ້, ບໍລິສັດ OceanGate Expeditions ທີ່ໃຫ້ບໍລິການເຮືອດໍານໍ້າດັ່ງກ່າວ ລະບຸໃນຖະແຫລງການວັນທີ 19 ມິຖຸນາວ່າ: ທາງບໍລິສັດກໍາລັງ “ລະດົມທຸກທາງເລືອກ” ເພື່ອຊ່ວຍຊີວິດຜູ້ທີ່ຢູ່ໃນເຮືອ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 4 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,540
21,817
thailand (1)
THB
663.17
674.44
european-union
EUR
23,974
24,454
china
CNY
2,951
3,010
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 4 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,690,000
43,220,000
42,202,000
43,329,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-04T154831.108
ຈຸນັກບິນອະວະກາດ “ເສີນໂຈ່ວ 21” ເຂົ້າສູ່ ສະຖານີ ອະວະກາດ “ທ່ຽນກົ່ງ” ສໍາເລັດ
jane - 2025-11-04T160038.701
ແຂວງຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດ 39.300 ກວ່າເຮັກຕາ
jane - 2025-11-04T152905.499
ກອງປະຊຸມສະໄໝສາມັນຂອງລັດຖະບານ ສຸມໃສ່ຄົ້ນຄວ້າ ວິໄສທັດ 2045 ແລະ ດຳລັດ ຄຸ້ມຄອງທີ່ດິນ, ເງິນຕາ ແລະ ຊາຍແດນ ພາຍໃນປະເທດ
jane - 2025-11-04T142629.066
ເບິ່ງດວງປະຈຳ ວັນທີ 04 ພະຈິກ 2025
pele - 2025-11-04T141523.477
ສຳມະນາພິເສດ ສົ່ງເສີມທຸລະກິດກະສິກຳ ໃນລາວ
site cover1 - 2025-11-04T140922.823
ສະຕາບັກຂາຍຫຸ້ນ 60% ໃນຈີນໃຫ້ Boyu Capital ມູນຄ່າ 1.3 ແສນລ້ານ ເພື່ອຮັບມືການແຂ່ງຂັນດຸເດືອດ
jane - 2025-11-04T133901.622
ພາບຄວາມເສຍຫາຍ ຈາກພາຍຸ ໄຕ້ຝຸ່ນ ຄັລແມກີ ພັດເຂົ້າ ຟິລິບປິນ ເຊົ້າວັນທີ 4 ພະຈິກ 2025
pele - 2025-11-04T131928.141
ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ
jane - 2025-11-04T105445.837
ຄວາມເປັນມາຂອງການແຂ່ງຂັນກິລາຕີຄີ ໃນງານບຸນນະມັດສະການພຣະທາດຫຼວງ
pele - 2025-11-04T104252.156
ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ.
ຢ່າລື່ມກົດຕິດຕາມ