
ພິທີເປີດໂຄງການ ຜ່າຕັດໃຫ້ເດັກນ້ອຍ ທີ່ເປັນພະຍາດຫົວໃຈ ໂດຍບໍ່ເສຍຄ່າ ໄດ້ຈັດຂຶ້ນເມື່ອວັນທີ 20 ມິຖຸນາ 2023, ຢູ່ໂຮງໝໍມະໂຫສົດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານບຸນແຝງພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ຈ້າວ ເຫວິນຢູ ທີ່ປຶກສາດ້ານເສດຖະກິດ-ການຄ້າ ສະຖານທູດສປ ຈີນ ປະຈໍາສປປ ລາວ, ໂດຍມີທ່ານ ຊູຊາດ ວົງພະຈັນ ຜູ້ອໍານວຍການໂຮງໝໍມະໂຫສົດ, ທ່ານ ຟ້ານ ຊຽງປິ່ງ ຮອງຜູ້ອໍານວຍການໂຮງໝໍຟູວ້າຍ ແຂວງຢຸນນານ ສປ ຈີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຊູຊາດ ວົງພະຈັນ ໄດ້ກ່າວຄວາມເປັນມາຂອງໂຄງການວ່າ: ໂຄງການດັ່ງກ່າວ ໄດ້ເລີ່ມແຕ່ປີ 2019 ແຕ່ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ໂຄງການດັ່ງກ່າວໄດ້ຢຸດຊົ່ວຄາວ, ພາຍຫຼັງສະພາບໂຄວິດ-19 ສະຫງົບລົງ, ທີມແພດຊ່ຽວຊານຈີນ ໄດ້ກໍຮີບຮ້ອນເດີນທາງມາລາວຮ່ວມກັບທີມແພດລາວສືບຕໍ່ຈັດຕັ້ງປະຕິບັດໂຄງການຢູ່ແຂວງຫຼວງພະບາງ, ອຸດົມໄຊ ແລະ ໂຮງໝໍມະໂຫສົດ. ໃນມື້ພິທີເປີດໄດ້ດໍາເນີນການຜ່າຕັດເດັກນ້ອຍທີ່ເປັນພະຍາດຫົວໃຈແຕ່ກໍາເນີດ 4 ຄົນ ດ້ວຍເຕັກນິກທີ່ທັນສະໄໝຂອງຈີນໄດ້ຢ່າງສໍາເລັດຜົນ.
ຫຼັງຈາກນັ້ນ, ທ່ານ ຟານ ຊຽງປິ່ງ ຮອງຜູ້ອໍານວຍການໂຮງໝໍຟູວ້າຍ ແຂວງຢຸນນານ ສປ ຈີນ ໄດ້ກ່າວວ່າ: ທີມແພດຊ່ຽວຊານຈີນຈໍານວນ 13 ທ່ານ, ພ້ອມດ້ວຍລົດຜ່າຕັດ 1 ຄັນ, ມີອຸປະກອນຄົບຊຸດ ໄດ້ເດີນທາງຮອດສປປ ລາວ ແລະເລີ່ມເຮັດວຽກຮ່ວມກັບແພດໝໍລາວ ໄດ້ສຳເລັດການຄັດກອງພະຍາດຫົວໃຈໃນ 3 ແຂວງຂອງລາວ, ໄດ້ພົບເຫັນມີເດັກນ້ອຍລາວຈຳນວນ 25 ຄົນ ທີ່ເປັນພະຍາດຫົວໃຈມາແຕ່ກຳເນີດ. ໃນການຜ່າຕັດໄດ້ນຳໃຊ້ເຕັກນິກທີ່ເປັນນະວັດຕະກຳຂອງຈີນ, ດວ້ຍການແຍ່ຫົວໃຈຜ່ານຜິວໜັງໂດຍບໍ່ໄດ້ໃຊ້ລັງສີ ເຊິ່ງເປັນວິທີທີ່ປອດໄພທີ່ສຸດ.
ທ່ານລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຕີລາຄາສູງຕໍ່ໂຄງການດັ່ງກ່າວວ່າ: ໂຄງການນີ້ຈະຊ່ວຍຍົກລະດັບຄວາມສາມາດບຸກຄະລາກອນການແພດລາວ ການຄົ້ນຄວ້າວິທະຍາສາດ ແລະ ຄວາມທັນສະໄໝດ້ານການແພດແລະອື່ນໆ. ການມາຊ່ວຍເຫຼືອໃນຄັ້ງນີ້ຈະເປັນການຮັດແໜ້ນຄວາມສາມັກຄີຂອງທັງສອງປະເທດ ລາວ-ຈີນ ພາຍໃຕ້ຄູ່ຮ່ວມຊາຕາກໍາດຽວກັນ ທີ່ສໍາຄັນເປັນການຊ່ວຍເຫຼືອປະຊາຊົນລາວ ທີ່ມີຄວາມສ່ຽງເປັນພະຍາດຫົວໃຈ ຈະໄດ້ຮັບການຄັດກອງ ແລະ ຜ່າຕັດໂດຍບໍ່ເສຍຄ່າ ຂໍໃຫ້ການຮ່ວມມືໃນຄັ້ງນີ້ມີຄວາມຍືນຍົງ ແລະມີຜົນສໍາເລັດໃນຂອບເຂດທົ່ວປະເທດ. ໂຄງການດັ່ງກ່າວແມ່ນຈະດໍາເນີນໄປຮອດວັນທີ 22 ມິຖຸນາ 2023.
ແຫຼ່ງຂ່າວ CRI-FM93
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 658.24 | 669.43 |
EUR | 24,151 | 24,633 |
CNY | 2,942 | 3,000 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 44,520,000 | 45,050,000 |
![]() | 43,985,000 | 45,159,000 |














