ລາຍງານຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດວ່າ: ວັນທີ 22 ມິຖຸນາ 2023 ເວລາ 23:53 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວ 1 ຄັ້ງໃນບໍລິເວນ ແຂວງຫລວງນໍ້າທາ ຈຸດສູນ ກາງເສັ້ນຂະໜານທີ 20.717 ອົງສາເໜືອ ແລະ ເສັ້ນແວງທີ 100.795 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 2,8 ຣິກເຕີ, ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 4 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ເມືອງລອງ ແຂວງຫລວງນໍ້າທາ ຫ່າງຈາກເທດສະບານເມືອງລອງ ປະມານ 27 ກິໂລແມັດ.
ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,455 | 21,731 |
![]() THB | 648.35 | 660.67 |
![]() EUR | 23,023 | 23,484 |
![]() CNY | 2,898 | 2,956 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |