
ທ່ານ ຕົ່ງມົວຊົວໂກ້ ຮອງເຈົ້າແຂວງໄຊສົມບູນ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ ໄດ້ລາຍງານຕໍ່ກອງປະຊຸມປຶກສາຫາລື ກ່ຽວກັບການຂາດຄູສອນ, ການຂາດຮຽນ ແລະ ການຮຽນບໍ່ຈົບຂອງນັກຮຽນໃນຊົນນະບົດ ທົ່ວປະເທດ ໃນວັນທີ 22 ມິຖຸນາ 2023 ນີ້ວ່າ: ແຂວງໄຊສົມບູນ ແມ່ນຂາດຄູສອນ 245 ຄົນ ແຕ່ກໍໄດ້ຈັດວາງຄູອາສາສະໝັກ ໄປປະຈຳສອນຢູ່ແຕ່ລະໂຮງຮຽນ ທັງໝົດ 245 ຄົນ. ສ່ວນອັດຕາການປະລະຂອງເດັກ ຢູ່ທົ່ວແຂວງແມ່ນກວມເຖິງ 10,5% ຂອງຈຳນວນນັກຮຽນ ຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ. ສຳລັບປີ 2023 ແຂວງໄຊສົມບູນ ໄດ້ໂກຕ້າພະນັກງານທັງໝົດ 30 ໂກຕ້າ ລວມທັງກຸ່ມການເມືອງ, ກຸ່ມເສດຖະກິດ, ກຸ່ມວັດທະນະທຳ-ສັງຄົມ, ກຸ່ມນິຕິບັນຍັດ ແລະ ຕຸລາການ ພ້ອມທັງ 5 ເມືອງຂອງແຂວງ.
ການປະລະການຮຽນຂອງນັກຮຽນ ຢູ່ແຂວງໄຊສົມບູນ ເກີດຈາກຫລາຍປັດໄຈ ເປັນຕົ້ນ ຄູສອນມາສອນບໍ່ປົກກະຕິ, ບໍ່ຈູງໃຈຕໍ່ນັກຮຽນ, ນັກຮຽນບໍ່ຕັ້ງໃຈຮຽນ ແລະ ສ້າງຄອບຄົວກ່ອນໄວອັນຄວນ ພ້ອມກັນນີ້, ພໍ່ແມ່ປະຊາຊົນທຸກຍາກ ພາລູກຫລານໄປຮັບຈ້າງຢູ່ຕ່າງເມືອງ-ຕ່າງແຂວງ, ຄວາມເຂົ້າໃຈຂອງປະຊາຊົນບັນດາເຜົ່າ ຕໍ່ກັບຄວາມສຳຄັນຂອງການສຶກສາຍັງບໍ່ທັນສູງ ແລະ ການສຶກສາອົບຮົມການເມືອງ-ແນວຄິດ ຂອງອົງການປົກຄອງແຕ່ລະຂັ້ນຕໍ່ວຽກງານສຶກສາຍັງບໍ່ທົ່ວເຖິງ.
ແຕ່ເຖິງຢ່າງໃດກໍຕາມ ເພື່ອປຶກສາຫາລື, ແກ້ໄຂບັນຫາການຂາດຄູສອນ, ການປະລະການຮຽນ, ການຮຽນບໍ່ຈົບ ແລະ ຮຽນຈົບມາບໍ່ມີເຮັດວຽກງານທຳ ຂອງລູກຫລານ ເພື່ອພ້ອມກັນວາງທິດທາງແຜນການ ກ່ຽວກັບການແກ້ໄຂບັນຫາດັ່ງກ່າວ ໃຫ້ມີຈຸດສຸມ ແລະ ນຳໄປຈັດຕັ້ງປະຕິບັດຕົວຈິງ ໃຫ້ມີປະສິດທິຜົນ ໃນຂອບເຂດທົ່ວປະເທດ ກໍຄືແຂວງໄຊສົມບູນ ຈະສືບຕໍ່ຊອກຫາວິທີທາງປັບປຸງແກ້ໄຂ ຂົງເຂດວຽກງານການສຶກສາ ໃຫ້ກ້າວສູ່ຄຸນນະພາບໃໝ່ ແລະ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ. ນອກນີ້, ຈະໄດ້ສືບຕໍ່ແກ້ໄຂບັນຫາເສດຖະກິດຄອບຄົວຂອງປະຊາຊົນບັນດາເຜົ່າ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ເພື່ອເປັນພື້ນຖານໃຫ້ເຂົາເຈົ້າສາມາດຊຸກຍູ້ສົ່ງເສີມລູກຫລານເຂົ້າໂຮງຮຽນໄດ້ຕາມປົກກະຕິ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |














