
ພົບສົບຄົນໂດດນ້ຳທີ່ຂົວປາກເຊ ຫຼັງໂພສອຳລາພໍ່ແມ່ໃນເຟສບຸກ
ພົບສົບຄົນໂດດນ້ຳເສຍຊີວິດທີ່ຂົວປາກເຊ ພາຍຫຼັງທີ່ໂພສອຳລາຄອບຄົວກ່ອນຈົບຊີວິດດ້ວຍການໂດດນ້ຳ.
ໃນວັນທີ 23 ມິຖຸນາ 2023 ທີ່ຜ່ານມາ ໄດ້ມີການລາຍງານຂ່າວວ່າ ມີຄົນໂດດຂົວຂ້າມນ້ຳຂອງ ຢູ່ນະຄອນປາກເຊ ໂດຍມີປະຊາຊົນບໍລິເວນນັ້ນເຫັນເຫດການ ເຊິ່ງຫຼາຍຄົນກໍໄດ້ຕິດຕາມສະຖານະການ.
ຕໍ່ມາຈຶ່ງໄດ້ຮູ້ວ່າ ຜູ້ເສຍຊີວິດ ມີອາຍຸ 18 ປີ ອາໄສຢູ່ບ້ານທົ່ງ ນະຄອນປາກເຊ ແຂວງຈຳປາສັກ ໄດ້ໂພສອຳລາພໍ່ແມ່ ແລະ ຄອບຄົວຜ່ານສະຕໍລີ່ໃນເຟສບຸກ.ພໍຕົກມາຮອດວັນທີ 25 ມິຖຸນາ 2023 ທາງມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາ ແຂວງຈຳປາສັກ ກໍພົບສົບຜູ້ເສຍຊີວິດ.ທັ້ງນີ້ ຍັງບໍ່ຮູ້ສາເຫດຂອງການຈົບຊີວິດຂອງຜູ້ກ່ຽວແຕ່ຢ່າງໃດ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 664.10 | 675.39 |
EUR | 23,974 | 24,454 |
CNY | 2,942 | 3,000 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Thursday, 30 October, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














