ດວງ-Tou-Vientianepost - 2023-06-29T212352.779
ເຈົ້າໜ້າທີ່ການຄ້າແຂວງຈຳປາສັກ ກັກຢຶດຊິງຊັ່ງ ຊື້-ຂາຍປາທີ່ບໍ່ໄດ້ມາດຕະຖານ ພ້ອມທັງສຶກສາອົບຮົມ ແລະ ປັບໃໝຜູ້ຄ້າຂາຍ
ຮຽບຮຽງໂດຍ:Staff
ເຜີຍແຜ່: 29 June, 2023
ໝວດ: ຂ່າວ

ວັນທີ 28 ມິຖຸນາ 2023, ທ່ານ ອະພິວັດ ສົມບູນຂັນ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ ແລະ ທ່ານ ຄໍາແຜ່ນ ແພງບົວວັນ ຫົວໜ້າຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງເຄື່ອນໄຫວຕິດຕາມ-ກວດກາການນຳໃຊ້ຊິງຊັ່ງ ໃນການບໍລິການ ຊື້-ຂາຍ ຕາມຈຸດຊື້-ຂາຍ ຕ່າງໆ ພາຍໃນຕະຫລາດໃໝ່ປາກເຊ ເພື່ອເປັນການຄຸ້ມຄອງຊິງຊັ່ງທີ່ນຳໃຊ້ໃນການບໍລິການໃຫ້ຖືກຕ້ອງຕາມລະບຽບການ, ແນໃສ່ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ທັງເຮັດໃຫ້ສັງຄົມມີຄວາມຍຸຕິທຳ.

ຜ່ານການຕິດຕາມ-ກວດກາຄັ້ງນີ້ ພົບເຫັນຜູ້ຄ້າຂາຍນຳໃຊ້ຊິງຊັ່ງທີ່ບໍ່ຖືກຕ້ອງຕາມມາດຕະຖານ (ຊິງຊັ່ງທີ່ບໍ່ໄດ້ຂຶ້ນທະບຽນ ແລະ ຢັ້ງຢືນຄວາມຖືກຕ້ອງ) ເຂົ້າໃນການຊື້-ຂາຍ ໂດຍສະເພາະແມ່ນການຊື້-ຂາຍປາ 3 ຄົນ. ດັ່ງນັ້ນຈຶ່ງກັກຢຶດຊິງຊັ່ງທີ່ບໍ່ໄດ້ມາດຕະຖານ 3 ໜ່ວຍ, ຊິງຊັ່ງຂະໜາດ 30 ກິໂລກຣາມ 2 ໜ່ວຍ, ຊິງຊັ່ງຂະໜາດ 15 ກິໂລກຣາມ 1 ໜ່ວຍ. ພ້ອມທັງໄດ້ສ້າງບົດບັນທຶກ, ສຶກສາອົບຮົມ, ກ່າວເຕືອນ ແລະ ປັບໃໝຜູ້ຄ້າຂາຍ ທີ່ນຳໃຊ້ຊິງຊັ່ງ ບໍ່ຖືກຕ້ອງຕາມມາດຕະຖານໃນການບໍລິການທັງ 2 ຄົນຕາມລະບຽບການ.

ຖ້າຫາກພົບເຫັນຜູ້ຊື້-ຂາຍນຳໃຊ້ຊິງຊັ່ງທີ່ບໍ່ໄດ້ມາດຕະຖານໃນການບໍລິການຊື້-ຂາຍ ຢູ່ຕະຫລາດໃນນະຄອນປາກເຊ, ທ່ານສາມາດຕິດຕໍ່ພົວພັນ ຫລື ແຈ້ງເຈົ້າໜ້າທີ່ໄດ້ ທີ່ໝາຍເລກໂທລະສັບ: 020 5562 4222; 020 9622 2253; 020 5503 0851; 020 98311183.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ