
ຄົນເກີດວັນອາທິດ:ການງານຕິດຕໍ່ລູກຄ້າ ຫລື ເດິນທາງຕິດຕໍ່ວຽກງານໃໝ່ ກໍມີໂອກາດປະສົບຄວາມສຳເລັດ ການເງິນລະວັງເຂົ້າສູ່ສະພາວະທີ່ຕ້ອງໃຊ້ເງິນໃນອະນາຄົດ ເບີກເງິນໃນອະນາຄົດອອກມາໃຊ້ ຫລືຢືມເງິນຈາກທະນາຄານ ກົດບັດເຄຣດິດມາໃຊ້ຈ່າຍ ຄວາມຮັກສະຖານນະການດ້ານຄວາມຮັກຍັງຢູ່ໃນເກນຊົງຕົວບໍ່ມີເຫດການໃດໆ ປ່ຽນແປງປານໃດ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ6
ຄົນເກີດວັນຈັນ:ການງານຊ່ວງນີ້ຈະພົບຄອນເນັກຊັ່ນເພີ່ມເຕິມໃນເລື່ອງຂອງທຸລະກິດຈະການງານທີ່ຈະໄດ້ຮູ້ຈັກລູກຄ້າຫລາຍຂຶ້ນ ການເງິນລາຍຈ່າຍມີຫລາຍ ລະວັງຢູ່ໃນສະພາວະເກືອບໜ້າບໍ່ເຖິງຫຼັງ ໝຸນເງິນບໍ່ທັນໃຊ້ ຄວາມຮັກເບິ່ງຄືວ່າຢາກໃຊ້ຊີວິດແບບເປັນອິດສະຫລະຫລາຍກວ່າ ເພາະຕອນນີ້ກຳລັງມີຄວາມສຸກດີຂຶ້ນ ເຄື່ອງມຸງຄຸນຫີນນໍາໂຊກສີແດງ ສີມຸງຄຸນສີສົ້ມ ເລກນຳໂຊກ6
ຄົນເກີດວັນອັງຄານ:ການງານມີໂອກາດປ່ຽນແປງຍົກຍ້າຍວຽກງານ ເດີນທາງຕິດຕໍ່ງານເກີດຄວາມສຳເລັດກໍເປັນໄປໄດ້ ການເງິນມີລາຍຈ່າຍອອກໄປຕະຫລອດໃນຊ່ວງນີ້ ບໍ່ສາມາດຫຼີກລ້ຽງລາຍຈ່າຍໃດໆ ໄດ້ເລີຍ ຄວາມຮັກຍັງບໍ່ລົງຕົວໃນເລື່ອງຄວາມສຳພັນດ້ານຄວາມຮັກ ລະວັງການຂັດແຍ້ງ ແຕກແກກ ເລີກລາກັບຄົນຮັກ ເຄື່ອງມຸງຄຸນ ເພັດສີດໍາ ສີມຸງຄຸນສີສົ້ມ ເລກນຳໂຊກ2
ຄົນເກີດວັນພຸດ:ການງານໃຊ້ຄວາມສະຫລາດໃນການແກ້ບັນຫາການງານທີ່ຊ້າໃຫ້ປະສົບຄວາມສຳເລັດໄດ້ ການເງິນຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ປະສົບຄວາມສຳເລັດທາງດ້ານການເງິນ ຄວາມຮັກ ຈະພົບຮັກກັບຄົົນທີ່ເກັ່ງຫລາຍໆ ແບບບໍ່ທັນຕັ້ງໂຕ ທ່ານເປັນຄົົນທີ່ມີນິໄສທີ່ບໍ່ຄືໃຜ ເຄື່ອງມຸງຄຸນຫີນນໍາໂຊກສີແດງ ສີມຸງຄຸນສີເຫຼືອງ ເລກນຳໂຊກ1
ຄົນເກີດວັນພະຫັດ:ການງານຈະເຮັດທຸກິດຈະການງານສິ່ງໃດຕ້ອງເກັບຂໍ້ມູນໃຫ້ຊັດເຈນເສຍກ່ອນແລ້ວຄ່ອຍລົງທຸນເຮັດທຸລະກິດ ຈຶ່ງຈະເກີດຄວາມສຳເລັດໄດ້ ການເງິນມີທັງຮັບທັງຈ່າຍສະລັບກັນໄປໃນຊ່ວງນີ້ ບໍ່ສາມາດຫຼີກລ້ຽງລາຍຈ່າຍໃດໆ ໄດ້ເລີຍ ຄວາມຮັກຍັງບໍ່ໂດດເດັ່ນກັບສະຖານນະການດ້ານຄວາມຮັກໃນຊ່ວງນີ້ ຍັງເປັນການເບິ່ງໆ ກັນໄປກ່ອນ ເຄື່ອງມຸງຄຸນຫີນນໍາໂຊກສີສົ້ມ ສີມຸງຄຸນສີນໍ້າຕານ
ເລກນຳໂຊກບົວ
ຄົນເກີດວັນສຸກ:ການງານ ໄດ້ເຮັດວຽກຢ່າງທີ່ຕົນເອງມັກ ມີການປັບປ່ຽນລະບົບແຜນງານໃໝ່ໃຫ້ດີຂຶ້ນ ການເງີນຈະໄດ້ເງິນກ້ອນເຂົ້າມາໃນຊ່ວງນີ້ ແຕ່ກໍຈະໃຊ້ໄປໃນເລື່ອງຂອງການເດີນທາງງານ ແລະ ການທ່ອງທ່ຽວ ຄວາມຮັກມີໂອກາດພົບຄົນສະຫລຽວສະຫລາດ ຊ່າງເວົ້າ ຢູ່ໃນເກນຜິວສອງສີ ທ່ານເປັນຄົນໃຈຮ້ອນຫລາຍໆ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີມ້ວງ ເລກນຳໂຊກ2
ຄົນເກີດວັນເສົາ:ການງານເຮັດວຽກດ້ວຍຄວາມລະອຽດຮອບຄອບຫລາຍໆ ເຮັດໃຫ້ເກີດຜົນກຳໄລຈາກຄວາມໃສ່ໃຈໃນເລື່ອງຂອງວິທີການເຮັດວຽກງານ ການເງິນມີເລື່ອງທີ່ຕ້ອງຈ່າຍອອກໄປໃນເລື່ອງຂອງຄ່າເດີນທາງຕ່າງໆ ໃນຊ່ວງນີ້ ຄວາມຮັກມີເລື່ອງທີ່ຕ້ອງຈ່າຍອອກໄປໃນເລື່ອງຂອງຄ່າເດີນທາງຕ່າງໆ ໃນຊ່ວງນີ້ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີຄຣີມ ເລກນຳໂຊກ1
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 658.24 | 669.43 |
EUR | 24,151 | 24,633 |
CNY | 2,942 | 3,000 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 44,520,000 | 45,050,000 |
![]() | 43,985,000 | 45,159,000 |














