ດວງ-Tou-Vientianepost - 2023-07-01T104056.993
ທ້າວ ສະຖາພອນ ສິມມາລາວົງ ຫຼື ໂຢ ເຂົ້າຮ່ວມແຂ່ງຂັນເທັນນິດ ສິງ ແຊ໋ມປ້ຽນຊິບ 2023 ທີ່ປະເທດໄທ
ຮຽບຮຽງໂດຍ:Staff
ເຜີຍແຜ່: 1 July, 2023
ໝວດ: ຂ່າວ

ທ້າວ ສະຖາພອນ ສິມມາລາວົງ ຫຼື ໂຢ ນັກກິລາເທັນນິດ ມື 2 ປະເທດລາວ ຊຶ່ງຫາກໍສ້າງຜົນງານພົ້ນເດັ່ນ ຄວ້າແຊ໋ມກິລາເທັນນິດລະດັບຊາດ ຫຼື ລາຍການ ນໍ້າດື່ມຫົວເສືອ ໂອເພັນ 2023 ເປັນຄັ້ງທຳອິດ ມາໃໝ່ໆໝາດໆ ເຂົ້າຮ່ວມການແຂ່ງຂັນເທັນນິດ ລະດັບອາຊີບ ລາຍການ ສິງ ແຊ໋ມປ້ຽນຊິບ 2023 ຫຼື “Singha Championship 2023” ທີ່ເມືອງພັດທະຍາ ແຂວງຊົນບູຣີ ປະເທດໄທ ລະຫວ່າງວັນທີ 25 ມິຖຸນາ ຫາ 2 ກໍລະກົດ 2023.

ທ້າວ ສະຖາພອນ ສິມມາລາວົງ ແຈ້ງໃຫ້ທີມງານນັກຂ່າວໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ ຮູ້ວ່າ: ໃນປັດຈຸບັນ ນ້ອງໄດ້ເຂົ້າຮ່ວມການແຂ່ງຂັນກິລາເທັນນິດ ລະດັບອາຊີບ ລາຍການ ສິງ ແຊ໋ມປ້ຽນຊິບ 2023 ຫຼື “Singha Championship 2023” ທີ່ເມືອງພັດທະຍາ ແຂວງຊົນບູຣີ ປະເທດໄທ ລະຫວ່າງວັນທີ 25 ມິຖຸນາ ຫາ 2 ກໍລະກົດ 2023 ຊຶ່ງລາຍການນີ້ ມີຫຼາຍປະເທດເຂົ້າຮ່ວມຊີງໄຊ ປະກອບມີ ສປ ຈີນ, ມາເລເຊຍ, ອິນເດຍ, ຫວຽດນາມ, ກຳປູເຈຍ, ຣັດເຊຍ, ລາວ ແລະ ໄທ ເຈົ້າພາບ ໂອຍນ້ອງເອງເປັນນັກກິລາເທັນນິດໜຶ່ງດຽວຈາກສປປ ລາວ

ເຂົ້າຮ່ວມແຂ່ງຂັນ ສອງລາຍການ ກໍຄື ປະເພດດ່ຽວຊາຍ ແລະ ຄູ່ຊາຍ ຊຶ່ງຕົວນ້ອງເອງໄດ້ລົງແຂ່ງຂັນປະເພດຊາຍດ່ຽວໄປແລ້ວ ແລະ ເສຍໃຫ້ ນັກກິລາມື 2 ຂອງລາຍການ ເປັນນັກກິລາຈາກເຈົ້າພາບ ໄທ 0-2 ເຊັດ 4-6 ແລະ 1-6 ຄະແນນ ຕົກຮອບແລ້ວ ສ່ວນຜົນງານປະເພດຄູ່ຊາຍ ນ້ອງໄດ້ຈັບຄູ່ກັບ ທ້າວ ທະນາກອນ ສີລິຮັດ ນັກກິລາຈາກໄທ ມືວາງອັນດັບທີ 6 ຂອງລາຍການ ແລະ ຜົນງານຂອງພວກນ້ອງແມ່ນສາມາດເອົາຊະນະຄູ່ນັກກິລາໄທ ມາແລ້ວ 1 ແລະ ຍັງຈະລົງແຂ່ງຂັນໃນຕອນແລງວັນທີ 29 ມິຖຸນາ 2023 ພົບກັບ ຄູ່ຂອງນັກກິລາໄທອີກ ຊຶ່ງລາຍການນີ້ມີທັງໝົດ 16 ທີມເຂົ້າຮ່ວມ ສ່ວນຜົນງານຈະເປັນແນວໃດນັ້ນ ຈະຂໍລາຍງານໃຫ້ຮູ້ຕື່ມອີກ.

ແນວໃດກໍຕາມ, ນອກຈາກການເຂົ້າຮ່ວມແຂ່ງຂັນຂອງ ສະຖາພອນ ສິມມາລາວົງ ໃນລາຍການດັ່ງກ່າວແລ້ວ ໃນການເຄື່ອນໄຫວຂອງ ສະຖາພອນ ສິມມາລາວົງ ໃນຕໍ່ໜ້າ ຍັງມີແຜນຈະເຂົ້າຮ່ວມແຂ່ງຂັນລາຍການຂອງສະຫະພັນເທັນນິດສາກົນ ຫຼື ITF ເພື່ອເກັບຄະແນນສະສົມອັນດັບໂລກຕື່ມອີກ ໂດຍສະເພາະທ້າຍປີນີ້ ແມ່ນຈະເຂົ້າຮ່ວມແຂ່ງຂັນລາຍການລະດັບອາຊີບ ຂອງທະວີບອາຊີ ຊຶ່ງຈະຈັດຂຶ້ນທີ່ປະເທດ ໄທ, ສສ ຫວຽດນາມ, ອິນໂດເເນເຊຍ ແລະ ສປ ຈີນ. ພ້ອມກັນນັ້ນ, ກໍຍັງຈະໄດ້ຫ້າງຫາກະກຽມຈະເຂົ້າຮ່ວມແຂ່ງຂັນລາຍການ ເດວິດ ຄັບ ທີ່ປະເທດບາເຣນ ອີກດ້ວຍ.

ສຳລັບ ຜົນງານຂອງ ສະຖາພອນ ສິມມາລາວົງ ໃນການເຂົ້າຮ່ວມແຂ່ງຂັນລະດັບຊາດ ກໍຄື ລະດັບພາຍໃນປະເທດ ໂດຍສະເພາະໃນລາຍການ ນໍ້າດື່ມຫົວເສືອ ໂອເພັນ 2023 ໃນໄລຍະຜ່ານມາ ແມ່ນໄດ້ເຂົ້າຊີງຊະນະເລີດທຸກປີ ແຕ່ໜ້າເສຍໄດ້ອັນດັບທີ 2 ຊຶ່ງປີນີ້ ກໍສາມາດແຈ້ງເກີດ ດ້ວຍການເອົາຊະນະ ວິທະຍາ ຣາຊາວະດີ ນັກກິລາເທັນນິດມື 1 ປະເທດລາວ ຄວ້າແຊ໋ມເປັນຄັ້ງທຳອິດ ສ່ວນຜົນງານໃນງານກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ເມື່ອທ້າຍປີ 2022 ສະຖາພອນ ສິມມາລາວົງ ກໍສາມາດຍາດໄດ້ 3 ຫຼຽນຄຳ ຈາກປະເພດຄູ່ຊາຍ, ຄູ່ປະສົມ ແລະ ປະເພດທີມຊາຍ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ