
ປກສ ແຂວງຈຳປາສັກ ຈັບຕົວກຸ່ມຄ້າຂາຍ ແລະ ເສບຢາເສບຕິດ 6 ຄົນ
ວັນທີ 28 ມິຖຸນາ 2023 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ປະຈຳຈຸດກວດກາບ້ານຫຼັກ 16 ເມືອງປະທຸມພອນ ແຂວງຈຳປາສັກ ກັກຕົວຜູ້ຄ້າຂາຍຢາເສບຕິດໄດ້ 1 ຄົນຊື່ ທ້າວປັນຍາ ອາຍຸ 20 ປີ ຢູ່ບ້ານລົມສັກເໜືອ ເມືອງບາຈຽງ ແຂວງຈຳປາສັກ ຈຶ່ງໄດ້ສົ່ງມາທາງພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໄດ້ສອບສວນຂະຫຍາຍຜົນ ໄດ້ຕື່ມອີກ 5 ຄົນ: ທ້າວທອງໃບ ອາຍຸ 26 ປີ ບ້ານລົມສັກໄຕ້ ເມືອງບາຈຽງ, ທ້າວຈ່ອຍ ອາຍຸ 23 ປີ ບ້ານມ່ວງ ເມືອງປະທຸມພອນ, ທ້າວ ດາວ ອາຍຸ 23 ປີ ບ້ານຫ້ວຍລືສີ ເມືອງບາຈຽງ, ທ້າວທອງຄຳ ອາຍຸ 25 ປີ ບ້ານລົມສັກໃຕ້ ເມືອງບາຈຽງ, ທ້າວບຸນລອງ ອາຍຸ 24 ປີ ບ້ານລົມສັກໃຕ້ ນະຄອນປາກເຊ ພ້ອມຂອງກາງຢາບ້າ 172 ເມັດ.
ປັດຈຸບັນຄະດີດັ່ງກ່າວ ຍັງຢູ່ໃນຂັ້ນດຳເນີນດຳເນີນການສືບສວນ-ສວບສວນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Wednesday, 5 November, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














