
ຄົນເກີດວັນອາທິດ:ການງານເຮັດທຸລະກິດກ່ຽວຂ້ອງກັບອາຫານ ທຸລະກິດດ້ານສິນເຊື່ອ ແລະການເງິນ ຊ່ວງນີ້ຈະໄດ້ຮັບຜົນກຳໄລ ການເງິນເຄື່ອງຂອງທ່ານຈະເສຍຫາຍຕ້ອງເສຍເງິນຊື້ເຂົ້າມາທົດແທນ
ຄວາມຮັກຄວາມສຳພັນຢູ່ໃນເກນດີມີຄວາມສຸກ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີບົວ ເລກນຳໂຊກ7
ຄົນເກີດວັນຈັນ:ການງານຊ່ວງນີ້ເໝາະໃນການເຮັດທຸລະກິດກ່ຽວກັບການຄ້າເຄື່ອງໃຊ້ໄຟຟ້າຫລືການຄ້າອາຫານ ການເງິນໂຊກດີຈະໄດ້ຊື້ເຄື່ອງຂອງຖືກໃຈເຂົ້າມາ ຄວາມຮັກມີໂອກາດພົບເລື່ອງຂອງຄວາມເຫີນຫ່າງລະຫວ່າງທ່ານກັບຄົນຮັກ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີສົ້ມ ເລກນຳໂຊກ9
ຄົນເກີດວັນອັງຄານ:ການງານໃນການຕິດຕໍ່ເຈລະຈາຈະໄດ້ຂໍ້ຕົກລົງທີ່ໜ້າພໍໃຈກັບເລື່ອງການງານ ການເງິນໂຊກດີຈະໄດ້ເງິນມາໃນໄວໆນີ້ ຊ່ວງນີ້ຈະມີຜູ້ອຸປະຖໍາ ຄວາມຮັກການມຸ້ງມັ່ນເຮັດທຸລະກິດຫລາຍເກີນໄປເຮັດໃຫ້ທ່ານແລະຄົນຮັກປະຕິສຳພັນທີ່ດີຂື້ນ ເຄື່ອງມຸງຄຸນສາຍແຂນຫີນນໍາໂຊກ ສີມຸງຄຸນສີຂຽວ ເລກນຳໂຊກ9
ຄົນເກີດວັນພຸດ;ການງານມີໂອກາດໄດ້ຮັບຕຳແໜ່ງໃໝ່ຫລືຫນ້າທີ່ການງານມີການປັບປ່ຽນ ການເງິນໄດ້ຮູ້ຂ່າວດີທາງດ້ານການເງິນເຮັດໃຫ້ຕົນເອງນັ້ນມີຄວາມສຸກໃຈ ຄວາມຮັກມີຄວາມສຸກສົມຫວັງດ້ານຄວາມຮັກຫລາຍໆ ເຄື່ອງມຸງຄຸນເງິນ ສີມຸງຄຸນສີນໍ້າຕານ ເລກນຳໂຊກ7
ຄົນເກີດວັນພະຫັດ:ການງານກຳລັງໃຊ້ເງິນທຶນໃນການລົງທຶນເຮັດທຸລະກິດໃຫ້ເກີດຄວາມຈະເລີນຮຸ່ງເຮືອງ ການເງິນມີໂຊກຈະໄດ້ເງີນເຂົ້າມາເພີ່ມເຕີມໃນຊ່ວງນີ້ ຄວາມຮັກຈະພົບຄົນຮັກກັບຄົນສ້າງສັນ ເກັ່ງ ມີຄວາມສາມາດຫລາຍໆ ເຄື່ອງມຸງຄຸນຕ່າງຫູຄໍາ ສີມຸງຄຸນສີແດງ ເລກນຳໂຊກ5
ຄົນເກີດວັນສຸກ:ການງານ ຈະເຮັດທຸລະກິດຈະການງານໃດໆ ກໍຈະປະສົບຄວາມສຳເລັດ ການເງິນມີໂຊກຈະໄດ້ເງິນເຂົ້າມາເພີ່ມເຕີມຫລາຍຂຶ້ນ ຄວາມຮັກໃຫ້ລະວັງເລື່ອງຄໍາເວົ້າ ແລະ ການເຈລະຈາອາດມີຜົນຕໍ່ຄວາມຮັກຂອງທ່ານໄດ້ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີບົວ ເລກນຳໂຊກ3
ຄົນເກີດວັນເສົາ:ການງານຈະໂຊກດີເພາະມີຜູ້ຮ່ວມງານທີ່ຄອຍຖ້າໃຫ້ຄວາມຊ່ວຍເຫລືອສະເໝີ ຫລືເປັນໄປໄດ້ໃນຊ່ວງນີ້ຈະໄດ້ເລື່ອນຂັ້ນ ເລື່ອນຕຳແໜ່ງ ການເງິນຈະໄດ້ຮັບການຊ່ວຍເຫລືອທາງດ້ານການເງິນຈາກຜູ້ໃຫຍ່ ຄວາມຮັກຈະພົບຄົົນທີ່ມີຊື່ສຽງ ຢູ່ໃນເກນຜິວຂາວ ເປັນຄົນໃຈດີ ເຄື່ອງມຸງຄຸນ ຫີນນໍາໂຊກສີຂຽວ ສີມຸງຄຸນສີແດງ ເລກນຳໂຊກ0
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 664.10 | 675.39 |
EUR | 23,974 | 24,454 |
CNY | 2,942 | 3,000 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














