ຄົນເກີດວັນອາທິດ:ການງານການຕິດຕໍ່ການເດີນທາງໄກຈະປະສົບຄວາມສຳເລັດ ການເງິນມີຂ່າວດີດ້ານການເງິນຈະມີຜູ້ຊ່ວຍອຸປະຖໍາ ຄວາມຮັກຈະໄດ້ຂ່າວລືທີ່ບໍ່ຊັດເຈນກ່ຽວກັບຄົນຮັກອາດມາໃນຮູບແບບໝູ່ຄູ່ ເຄື່ອງມຸງຄຸນສາຍແຂນຫິນນໍາໂຊກ ສີມຸງຄຸນສີຟ້າ ເລກນຳໂຊກ8
ຄົນເກີດວັນຈັນ:ການງານລະວັງການລົງທຶນເຮັດທຸລະກິດໃນໄລຍະນີ້ເກີດຄວາມຜິດພາດເຮັດໃຫ້ຂາດທຶນ ການເງິນພົບບັນຫາດ້ານການເງິນແຕ່ແລ້ວຈະມີຄົນອຸປະຖຳຊ່ວຍເຫລືອ ຄວາມຮັກຄວາມສຳພັນດ້ານຄວາມຮັກມີຄວາມສຸກ ເພາະຄວາມເຂົ້າໃຈກັນ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ8
ຄົນເກີດວັນອັງຄານ:ການງານມີໂອກາດເລື່ອນຂັ້ນ ເລື່ອນຕຳແໜ່ງ ປະສົບຄວາມສຳເລັດ ເກີດຊື່ສຽງທີ່ດີ ການເງິນລາຍຈ່າຍມີຫຼຍເປັນພິເສດຕ້ອງຄອບຄຸມການໃຊ້ຈ່າຍໃຫ້ຫຼາຍ ຄວາມຮັກມີໂອກາດໄດ້ພົບຮັກກັບຄົນຕ່າງອາຍຸ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີເທົາ ເລກນຳໂຊກ3
ຄົນເກີດວັນພຸດ:ການງານປັບປ່ຽນການເຮັດທຸລະກິດດ້ານອະສັງຫາຈະໄດ້ຜົນກຳໄລຫລາຍ ການເງິນການເຈລະຈາຕໍ່ລອງດ້ານການເງິນໄດ້ຮັບຜົນປະໂຫຍດທີ່ດີ ຄວາມຮັກ ສຸກສົມຫວັງໃນຊີວິດຮັກເປັນໄລຍະປັບໂຕເຂົ້າຫາກັນໃຫ້ຫຼາຍ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີສົ້ມ ເລກນຳໂຊກ8
ຄົນເກີດວັນພະຫັດ:ການງານການເຮັດວຽກງານເກີດການຂັດແຍ້ງກັບຫົວໜ້າຕ້ອງລະວັງເລື່ອງຂອງເອກະສານ ການເງິນໂຊກດີມີໂອກາດທີ່ຈະໄດ້ເງິນເຈົ້າມາໃນຈໍານວນຫຼາຍ ຄວາມຮັກປັບຄວາມສຳພັນໃຫ້ຢູ່ໃນສະຖານະເປັນໝູ່ເພື່ອນກັນຈະດີກວ່າ ເພາະຕ່າງຝ່າຍຕ່າງມີກົນລະຍຸດທີ່ແຕກຕ່າງກັນ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີດໍາ ເລກນຳໂຊກ 6
ຄົນເກີດວັນສຸກ:ການງານໄລຍະນີ້ທຸ້ມເທວຽກຫຼາຍເກີນໄປສົ່ງຜົນຕໍ່ສຸຂະພາບ ການເງິນໄດ້ຮັບການຊ່ວຍເຫລືອທາງການເງິນຈາກຍາດພີ່ນ້ອງ ຄວາມຮັກຊີວິດຮັກມີຄວາມສຸກດີເພາະຢູ່ໃນໄລຍະປັບຕົວ
ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີມ່ວງ ເລກນຳໂຊກ1
ຄົນເກີດວັນເສົາ:ການງານການເຈລະຈາຕໍ່ລອງທຸລະກິດໄດ້ຜົນກຳໄລຫລາຍ ການເງິນມີໂອກາດໄດ້ຊັບສິນທີ່ມີມູນຄ່າລາຄາແພງເຂົ້າມາ ຄວາມຮັກສົມຫວັງໃນເລື່ອງຮັກກັບຄົົນທີ່ຕົນເອງນັ້ນປາດຖະຫນາ
ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີແດງ ເລກນຳໂຊກ4
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |