ດວງ-Tou-Vientianepost - 2023-07-06T001244.789
ພົບສົບສອງຜົວ-ເມຍແຂວນຄໍ ຢູ່ເຂດປ່າເລົ່າ
ຮຽບຮຽງໂດຍ:Staff
ເຜີຍແຜ່: 6 July, 2023
ໝວດ: ຂ່າວ

ຕາມການໃຫ້ຂໍ້ມູນເບື້ອງຕົ້ນ ຂອງ ສະຫາຍ ຮທ ວິໄລ ໝັ້ນສະຫວ່າງ ຮອງຫົວໜ້າໜ່ວຍງານຄະດີອາຍາ-ເສດຖະກິດ ປກສ ເມືອງສິງ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນວັນທີ 2 ກໍລະກົດ 2023 ໄດ້ຮັບແຈ້ງຈາກ ປກສ ກຸ່ມບ້ານທົ່ງໃໝ່ ວ່າ: ມີປະຊາຊົນພົບສອງຜົວເມຍແຄນຄໍເສຍຊີວິດ ຢູ່ເຂດບ້ານຫ້ວຍນໍ້າແດງ ເມືອງສິງ.

ດັ່ງນັ້ນ, ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງສົມທົບກັບ ປກສ ກຸ່ມບ້ານທົ່ງໃໝ່, ອໍານາດການປົກຄອງບ້ານ ກວດກາຊັນນະສູດພິກສາກສົບ ຈຶ່ງຮູ້ວ່າ ຜູ້ເສຍຊີວິດຊື່ ທ້າວ ວັງປ່າວຊົງ ອາຍຸ 33 ປີ ເສຍຊີວິດໃນເວລາປະມານ 17 ໂມງ ຂອງວັນທີ 01 ກໍລະກົດ 2023 ແລະນາງ ເຈ່ຍ ອາຍຸ 34 ປີ ເສຍຊີວິດ ໃນວັນທີ 25 ມີຖຸນາ 2023. ເຊິ່ງທັງສອງເປັນຜົວເມຍກັນ, ມີລູກນຳກັນ 6 ຄົນ, ຍີງ 3 ຄົນ. ກ່ອນໜ້ານັ້ນ ພວກກ່ຽວຢູ່ບ້ານ ລອງຕ້ອງ ເມືອງສົບເບົາ ແຂວງຫົວພັນ. ປະຈຸບັນ ແມ່ນໄດ້ມາເປັນກຳມະກອນຮັບເໝົາປາດຢາງພາລາ ໃຫ້ທ້າວຈັນ ຢູ່ບ້ານ ສີລິເຮືອງ ເມືອງສີງ ແຂວງຫຼວງນ້ຳທາ.

ສະຫາຍ ຮທ ວິໄລ ໝັ້ນສະຫວ່າງ ຍັງໃຫ້ຮູ້ຕື່ມອີກວ່າ: ປະຈຸບັນ ລູກທັງ 6 ຄົນ ແມ່ນໄດ້ພັກເຊົ່າຢູ່ເຮືອນ ທ້າວ ຈັນ ບ້ານ ສີລິເຮືອງ ເພື່ອລໍຖ້າໃຫ້ຍາດພີນ້ອງມາຮັບໄປລ້ຽງ. ສ່ວນສາເຫດ ທາງເຈົ້າໜ້າທີ່ພວມເກັບກຳຂໍ້ມູນ, ເອົາຄຳໃຫ້ການຈາກເຈົ້າຂອງສວນຢາງພາລາ ແລະຍາດພີນ້ອງ.

ທີ່ມາ ຂ່າວ ປກສ ແຂວງຫລວງນ້ຳທາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
pele - 2025-07-04T090816.696
ຜ່ານຮ່າງແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດໄລຍະ IV
ຢ່າລື່ມກົດຕິດຕາມ