ດວງ-Tou-Vientianepost - 2023-07-06T001936.364
ມອບ-ຮັບນໍ້າມັນເຊື້ອໄຟຈາກ ສປ ຈີນ ມາຈໍາໜ່າຍຢູ່ ສປປ ລາວ ໃນຮູບແບບຂາຍຍົກ ແລະ ຂາຍຍ່ອຍ
ຮຽບຮຽງໂດຍ:Staff
ເຜີຍແຜ່: 6 July, 2023
ໝວດ: ຂ່າວ

ມອບ-ຮັບນໍ້າມັນເຊື້ອໄຟຈາກ ສປ ຈີນ ມາຈໍາໜ່າຍຢູ່ ສປປ ລາວ ໃນຮູບແບບຂາຍຍົກ ແລະ ຂາຍຍ່ອຍພາຍຫຼັງທີ່ທາງ ບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ ກົມໃຫຍ່ພະລາທິການກອງທັບ, ໄດ້ຕົກລົງເຫັນດີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ບໍລິສັດ ຊິໂນລາວ ລົງທຶນ ຈໍາກັດ, ກ່ຽວກັບການຮ່ວມມືທຸລະກິດນໍາເຂົ້ານໍ້າມັນເຊື້ອໄຟມາຈໍາໜ່າຍຕາມຮູບແບບຂາຍຍົກ ແລະ ຂາຍຍ່ອຍ ຢູ່ ສປປ ລາວ.

ເມື່ອບໍ່ດົນມານີ້, ບໍລິສັດ ຊິໂນລາວ ລົງທຶນ ຈໍາກັດ ໄດ້ປະຕິບັດຕາມຂໍ້ຕົກລົງດັ່ງກ່າວ ແລະ ໄດ້ປະສານງານກັບ ບໍລິສັດ ຊິນໂນເພັກຮົງກົງ ສປ ຈີນ, ຈັດສົ່ງນໍາເຂົ້ານໍ້າມັນເຊື້ອໄຟປະເພດຊະນິດຕ່າງໆ, ຕາມຈໍານວນ ແລະ ມູນຄ່າ ໂດຍພາຍໃຕ້ບັນດາຂໍ້ກໍານົດ ແລະ ເງື່ອນໄຂຕ່າງໆ ຂອງສັນຍາທີ່ລະບຸໄວ້ແຕ່ລະມາດຕາຢ່າງເຂັ້ມງວດ ແລະ ຖືກຕ້ອງ, ດັ່ງນັ້ນໃນອາທິດທີ່ຜ່ານມາ, ບໍລິສັດ ຊິນໂນເພັກຮົງກົງ ສປ ຈີນ ຈຶ່ງໄດ້ຈັດສົ່ງ, ມອບ-ຮັບ ນໍ້າມັນໃຫ້ແກ່ ບໍລິສັດລັດວິສາຫະກິດນ້ຳມັນເຊື້ອໄຟວຽງຈັນ ແລະ ບໍລິສັດ ຊິໂນລາວ ລົງທຶນຈໍາກັດ ຢູ່ດ່ານສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ.

ພິທີມອບ-ຮັບດັ່ງກ່າວ ລະຫວ່າງ ທ່ານ ພັນເອກ ບຸນທົງ ກອງເທດມະນີ ຫົວໜ້າອໍານວຍການບໍລິສັດລັດວິສາຫະກິດນ້ຳມັນເຊື້ອໄຟວຽງຈັນ ແລະ ທ່ານ ນາງ ເຕືອນໃຈ ໄຊຍະສອນ ປະທານບໍລິສັດ ຊິໂນລາວ ລົງທຶນຈໍາກັດ ແລະ ບໍລິສັດ ຊິໂນເພັກ ຮົງກົງ ສປ ຈີນ ມີ ຫົວໜ້າຄະນະປັບປຸງຫົວໜ່ວຍການຜະລິດ-ທຸລະກິດ ທີ່ຂຶ້ນກັບກົມໃຫຍ່ພະລາທິການກອງທັບ ແລະ ພະນັກງານບໍລິສັດທີ່ກ່ຽວຂ້ອງເຂົ້າຮ່ວມ.

ທີ່ມາ CRI

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 5 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,390,000
43,920,000
41,910,000
43,029,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
jane - 2025-11-05T110504.152
ເບິ່ງດວງປະຈຳວັນທີ 05 ພະຈິກ 2025
pele - 2025-11-05T102252.252
ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
pele - 2025-11-04T154831.108
ຈຸນັກບິນອະວະກາດ “ເສີນໂຈ່ວ 21” ເຂົ້າສູ່ ສະຖານີ ອະວະກາດ “ທ່ຽນກົ່ງ” ສໍາເລັດ
jane - 2025-11-04T160038.701
ແຂວງຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດ 39.300 ກວ່າເຮັກຕາ
jane - 2025-11-04T152905.499
ກອງປະຊຸມສະໄໝສາມັນຂອງລັດຖະບານ ສຸມໃສ່ຄົ້ນຄວ້າ ວິໄສທັດ 2045 ແລະ ດຳລັດ ຄຸ້ມຄອງທີ່ດິນ, ເງິນຕາ ແລະ ຊາຍແດນ ພາຍໃນປະເທດ
jane - 2025-11-04T142629.066
ເບິ່ງດວງປະຈຳ ວັນທີ 04 ພະຈິກ 2025
pele - 2025-11-04T141523.477
ສຳມະນາພິເສດ ສົ່ງເສີມທຸລະກິດກະສິກຳ ໃນລາວ
ຢ່າລື່ມກົດຕິດຕາມ